Category: ຂ່າວ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ ທີ່ແຂວງຊຽງຂວາງ

ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ແມ່ນໄດ້ໝູນວຽນຄົບຮອບ ປະຈຳສົກ 2021-2022 ຊຶ່ງທີ່ຜ່ານມາແມ່ນໄດ້ດຳເນີນໄປໃນສະພາບການຫຍຸ້ງຍາກຫຼາຍດ້ານ ແຕ່ຍ້ອນການນຳພາ-ຊີ້ນຳ ຢ່າງໃກ້ຊິດ ຈາກຄະນະປະຈຳພັກແຂວງ,​ ຄະນະພັກ, ຄະນະນໍາສະຖາບັນ ກໍຄືຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະອຳນວຍການໂຮງຮຽນ ຈຶ່ງເຮັດໃຫ້ລະບົບຮຽນຕ່າງໆ ສາມາດດຳເນີນໄປໄດ້ ໃນຖັນ​ແຖວສະມາຊິກພັກ, ​ພະນັກງານ-ລັດຖະກອນ, ນັກ​ສຶກສາ ມີຄວາມອຸ່ນອຽນ, ທຸ່ນທ່ຽງ, ມີຄວາມ​ເຊື່ອ​ໝັ້ນຕໍ່​ການ​ນຳພາ​ຂອງ​ພັກ. ສະນັ້ນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ເປີດກອງປະຊຸມດັ່ງກ່າວຂຶ້ນ ທີ່ ໂຮງຮຽນການເມືອງ…

ກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ທັດສະນະສຶກສາ ຢູ່ ສະຖາບັນພັດທະນາສີມືແຮງງານ

ສະຖາບັນພັດທະນາສີມືແຮງງານ, ເປັນສະຖາບັນໜຶ່ງ ໃນການຄົ້ນຄວ້າວິທະຍາສາດການພັດທະນາສີມືແຮງງານ, ສ້າງມາດຕະຖານສີມືແຮງງານ, ເຝິກສີມື, ທົດສອບອອກໃບຢັ້ງຢືນສີມືແຮງງານ ແລະຈັດການແຂ່ງຂັນສີມືແຮງງານ, ເຮັດໜ້າທີ່ບຳລຸງ-ກໍ່ສ້າງຜູ້ບໍລິຫານຄູ່ພັດທະນາສີມືແຮງງານ. ດັ່ງນັ້ນ, ກຳມະບານຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຈຶ່ງໄດ້ມີຄວາມສົນໃຈໃນເລື່ອງພັດທະນາສີມືແຮງງານໃຫ້ແກ່ຜູ້ທີ່ມີຄວາມສົນໃຈດ້ານວິຊາຊີບຕ່າງໆ ຊຶ່ງໜຶ່ງໃນນັ້ນໄດ້ຕິດພັນກັບ ວຽກງານກຳມະບານຂອງສະຖາບັນດັ່ງ ກ່າວ, ໃນການບໍລິຫານ, ການຄຸ້ມຄອງ, ນະໂຍບາຍຕ່າງໆຕໍ່ສະມາຊິກກຳມະບານ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ທັດສະນະສຶກສາໃນຄັ້ງນີ້ມີຂຶ້ນໃນວັນທີ 11 ສິງຫາ ນຳພາຄະນະຂອງ ທ່ານ ນ.…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ

ໃນຕອນເຊົ້າວັນທີ່ 16 ສິງຫາ ປີ 2022 ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງ ຫຼວງນ້ຳທາ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ ການປົກຄອງລະບົບ 10 ວັນ ຊຸດທີ່ 3 ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໂດຍໃຫ້ກຽດເປັນປະທານໂດຍ: ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ…

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຍົກລະດັບຄວາມຮູ້ຄວາມສາມາດຕໍ່ວຽກງານຄົ້ນຄວ້າວິໄຈຂ່າວ

ວຽກງານຄົ້ນຄວ້າວິໄຈຂ່າວ ແມ່ນວຽກງານໜຶ່ງທີ່ມີບົດບາດສໍາຄັນຕໍ່ການສຶກສາຄົ້ນຄວ້າ, ຕໍ່ສັງຄົມໃນຍຸກແຫ່ງຂໍ້ມູນຂ່າວສານທີ່ບໍ່ມີພົມແດນ ແລະວຽກງານຂ່າວສານກໍແມ່ນວຽກງານໜຶ່ງທີ່ນອນຢູ່ໃນຄວາມຮັບຜິດຊອບຂອງພະແນກຄົ້ນຄວ້າວິໄຈຂ່າວຂຶ້ນກັບສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໃນການເຮັດໜ້າທີ່ຊອກຄົ້ນຄວ້າຂ່າວຕ່າງໆພາຍໃນ ແລະຕ່າງປະເທດມາຄົ້ນຄວ້າທີ່ວິໄຈແລ້ວນຳສົ່ງໃຫ້ການນຳຂອງ ສມປຊ ໄດ້ຮັບຮູ້ສະພາບການເຄື່ອນໄຫວຂອງພາຍໃນ ແລະຕ່າງປະເທດ. ການເຝິກອົບຮົມໄດ້ຈັດຂຶ້ນເປັນເວລາ 3 ວັນ (8 ສິງຫາ-10 ສິງຫາ 2022) ຢູ່ຕຶກສູນຂໍ້ມູນຂ່າວສານ; ການເຝິກອົບຮົມຄັ້ງນີ້ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການຂຽນຂ່າວ, ເປັນການຖ່າຍຖອດບົດຮຽນ ແລະປະສົບການໃໝ່ໆຂອງວິທະຍກອນໃຫ້ແກ່ໃຫ້ແກ່ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ. ໃນພິທີດັ່ງກ່າວ, ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ…