ຊຸດເຝິກອົບຮົມພາສາຈີນແມ່ນໂຄງການໜຶ່ງທີ່ນອນໃນວຽກງານ ຂອງຫ້ອງຮຽນຂົງຈືສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ຄວາມຮັບຜິດຊອບ ຂອງຫ້ອງການ ສມປຊ, ກົມຈັດຕັ້ງ-ພະນັກງານ ແລະສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ. ໂດຍໄດ້ຄັດເລືອກເອົາພະນັກງານ, ຄູ-ອາຈານຈາກບັນດາກົມຕ່າງໆເປັນຕົ້ນແມ່ນ: ຄະນະວິຊາ, ສູນ, ຫ້ອງການ ພາຍໃນ ສມປຊ ລວມທັງໝົດ 22 ທ່ານ, ຍິງ 8 ທ່ານ. ເລີ່ມຈັດຕັ້ງການຮຽນ-ການສອນ ຕັ້ງແຕ່ວັນທີ 10 ມີນາ 2021 ຈົນມາເຖິງເດືອນທັນວາ 2021. ຄູ-ອາຈານ ທີ່ຮັບຜິດຊອບໃນການຂຶ້ນຫ້ອງຝຶກອົບຮົມມີທັງໝົດ 03 ທ່ານ, ຍິງ 03 ທ່ານ; ໃນນັ້ນ, ມີອາຈານຊ່ຽວຊານຈາກ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ 01 ທ່ານ, ຍິງ 01 ທ່ານ.

  ພິທີດັ່ງກ່າວ, ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ ແລະທ່ານ ລົວ ມິງ (luoming) ອຳນວຍການສະຖາບັນຂົງຈືຝ່າຍຈີນ, ທ່ານ ນາງ ວິເສດ ກິດຕິພັນທອງ ຮອງອໍານວຍການສະຖາບັນຂົງຈືຝ່າຍລາວ, ມີຕາງໜ້າແຕ່ລະກົມ, ຄະນະ, ສູນແນວຄິດ ໄກສອນ ພົມວິຫານ ແລະສູນຂໍ້ມູນຂ່າວສານ ແລະຄູ-ອາຈານ ຊ່ຽວຊານຈາກສະຖາບັນຂົງຈືເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປທ ສົນທະຍາ ເທບນຸຮັກ ຫົວໜ້າພະແນກພົວພັນຕ່າງປະເທດ ໄດ້ຜ່ານບົດສະຫຼຸບລາຍງານວ່າ: ຫຼັກສູດທີ່ນຳໃຊ້ເຂົ້າໃນການເຝິກອົບຮົມແມ່ນຫຼັກສູດລະດັບເລີ່ມຕົ້ນ, ໂດຍກໍານົດເວລາໃນການເຝິກອົບຮົມ 234 ຊົ່ວໂມງ, ປຶ້ມແບບຮຽນທີ່ນໍາໃຊ້ເຂົ້າໃນການເຝິກອົບຮົມ ລວມທັງໝົດມີ 02 ເຫຼັ້ມຄື: ວິຊາ ສົນທະນາພາສາຈີນ ເຫຼັ້ມທີ 1(汉语会话)ແລະປຶ້ມສອບເສັງວັດລະດັບພາສາຈີນ HSK1. ການເຝິກອົບຮົມດັ່ງກ່າວມີຈຸດປະສົງແນໃສ່ສ້າງພື້ນຖານທາງດ້ານພາສາຈີນ ໃຫ້ແກ່ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ໃຫ້ສາມາດນໍາໃຊ້ພາສາຈີນເຂົ້າໃນການສົນທະນາໃນສະຖານະການຕົວຈີງ ແລະສາມາດສອບເສັງວັດລະດັບພາສາຈີນ ຜ່ານລະດັບ HSK1.

ການຮຽນ-ການສອນໄລຍະຜ່ານມາ ຄູ-ອາຈານ ແມ່ນໄດ້ເອົາໃຈໃສ່ຂຶ້ນຫ້ອງສິດສອນຢ່າງຕໍ່ເນື່ອງ ໂດຍນໍາໃຊ້ສອງຮູບແບບຄື: ສອນໃນຫ້ອງຮຽນ ແລະການສອນແບບອອນລາຍ ເຊິ່ງຮັບປະກັນການຂຶ້ນຫ້ອງຝຶກອົບຮົມໄດ້ 100% ບໍ່ມີຊົ່ວໂມງປະລະ, ລວມຊົ່ວໂມງຂຶ້ນຫ້ອງທັງໝົດ 234 ຊົ່ວໂມງ.

        

ທ່ານ ລົວ ມິງ (luoming) ອຳນວຍການສະຖາບັນຂົງຈືຝ່າຍຈີນ

ນອກນັັ້ນ, ຄູ-ອາຈານ ຍັງໄດ້ເຮັດກິດຈະກໍາຮ່ວມກັນໃນຫ້ອງຮຽນ, ນອກຫ້ອງຮຽນ ແລະຮູບແບບການສອນທີ່ຫຼາກຫຼາຍ ໂດຍເອົານັກຮຽນເປັນໃຈກາງ ເຊິ່ງຜ່ານການຮຽນ-ການສອນ ເຫັນວ່າ ນັກເຝິກອົບຮົມມີຄວາມຮູ້ທາງດ້ານພາສາຈີນ ແລະມີການພັດທະນາທີ່ດີຂຶ້ນເລື້ອຍໆ, ຈາກທີ່ບໍ່ມີຄວາມຮູ້ພື້ນຖານທາງດ້ານພາສາຈີນມາກ່ອນສາມາດເວົ້າ ແລະຂຽນໄດ້ໃນລະດັບພື້ນຖານໂດຍສະແດງອອກ ຜົນຂອງການຮຽນຂອງນັກເຝິກອົບຮົມທັງໝົດສາມາດສອບເສັງຄະແນນສະເລ່ຍຜ່ານ 60 ຄະແນນຂຶ້ນໄປ ມີຈຳນວນ 20 ທ່ານ, ຍິງ 07 ທ່ານ; ກວມ 90,90%.ໃນໂອກາດດຽວກັນ, ຫຼັງຈາກສໍາເລັດການຮັບຟັງບົດສະຫຼບຊຸດເຝິກອົບຮົມດັ່ງກ່າວ ກໍ່ໄດ້ມີພິທີມອບໃບຢັ້ງຢືນ ໂດຍການກ່າວມອບ ຂອງ ທ່ານ ລົວມິງ ພ້ອມທັງກ່າວມອບປື້ມແບບຮຽນຮັບໃຊ້ການຮຽນ-ການສອນ ຈຳນວນ 364 ຫົວ ຄິດເປັນມູນຄ່າ 15.786.000 ກີບ ແລະຕອນທ້າຍພິທີຄະນະປະທານໄດ້ສະແດງຄວາມຊົມເຊີຍຕໍ່ກັບຄະນະຈັດເຝິກອົບຮົມ ແລະສຳມະນາກອນທຸກໆທ່ານ ທີ່ໄດ້ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າຮ່ຳຮຽນເຮັດໃຫ້ຊຸດເຝິກອົບຮົມຄັ້ງນີ້ ມີຜົນສໍາເລັດ ແລະເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະທ່ານໄດ້ເນັ້ນໃຫ້ສໍາມະນາກອນທັງໝົດ ເອົາໃຈໃສ່ຕໍ່ການນໍາເອົາບົດຮຽນທີ່ໄດ້ຈາກການເຝິກອົບຮົມ ແລະກິດຈະກຳຕ່າງໆ ໃນການຝຶກອົບຮົມຄັ້ງນີ້ມາພັດທະນາຕົນເອງໃຫ້ມີຄວາມໜັກແໜ້ນທາງດ້ານພາສາຈີນ ພ້ອມທັງສາມາດຍາດແຍ້ງເອົາທຶນໄປສຶກສາໃນໄລຍະສັ້ນ ແລະໄລຍະຍາວ ຢູ່ ສປ ຈີນ ໃນອະນາຄົດ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ