ການສັກວັກຊິນຕ້ານໂຄວິດ 19 ແມ່ນເປັນວິທີທີ່ດີໃນການສ້າງພູມຄຸ້ມກັນ ແລະສາມາດຫຼຸດຜ່ອນຄວາມຮຸນແຮງເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ19, ແລະຕັດຕ່ອງໂສ້ການແຜ່ລະບາດຂອງພະຍາດດັ່ງກ່າວ.

ດັ່ງນັ້ນ, ແພດໝໍໂຮງໝໍເມືອງໄຊທານີ ໄດ້ລົງເຄຶ່ອນໄຫວສັກວັກຊິນ ຊື່ງນໍາໂດຍ: ທ່ານ ດຣ ນ. ດາວວີ ດວງບຸດດີ ອຳນວຍການໂຮງໝໍເມືອງໄຊທານີ ພ້ອມດ້ວຍແພດ 4 ທ່ານ ໄດ້ລົງເຄື່ອນໄຫວສັກວັກຊິນເຂັມທີ 3 ໃຫ້ພະນັກງານບຳນານ, ພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຕອນແລງຂອງວັນທີ 21 ມັງກອນ 2022 ທີ່ສະໂມສອນ ສມປຊ.

ໃນລະຫວ່າງການສັກວັກຊິນເຂັມ 3 ມີບັນດາຜູ້ທີ່ສັກວັກຊິນ Pfizer ແລະຜູ້ທີ່ສັກວັກຊິນ AstraZeneca ຊື່ງອີງຕາມເງື່ອນໄຂສຸຂະພາບແຕ່ລະທ່ານທີ່ມາຮັບວັກຊິນເຂັມ 3.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ