ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດຕັ້ງຊຸດຝຶກອົບຮົມການນຳໃຊ້ລະບົບປັນຍາປະດິດ (AI) ແລະມາດຕະຖານການຂຽນບົດແບບ APA 7th Edition ຂຶ້ນໃນວັນທີ 12-13 ມີນາ 2026. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ແລະໂອ້ລົມຊີ້ນຳໂດຍ: ທ່ານ ປທ ນ.ຄຳຫຼ້າ ແກ້ວອຸ່ນຄຳ, ຮອງຫົວໜ້າ ສມປຊ, ໂດຍມີ ທ່ານ ປອ ສົມສັກ ອິນທະສອນ ຮອງຫົວໜ້າຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ເປັນວິທະຍາກອນໃນການຝຶກອົບຮົມ ແລະມີສຳມະນາກອນເຊິ່ງເປັນພະນັກງານ ແລະຄູ-ອາຈານ ທີ່ເຮັດວຽກງານວິຊາການ ແລະຄົ້ນຄວ້າວິທະຍາສາດ ຈາກບັນດາກົມກອງ, ຫ້ອງການ, ສູນ ແລະຄະນະຕ່າງໆ ເຂົ້າຮ່ວມທັງໝົດ 53 ທ່ານ, ຍິງ 21 ທ່ານ.

ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ເນັ້ນໜັກເຖິງຄວາມສຳຄັນທາງດ້ານການເມືອງ ແລະແນວຄິດວ່າການຫັນປ່ຽນມານຳໃຊ້ເຕັກໂນໂລຊີ ແມ່ນກົດເກນແຫ່ງການຄົງຕົວ ແລະການພັດທະນາຂອງພວກເຮົາ. ຖ້າຫາກບໍ່ກ້າວເຂົ້າສູ່ຄວາມທັນຍຸກທັນສະໄໝ, ຈະກາຍເປັນຄວາມຫຼ້າຫຼັງ ແລະຖືກກົງລໍ້ປະຫວັດສາດທີ່ໝຸນໄປທຸກມື້ນັ້ນຢຽບຕາຍ. ການນຳໃຊ້ AI ເຂົ້າໃນການຮ່າງເອກະສານ, ການວິເຄາະຂໍ້ມູນ ແລະການສະຫຼຸບສັງລວມ ຈະຊ່ວຍຍົກສູງປະສິດທິພາບການເຮັດວຽກພາຍໃນສະຖາບັນຢ່າງກ້າວກະໂດດ, ທັງເປັນການປະຢັດເວລາ, ງົບປະມານ ແລະເຫື່ອແຮງຂອງບຸກຄະລາກອນ. ນອກຈາກນັ້ນ, ນີ້ຍັງເປັນການແນໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກສະຖາບັນ ໃຫ້ປະກົດຜົນເປັນຈິງ ເປັນຕົ້ນແມ່ນການຮີບຮ້ອນປັບປຸງບັນດາຫຼັກສູດການຮຽນ-ການສອນໃຫ້ສຳເລັດທັນຕາມກຳນົດເວລາ. ທ່ານປະທານຍັງໄດ້ຊີ້ແຈງໃຫ້ພະນັກງານລົບລ້າງແນວຄິດຄອງເດີມ ແລະຄວາມຢ້ານກົວຕໍ່ການນຳໃຊ້ເຕັກໂນໂລຊີ ໂດຍຊີ້ໃຫ້ເຫັນວ່າ AI ຈະຊ່ວຍໃຫ້ມີຄວາມຄິດສ້າງສັນຫຼາຍຂຶ້ນ ແລະມະນຸດຕ້ອງເປັນຜູ້ສະຫຼາດກວ່າ AI ໂດຍຮູ້ຈັກຄວບຄຸມ ແລະນຳໃຊ້ມັນຢ່າງມີຈັນຍາບັນ.

ທ່ານ ປທ ຄອນສະຫວັນ ແພງບຸບຜາ ຫົວໜ້າພະແນກຊັບສິນ ແລະໄອທີ ໄດ້ຜ່ານບົດສະຫຼຸບລາຍງານວ່າ:ຕະຫຼອດໄລຍະເວລາ ຂອງການຝຶກອົບຮົມ, ສຳມະນາກອນໄດ້ພ້ອມກັນຮ່ຳຮຽນ ແລະຝຶກຫັດຕົວຈິງຢ່າງຟົດ ຟື້ນ, ໂດຍໄດ້ຮຽນຮູ້ເຕັກນິກການຂຽນຄຳສັ່ງ (Prompt Engineering) ເພື່ອດຶງເອົາສັກກະຍະພາບຂອງ AI ເຊັ່ນ: ChatGPT, Gemini, ແລະ Claude ມາໃຊ້ງານຕົວຈິງ. ຄຽງຄູ່ກັນນັ້ນ, ຍັງໄດ້ລົງເລິກມາດຕະຖານການຂຽນບົດວິ ທະຍາສາດແບບ APA 7th Edition ເພື່ອຮັບປະກັນຄວາມເປັນສາກົນ ແລະຖືກຕ້ອງຕາມຫຼັກການອ້າງອີງ. ຜົນ ສຳເລັດຂອງບັ້ນຝຶກອົບຮົມຄັ້ງນີ້ ແມ່ນຍ້ອນການນຳພາ-ຊີ້ນຳຢ່າງໃກ້ຊິດຂອງຄະນະພັກ-ຄະນະນຳ ສມປຊ ບວກກັບຄວາມຫ້າວຫັນ, ກະຕືລືລົ້ນຂອງພະນັກງານ, ຄູ-ອາຈານ ແລະການທຸ່ມເທຄວາມຮູ້ຂອງຄູຝຶກ.







ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບດ້ານດີ ກໍຍັງພົບຂໍ້ຫຍຸ້ງຍາກບາງປະການ ເນື່ອງຈາກພື້ນຖານໄອທີຂອງສຳມະນາກອນບາງທ່ານຍັງມີຈຳກັດເພື່ອຮັບປະກັນຄວາມຍືນຍົງຂອງວຽກງານດັ່ງກ່າວ, ທາງຄະນະຈັດຕັ້ງໄດ້ສະເໜີໃຫ້ມີການສ້າງຄູ່ມືນຳໃຊ້ເປັນພາສາລາວ, ສະເໜີໃຫ້ຈັດຊຸດຝຶກອົບຮົມຂັ້ນສູງ (Advanced AI) ຕື່ມອີກ ແລະຮຽກຮ້ອງໃຫ້ຜູ້ທີ່ຜ່ານການຝຶກອົບຮົມໃນຄັ້ງນີ້ ນຳເອົາຄວາມຮູ້ໄປແບ່ງປັນ ແລະຝຶກສອນຕໍ່ໃຫ້ໝູ່ຄະນະພາຍໃນກົມກອງຂອງຕົນເອງ ເພື່ອໃຫ້ກ້າວໄປພ້ອມກັນ.
ໃນຕອນທ້າຍ, ທ່ານ ປທ ນ.ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າ ສມປຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ວິທະຍາກອນທີ່ໄດ້ທຸ່ມເທສະຕິປັນຍາພ້ອມທັງກ່າວປິດບັ້ນຝຶກອົບຮົມຢ່າງເປັນທາງການ. ທ່ານເຊື່ອໝັ້ນວ່າ ພະນັກງານ, ຄູ-ອາຈານ ສມປຊ ທຸກໆຄົນນຳເອົາບົດຮຽນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານມີຄວາມຄ່ອງຕົວ, ວ່ອງໄວ, ຊັດເຈນ ແລະກ້າວສູ່ຄວາມທັນສະໄໝຢ່າງແທ້ຈິງ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
