ການສຳມະນາຫົວຂໍ້: “ວັດທະນະທຳ ກັບການພັດທະນາແບບຍືນຍົງ” ເປັນຫົວຂໍ້ໜຶ່ງທີ່ສຳຄັນຢ່າງຍິ່ງ ນອກຈາກຈະໄດ້ຮັບຮູ້ບົດຮຽນທາງດ້ານທິດສະດີ ແລະພຶດຕິກຳ ກ່ຽວກັບວັດທະນະທຳກັບການພັດທະນາແບບຍືນຍົງ ຍັງເປັນໂອກາດໃນການແລກປ່ຽນບົດຮຽນຕົວຈິງ ປະກອບສ່ວນເສີມສ້າງ ແລະພັດທະນາຄວາມຮູ້ຂອງພະນັກງານ, ຄູ- ອາຈານ ໃຫ້ມີຄວາມຮູ້ເປັນລະບົບ ແລະອຸດົມສົມບູນຍິ່ງຂຶ້ນ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນພຸດ ວັນທີ 12 ມັງກອນ 2022 ຢູ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໂດຍການເປັນປະທານ ຂອງ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຮອງປະທານສະພາວິທະຍາສາດ, ດ້ານຜູ້ເຂົ້າຮ່ວມກອງປະຊຸມປະກອບມີບັນດາຄະນະພັກ, ຄະນະອຳນວຍການ; ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ ແລະພ້ອມດ້ວຍບັນດານັກວິທະຍາສາດ ແລະພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງໄດ້ຈັດໃນຮູບແບບຫ້ອງປະຊຸມ ແລະແບບອອນລາຍ.

ໃນກອງປະຊູມ ມີບັນດານັກວິທະຍາສາດ ໄດ້ຜ່ານບົດວິທະຍາສາດກ່ຽວກັບຫົວຂໍ້ດັ່ງກ່າວ, ຊຶ່ງເນື້ອໃນປະກອບດ້ວຍທິດສະດີ ແລະພຶດຕິກຳໃນການຈັດຕັ້ງປະຕິບັດ ກ່ຽວກັບວັດທະນະທຳກັບການພັດທະນາແບບຍືນຍົງທີ່ສາມາດປະເມີນໄດ້ຜົນສຳເລັດຄື:

ໜຶ່ງ, “ ອະນຸລັກ ແລະສົ່ງເສີມວັດທະນະທຳອັນດີງາມຂອງຊາດ”. ບັນຫານີ້ພັກໄດ້ເນັ້ນໜັກ “ປົກ​ປ້ອງ​ມໍລະດົກ​ທາງ​ດ້ານ​ວັດທະນະທຳ​ຢ່າງ​ເຂັ້ມ​ງວດ, ​ເສີມ​ຂະຫຍາຍ ແລະ​ພັດທະນາ​ບັນດາ​ຄຸນຄ່າ ຂອງ​ສິລະ​ປະ​ວັນນະຄະດີ ອັນ​ເປັນ​ເອກະລັກ​ອັນ​ດີງາມຂອງ​ຊາດ, ຂອງ​ເ​ຜົ່າ ​ແລະ​ວັດທະນະທຳ​ດ້ານ​ຈິດ​ໃຈ​ອື່ນໆ ​ໃຫ້​ກົມກຽວ ​ແລະ​ຄຽງ​ຄູ່​ກັບ​ຄວາມ​ສີວິ​ໄລ ຂອງ​ຍຸກ​ສະ​ໄໝ”

ສອງ, “ວັດທະນະທຳ ກັບການພັດທະນາເສດຖະກິດ-ສັງຄົມ ”ບົນຈິດໃຈ” ຖື​ວັດທະນະທຳ ​ເປັນ​ປັດ​ໄຈ​ພື້ນຖານ​ແຫ່ງ​ການ​ຄົງ​ຕົວຂອງ​ຊາດ, ​ເປັນ​ກຳລັງ​ແຮງຊຸກດັນ​ໃຫ້​ແກ່​ສັງຄົມ​ຂະຫຍາຍຕົວ, ທັງ​ແມ່ນ​ຈຸດໝາຍຂອງ​ການ​ພັດທະນາ​ສັງຄົມ ​ແລະ​ພັດທະນາ​ຄົນ”.

ສາມ, “ປັບປຸງກົນໄກການຄຸ້ມຄອງວັດທະນະທຳ ໃຫ້ສອດຄ່ອງ ”ຕາມທິດ” ວັດທະນະທຳຂອງລາວ ແມ່ນວັດ ທະນະທຳຂອງທຸກເຜົ່າ, ແມ່ນການປະສານສົມທົບຢ່າງປະສົມກົມກ່ຽວວັດທະນະທຳຕ່າງໆ ຂອງເຜົ່າອ້າຍນ້ອງຕ່າງໆ; ພາສາ ແລະຕົວໜັງສືລາວແມ່ນພາສາກາງ ແລະທັງເປັນຕົວໜັງສືປະຈຳຊາດ ຂອງທຸກເຜົ່າອ້າຍນ້ອງ; ເຖິງຢ່າງໃດກໍຕາມແຕ່ລະເຜົ່າກໍຍັງຄົງຮັກສາພາສາປາກເວົ້າ ແລະຍັງມີຮີດຄອງປະເພນີຕ່າງໆ”.

  ສີ່, “ຍູ້ແຮງການສ້າງຄອບຄົວ ແລະບ້ານວັດທະນະທຳ ໃຫ້ເຂັ້ມແຂງ” ບົນຈິດໃຈ “ປັບປຸງຍົກລະດັບຂະບວນການສ້າງຄອບຄົວ ແລະບ້ານວັດທະນະທຳໃໝ່ ຕິດພັນກັບການສ້າງແບບແຜນດຳລົງຊິວິດໃໝ່ ແລະການພັດທະນາອະລິຍະທຳທາງດ້ານຈິດໃຈຂອງສັງຄົມ ບົນພື້ນຖານສືບທອດຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແລະຊຸມຊົນໄປ ພ້ອມໆກັບການແກ້ໄຂ, ຕີຖອຍສິ່ງຫຼ້າຫຼັງ, ງົມງວາຍ; ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ, ມີຄວາມເອື້ອເຟື້ອເພື່ອແຜ່ໃນຊຸມຊົນ, ພ້ອມທັງກະຕຸ້ນໃຫ້ເກີດຄ່ານິຍົມຮັກການຮຽນ, ສະແຫວງຫາຄວາມຮູ້ໃໝ່ຂອງປະຊາຊົນ, ຍົກລະດັບການສຶກສາຂອງຄົນຮຸ່ນໃໝ່ຢ່າງຕໍ່ເນື່ອງ”.

ຫ້າ, “ປົກປັກຮັກສາວັດທະນະທຳ ຕິດພັນກັບການຮັກສາສິ່ງແວດລ້ອມ ” ຕາມທິດທີ່ວ່າ: “ຕ້ອງ​ຖື​ເອົາ​ການ​ພັດທະນາ​ສີ​ຂຽວ, ສົມ​ດູນ ​ແລະ​ສະກັດ​ກັ້ນມົນ​ລະ​ຜິດ… ​ເປັນ​ອົງ​ປະ​ກອບ​ຕົ້ນຕໍຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ການ​ຄ້ຳປະກັນ​ຄວາມ​ໝັ້ນຄົງ​ ​ໃນ​ດ້ານ​ເສດຖະກິດ-ສັງຄົມ; ປູກ​ຈິດ​ສຳນຶກ​ໃຫ້​ສັງຄົມຖື​ການ​ພັດທະນາ​ເສດຖະກິດຕ້ອງ​ໄປ​ພ້ອມ​ກັບ​ການ​ປົກ​ປ້ອງ​ທຳ​ມະ​ຊາດ, ຮັກສາ​ລະບົບ​ນິ​ເວດ ​ແລະ​ການຄຸ້ມຄອງມົນ​ລະ​ພິດ, ການຄຸ້ມຄອງນຳ້  ແລະອຸຕຸນິຍົມ-ອຸທົກກະສາດ, ຂົງເຂດສິ່ງແວດລ້ອມ ແລະການປ່ຽນແປງດິນຟ້າອາກາດ ສ້າງ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ ໃຫ້ແກ່​ການ​ປະກອບ​ອາຊີບຂອງ​ປະຊາຊົນ ທີ່​ບໍ່​ເປັນ​ການ​ທຳລາຍ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ”.

ຫົກ; “ ປົກປັກຮັກສາ ແລະເສີມຂະຫຍາຍວັດທະນະທຳເຜົ່າມົ້ງ ”. ດ້ວຍການ “ປົກປ້ອງມໍລະດົກທາງດ້ານວັດທະນະທຳຢ່າງເຂັ້ມງວດ, ເສີມຂະຫຍາຍ ແລະພັດທະນາບັນດາຄຸນຄ່າຂອງສິລະປະວັນນະຄະດີອັນເປັນເອກະລັກອັນດີງາມຂອງຊາດ, ຂອງເຜົ່າ ແລະວັດທະນະທຳທາງດ້ານຈິດໃຈອື່ນໆ ໃຫ້ກົມກືນ ແລະຄຽງຄູ່ກັບຄວາມສີວິໄລຂອງຍຸກສະໄໝ”.

ໃນໄລຍະຜ່ານມາການປົກປັກຮັກສາ ແລະເສີມຂະຫຍາຍວັດທະນະທຳທາງດ້ານວັດຖຸກໍຄືການຕັ້ງຖິ່ນຖານບ້ານເຮືອນທີ່ອາໄສຢູ່ຕາມເຂດພູສູງ; ການຖາງປ່າເຮັດໄຮ່ປູກເຂົ້າ, ພຶດຜັກຊະນິດຕ່າງໆ ເພື່ອລ້ຽງຊີບ; ການນຸ່ງຖືແຕ່ງກາຍ: ແມ່ນຍັງຮັກສາໄດ້ວັດທະນາທຳທີ່ເປັນເອກະລັກຂອງເຜົ່າ.

ເຈັດ; “ ປົກປັກຮັກສາ ແລະເສີມຂະຫຍາຍວັດທະນະທຳເຜົ່າເມີ້ຍ ບົນຈິດໄຈຮັກສາໄດ້ມູນເຊື້ອ ແລະຮີດຄອງປະເພນີບໍ່ປ່ຽນແປງ; ວັດທະນະທຳທາງດ້ານວັດຖຸຮັກສາໄດ້ການນຸ່ງຖືຕາມປະເພນີໃນພິທີຕ່າງໆໄດ້ດີ; ວັດທະນະທໍາການກິນ, ການດື່ມ; ການຜະລິດເຄື່ອງໃຊ້ໃນຄົວເຮືອນ; ພາຫະນະ ແລະວິທີການຂົນສົ່ງ; ເຄື່ອງມືການຜະລິດ; ມູນເຊື້ອການປູກຝັງ, ລ້ຽງສັດ, ດ້ານຫັດຖະກໍາ ແລະເສດຖະກິດ ຂອງສັງຄົມປະຖົມບູຮານເຜົ່າເມີ້ຍໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທໍາ.  

ຜ່ານກອງປະຊຸມສຳມະນາໃນຄັ້ງນີ້ ນອກຈາກເປັນການຄົ້ນຄວ້າແລກປ່ຽນບົດຮຽນທາງດ້ານທິດສະດີ ແລະພຶດ ຕິກໍາທີ່ມີຊີວິດຊີວາແລ້ວ ຍັງຈະປະກອບສ່ວນເຂົ້າໃນການບູລະນະແນວທາງ, ແຜນນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ, ກໍຄືວັດທະນະທຳກັບການພັດທະນາແບບຍືນຍົງໃຫ້ສົມບູນຍິ່ງຂຶ້ນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ