ພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຖືເອົາວຽກງານການກໍ່ສ້າງຮາກຖານການເມືອງ ເປັນວຽກງານຍຸດທະສາດ ແລະເປັນປັດໄຈຊີ້ຂາດຕໍ່ຜົນສຳເລັດຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍປະຕິ ບັດຕາມແນວທາງດັ່ງກ່າວ, ໃນຕອນເຊົ້າຂອງວັນທີ 16 ມີນາ 2026 ທີ່ ເມືອງເຟືອງ, ແຂວງວຽງຈັນ ໄດ້ມີການຈັດພິ ທີປິດບັ້ນລົງຝຶກງານການກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາປະລິນຍາໂທຮຸ່ນທີ XXI ຈາກສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຢ່າງເປັນທາງການ ພາຍຫຼັງທີ່ໄດ້ລົງເຄື່ອນໄຫວພຶດຕິກຳຕົວຈິງເປັນເວລາ 20 ວັນ (ແຕ່ວັນທີ 25 ກຸມພາ ຫາ 16 ມີນາ 2026).

ພິທີດັ່ງກ່າວໄດ້ດຳເນີນໄປພາຍໃຕ້ການເປັນປະທານ ຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ ຫາຍ ພູທະນູເພັດ ໄຊສົມບັດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງວຽງຈັນ, ພ້ອມດ້ວຍບັນດາຄະນະຮັບຜິດຊອບ, ຄະນະບໍລິຫານງານພັກເມືອງ, ພະນັກງານ, ຄູ-ອາຈານ, ອົງການປົກຄອງບ້ານ ແລະນັກສຶກສາປະ ລິນຍາໂທຮຸ່ນທີ XXI ເຂົ້າຮ່ວມຢ່າງພ້ອມພຽງ.
ການລົງກໍ່ສ້າງຮາກຖານໃນຄັ້ງນີ້ ບໍ່ພຽງແຕ່ເປັນການປະຕິບັດຕາມຫຼັກສູດການຮຽນ-ການສອນ ຂອງ ສມປຊ ເທົ່ານັ້ນ, ແຕ່ຍັງເປັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ທີ່ຮຽກຮ້ອງໃຫ້ພະນັກງານນຳພາ-ຄຸ້ມຄອງ ຕ້ອງລົງເລິກຕິດແທດກັບມະຫາຊົນ, ພຶດຕິກຳຕົວຈິງຢູ່ຮາກຖານ ແມ່ນສູນລວມແຫ່ງການທົດສອບຄວາມຮູ້ທາງດ້ານທິດສະດີການເມືອງ, ວິຊາປັດຊະຍາ ແລະການບໍລິຫານລັດ ທີ່ນັກສຶກສາໄດ້ຮ່ຳຮຽນມາ ເພື່ອນຳໄປໝູນໃຊ້ເຂົ້າໃນການແກ້ໄຂບັນຫາຕົວຈິງຂອງປະຊາຊົນ.

ທ່ານ ປທ ນ. ສຸດໃຈ ວົງພະຈັນ ຫົວໜ້າພະແນກຄຸ້ມຄອງນັກສຶກສາ ໄດ້ຜ່ານບົດສະຫຼຸບວ່າ: ໃນໄລຍະ 20 ວັນຜ່ານມາ, ນັກສຶກສາປະລິນຍາໂທຮຸ່ນທີ XXI ໄດ້ລົງເລິກຢູ່ບັນດາບ້ານເປົ້າໝາຍໃນທົ່ວເມືອງເຟືອງ. ພວກກ່ຽວໄດ້ ດໍາລົງຊີວິດຮ່ວມກັນ ແລະພ້ອມກັນເຮັດວຽກກັບປະຊາຊົນ ເຊິ່ງເປັນການສ້າງຄວາມເຂົ້າໃຈອັນເລິກເຊິ່ງຕໍ່ກັບສະພາບການເມືອງ, ເສດຖະກິດ-ສັງຄົມ ແລະ ຄວາມຕ້ອງການອັນແທ້ຈິງຂອງພໍ່ແມ່ປະຊາຊົນ. ນີ້ຄືຂະບວນການ “ເອົາມະຫາ ຊົນເປັນກົກ” ຢ່າງແທ້ຈິງ ເຊິ່ງເປັນຫົວໃຈຫຼັກຂອງການນຳພາຂອງພັກ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ, ບົດສະຫຼຸບການລົງຮາກຖານໄດ້ຕີລາຄາສູງ ຕໍ່ໝາກຜົນທີ່ຍາດມາໄດ້ເຊິ່ງສະ ແດງອອກໃນຫຼາຍດ້ານທີ່ສຳຄັນກໍ່ແມ່ນດ້ານການເມືອງ:
- ການກຳແໜ້ນແນວທາງນະໂຍບາຍ: ນັກສຶກສາໄດ້ຮັບການຝຶກຝົນຫຼໍ່ຫລອມໃນການນຳເອົາແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດລົງໄປເຜີຍແຜ່ ແລະຈັດຕັ້ງປະຕິບັດໃຫ້ເລິກເຊິ່ງເຖິງຖອງ, ຊ່ວຍໃຫ້ຮາກຖານມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ.
– ການນຳພາ-ຊີ້ນຳແບບໃກ້ຊິດ: ການເຮັດວຽກຕົວຈິງຊ່ວຍໃຫ້ນັກສຶກສາເຂົ້າໃຈເຖິງສິລະປະໃນການນຳພາ-ຊີ້ນຳ, ການຕິດຕາມກວດກາວຽກງານຢ່າງທົ່ວເຖິງ ແລະໃກ້ຊິດຕິດແທດກັບມະຫາຊົນ.
– ການເສີມສ້າງຄວາມສາມັກຄີເປັນປຶກແຜ່ນ: ໄດ້ຍົກສູງຈິດໃຈການເຮັດວຽກເປັນໝູ່ຄະນະ (Team work), ຮຽນຮູ້ເຊິ່ງກັນແລະກັນ, ທີ່ສຳຄັນແມ່ນການປັບຕົວເຂົ້າກັບສະພາບແວດລ້ອມ ແລະວັດທະນະທຳຂອງທ້ອງຖິ່ນໄດ້ຢ່າງວ່ອງໄວ.


ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ມີຄຳເຫັນໂອ້ລົມໂດຍໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບທາງການເມືອງຂອງນັກສຶກສາ. ພ້ອມດຽວກັນນັ້ນ, ທ່ານປະທານ ຍັງໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບ ສົ່ງຜ່ານຄວາມຮູ້ບຸນຄຸນອັນເລິກເຊິ່ງໄປຍັງຄະນະປະຈຳພັກແຂວງ, ຄະນະປະຈຳພັກເມືອງ, ອົງການປົກຄອງເມືອງເຟືອງ, ອົງການປົກຄອງບ້ານ ແລະທີ່ສຳຄັນທີ່ສຸດຄື “ພໍ່ແມ່ປະຊາຊົນຊາວເມືອງເຟືອງ”.
ທ່ານໄດ້ເນັ້ນໜັກວ່າ:”ຜົນສຳເລັດໃນຄັ້ງນີ້ ກໍ່ເປັນສ່ວນສໍາຄັນຕໍ່ກັບການທີ່ໄດ້ຮັບການຕ້ອນຮັບທີ່ອັນອົບອຸ່ນ, ການອຳນວຍຄວາມສະດວກດ້ານທີ່ພັກອາໄສ, ເຂົ້າປາອາຫານ ແລະການຮ່ວມໄມ້ຮ່ວມມືຢ່າງໃກ້ຊິດຈາກພໍ່ແມ່ປະຊາ ຊົນ ແລະອົງການປົກຄອງບ້ານ ທີ່ໄດ້ເສຍສະຫຼະ ແລະໃຫ້ການເບິ່ງແຍງນັກສຶກສາ, ຄູ-ອາຈານຂອງພວກເຮົາເປັນຢ່າງດີ.”ນອກຈາກນີ້, ທ່ານຍັງໄດ້ເຊື່ອມໂຍງຜົນສຳເລັດດັ່ງກ່າວ ເຂົ້າກັບບັນຍາກາດແຫ່ງການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910 – 8 ມີນາ 2026) ທີ່ຫາກໍ່ຜ່ານພົ້ນໄປ ເພື່ອເປັນການຍົກສູງບົດບາດຂອງແມ່ຍິງໃນວຽກງານການເມືອງ-ສັງຄົມ.
ສະຫຼຸບລວມແລ້ວ, ບັ້ນລົງຝຶກງານການກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາປະລິນຍາໂທຮຸ່ນທີ XXI ທີ່ເມືອງເຟືອງ ແມ່ນໜ້າທີ່ການເມືອງໜຶ່ງທີ່ສຳຄັນ ທີ່ໄດ້ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານນຳພາ-ຄຸ້ມຄອງລຸ້ນໃໝ່ ໃຫ້ມີທັດສະນະຫຼັກໝັ້ນທາງການເມືອງທີ່ໜັກແໜ້ນ, ມີແບບແຜນວິທີເຮັດວຽກທີ່ຕິດແທດມະຫາຊົນ ແລະກຽມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ ໃນອະນາຄົດ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ແສງອາລຸນ ຂັນເງິນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
