ຂ່າວຫຼ້າສຸດ

ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ ກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມ 3 ຝ່າຍສຸມໃສ່ຫັນເປັນທັນສະໄໝ ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກິດຈະກຳຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ ຢ່າງຄຶກຄື້ນ

ຄະນະບໍລິຫານສາດ ເຂົ້າຮ່ວມສຳມະນາທາງວິຊາການ ວ່າດ້ວຍກົດໝາຍປົກຄອງ ມຸ່ງສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນທາງການສຶກສາ

ໃນວັນທີ 12 ມີນາ 2026 ທີ່ຜ່ານມາ, ຄະນະບໍລິຫານສາດ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການພັດທະນາບຸກຄະລາກອນ ແລະຍົກລະດັບຄວາມຮູ້ທາງດ້ານການເມືອງ-ການປົກຄອງ ໂດຍການຈັດຕັ້ງຄະນະຜູ້ແທນເຂົ້າຮ່ວມຮັບຟັງການບັນຍາຍທາງວິຊາການຜ່ານລະບົບທາງໄກ (Online) ພາຍໃຕ້ຫົວຂໍ້: “ການບັນຍາຍທາງວິຊາການ ເພື່ອສົ່ງເສີມຄວາມຮູ້ຄວາມເຂົ້າໃຈກ່ຽວກັບຫຼັກກົດໝາຍປົກຄອງ”. ກອງປະຊຸມດັ່ງກ່າວເປັນການແລກປ່ຽນບົດຮຽນລະ ດັບສອງຊາດ ລາວ-ໄທ ເຊິ່ງມີຄວາມສຳຄັນຢ່າງຍິ່ງຕໍ່ກັບການພັດທະນາລະບົບຍຸຕິທຳ ແລະການບໍລິຫານລັດໃນຍຸກປັດຈຸບັນ.          ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເປັນກຽດນຳພາໂດຍ: ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ພ້ອມດ້ວຍພະນັກງານ, ຄູ-ອາຈານພາຍໃນຄະນະຈຳນວນ 5…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍູ້ແຮງການຫັນເປັນທັນສະໄໝ ຈັດຕັ້ງຝຶກອົບຮົມການນຳໃຊ້ປັນຍາປະດິດ (AI) ແລະມາດຕະຖານ APA 7th ໃຫ້ແກ່ພະນັກງານ ແລະຄູ-ອາຈານ

         ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດຕັ້ງຊຸດຝຶກອົບຮົມການນຳໃຊ້ລະບົບປັນຍາປະດິດ (AI) ແລະມາດຕະຖານການຂຽນບົດແບບ APA 7th Edition ຂຶ້ນໃນວັນທີ 12-13 ມີນາ 2026. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ແລະໂອ້ລົມຊີ້ນຳໂດຍ: ທ່ານ ປທ ນ.ຄຳຫຼ້າ ແກ້ວອຸ່ນຄຳ, ຮອງຫົວໜ້າ ສມປຊ, ໂດຍມີ ທ່ານ ປອ ສົມສັກ ອິນທະສອນ ຮອງຫົວໜ້າຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ…

ຜົນສຳເລັດການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກ ສາປະລິນຍາໂທ ຮຸ່ນທີ XXI (ສມປຊ) ທີ່ເມືອງເຟືອງ ບາດກ້າວສຳຄັນໃນການຫັນທິດສະດີສູ່ພຶດຕິກຳຕົວຈິງຂອງພັກ

       ພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຖືເອົາວຽກງານການກໍ່ສ້າງຮາກຖານການເມືອງ ເປັນວຽກງານຍຸດທະສາດ ແລະເປັນປັດໄຈຊີ້ຂາດຕໍ່ຜົນສຳເລັດຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍປະຕິ ບັດຕາມແນວທາງດັ່ງກ່າວ, ໃນຕອນເຊົ້າຂອງວັນທີ 16 ມີນາ 2026 ທີ່ ເມືອງເຟືອງ, ແຂວງວຽງຈັນ ໄດ້ມີການຈັດພິ ທີປິດບັ້ນລົງຝຶກງານການກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາປະລິນຍາໂທຮຸ່ນທີ XXI ຈາກສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຢ່າງເປັນທາງການ ພາຍຫຼັງທີ່ໄດ້ລົງເຄື່ອນໄຫວພຶດຕິກຳຕົວຈິງເປັນເວລາ 20 ວັນ (ແຕ່ວັນທີ…

ກອງປະຊຸມພົບປະແລກປ່ຽນວຽກງານຊາວໜຸ່ມ ແລະ ວຽກງານການຄົ້ນຄວ້າວິທະຍາສາດ ທີ່ ສມປຊ

ໃນຕອນບ່າຍຂອງວັນທີ 12 ມີນາ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນວຽກງານຊາວໜຸ່ມ ແລະ ວຽກງານການຄົ້ນຄວ້າວິທະຍາສາດ ຂຶ້ນຢ່າງຄຶກຄື້ນ ແລະ ມີຄວາມໝາຍສຳຄັນທາງດ້ານການເມືອງຢ່າງເລິກເຊິ່ງ ຊຶ່ງຈັດຂຶ້ນທີ່ສະໂມສອນໃຫຍ່ ສມປຊ. ກອງປະຊຸມດັ່ງກ່າວ ແມ່ນການຮ່ວມມືປະຫວັດສາດ ລະຫວ່າງ 3 ອົງການສຳຄັນ ຄື: ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງການຕ່າງປະເທດ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ.          ກອງປະຊຸມອັນຊົງກຽດນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມ ແລະ…

ຂ່າວອື່ນໆ