ໃນວັນທີ 12 ມີນາ 2026 ທີ່ຜ່ານມາ, ຄະນະບໍລິຫານສາດ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການພັດທະນາບຸກຄະລາກອນ ແລະຍົກລະດັບຄວາມຮູ້ທາງດ້ານການເມືອງ-ການປົກຄອງ ໂດຍການຈັດຕັ້ງຄະນະຜູ້ແທນເຂົ້າຮ່ວມຮັບຟັງການບັນຍາຍທາງວິຊາການຜ່ານລະບົບທາງໄກ (Online) ພາຍໃຕ້ຫົວຂໍ້: “ການບັນຍາຍທາງວິຊາການ ເພື່ອສົ່ງເສີມຄວາມຮູ້ຄວາມເຂົ້າໃຈກ່ຽວກັບຫຼັກກົດໝາຍປົກຄອງ”. ກອງປະຊຸມດັ່ງກ່າວເປັນການແລກປ່ຽນບົດຮຽນລະ ດັບສອງຊາດ ລາວ-ໄທ ເຊິ່ງມີຄວາມສຳຄັນຢ່າງຍິ່ງຕໍ່ກັບການພັດທະນາລະບົບຍຸຕິທຳ ແລະການບໍລິຫານລັດໃນຍຸກປັດຈຸບັນ.

         ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເປັນກຽດນຳພາໂດຍ: ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ພ້ອມດ້ວຍພະນັກງານ, ຄູ-ອາຈານພາຍໃນຄະນະຈຳນວນ 5 ທ່ານທີ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

       ການສຳມະນາຄັ້ງນີ້ບໍ່ໄດ້ເປັນພຽງແຕ່ການຍົກລະດັບຄວາມຮູ້ທາງດ້ານນິຕິສາດທົ່ວໄປ, ແຕ່ຫາກມີໄລຍະສຳຄັນຢ່າງເລິກເຊິ່ງທາງດ້ານການເມືອງ ແລະ ການປົກຄອງ. “ກົດໝາຍປົກຄອງ” ແມ່ນກົນໄກຫຼັກທີ່ຮັບປະກັນການນຳໃຊ້ອຳ ນາດລັດໃຫ້ຢູ່ໃນຂອບເຂດ, ຮັບປະກັນຄວາມໂປ່ງໃສ ແລະປົກປ້ອງສິດທິຜົນປະໂຫຍດອັນຊອບທຳຂອງປະຊາຊົນຈາກການປະຕິບັດໜ້າທີ່ຂອງອົງການບໍລິຫານລັດ. ການທີ່ຄະນະບໍລິຫານສາດ ເຊິ່ງເປັນແຫຼ່ງຄວາມຮູ້ຂອງການປົກຄອງ ກໍ່ສ້າງ, ບຳລຸງສະມາຊິກພັກ, ພະນັກງານ, ບຸກຄະລາກອນຮັບໃຊ້ຊາດ ໄດ້ໃຫ້ຄວາມສຳຄັນກັບວຽກງານນີ້, ສະແດງໃຫ້ເຫັນເຖິງວິໄສທັດໃນການຊຸກຍູ້ປະເທດຊາດກ້າວໄປສູ່ການເປັນ “ລັດແຫ່ງກົດໝາຍ” ຢ່າງແທ້ຈິງ.

         ເນື້ອໃນສຳຄັນຂອງການບັນຍາຍ ໄດ້ເຈາະເລິກເຖິງພາລະບົດບາດຂອງໄອຍະການ ແລະຕຸລາການໃນການດຳເນີນຄະດີປົກຄອງ ໂດຍມີການປຽບທຽບ ລະຫວ່າງ ສປປ ລາວ ແລະຣາຊະອານາຈັກໄທ ລວມເຖິງຫຼັກການ ແລະວິ ທີປະຕິບັດໃນການຊັ່ງຊາຄະດີຂອງສານປົກຄອງ ໃນມິຕິທາງການເມືອງ, ການສຶກສາປຽບທຽບນີ້ແມ່ນການເປີດກວ້າງໂລກະທັດທາງດ້ານທຳມາພິບານ (Good Governance). ມັນຊ່ວຍໃຫ້ຄູ-ອາຈານ, ນັກວິຊາການສາມາດຖອດຖອນບົດຮຽນວ່າປະເທດເພື່ອນບ້ານ ມີກົນໄກການກວດກາອຳນາດລັດຄືແນວໃດ ແລະເຮົາຈະສາມາດນຳໃຊ້ຄວາມຮູ້ນັ້ນມາໝູນໃຊ້ເຂົ້າໃນການສິດສອນ ແລະພັດທະນາທິດສະດີການບໍລິຫານລັດໃນ ສປປ ລາວ ໄດ້ແນວໃດເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

       ການເຂົ້າຮ່ວມຂອງ ທ່ານ ປທ ນ. ອານົງ ຂັນທະຍົງ ແລະ ຄູ-ອາຈານ ທັງ 5 ທ່ານ ຖືເປັນບາດກ້າວສຳຄັນໃນການນຳເອົາຄວາມຮູ້ທີ່ທັນສະໄໝ ມາບູລະນາການເຂົ້າໃນຫຼັກສູດການຮຽນ-ການສອນ ຂອງຄະນະບໍລິຫານສາດ. ບັນ ດາຄູ-ອາຈານເຫຼົ່ານີ້ ຈະກາຍເປັນຜູ້ຖ່າຍທອດແນວຄິດທາງການເມືອງ ແລະຫຼັກການຄຸ້ມຄອງລັດທີ່ໂປ່ງໃສໃຫ້ແກ່ນັກ ສຶກສາເຊິ່ງຈະເຕີບໃຫຍ່ກາຍເປັນພະນັກງານລັດ, ນັກບໍລິຫານ ແລະຜູ້ນຳໃນອະນາຄົດ.

         ນອກຈາກນັ້ນ, ຍັງເປັນການສ້າງເຄືອຂ່າຍທາງວິຊາການ ແລະຄວາມເຂົ້າໃຈອັນດີ ລະຫວ່າງ ສະຖາບັນການສຶກສາ ແລະອົງການຈັດຕັ້ງລັດຂັ້ນສູງ (ເຊັ່ນ: ສານປະຊາຊົນສູງສຸດ) ທີ່ຮ່ວມກັນຈັດກອງປະຊຸມດັ່ງກ່າວ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ