ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນກຳມະກອນ ຄົບຮອບ 137 ປີ (1.5.1886-1.5.2023) ຄະນະບໍລິຫານງານສະຫະພັນກຳມະບານ ສມປຊ ຈຶ່ງໄດ້ນໍາພາບັນດາພະນັກງານ, ຄູ-ອາຈານ, ນັກສຶກສາທຸກຮຸ່ນທຸກລະບົບເຂົ້າຮ່ວມກິດຈະກໍາ ຍ່າງເພື່ອສຸຂະພາບຂຶ້ນ ໃນຕອນເຊົ້າວັນທີ 01 ພຶດສະພາ 2023 ເວລາ 7:00 ຢູ່ທີ່ສວນປະຕູໄຊ ໃຫ້ກຽດນໍາພາຄະນະເຂົ້າຮ່ວມໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ສມປຊ ພ້ອມດ້ວຍ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ປະທານສະຫະພັນກຳມະບານ ສມປຊ.

ນອກຈາກນັ້ນ, ກໍໄດ້ຮັບຟັງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງກຳມະບານລາວ ໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫາຍຕົວຂອງວັນດັ່ງກ່າວວ່າ: ວັນທີ 1 ພຶດສະພາ ແມ່ນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ຂອງຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານໃນທົ່ວໂລກ, ທັງເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມ ແລະສາມັກຄີກັນລຸກຮືຂຶ້ນຕໍ່ສູ້, ຕ້ານການກົດຂີ່ຂູດຮີດເພື່ອທ່ວງເອົາສິດ ພຶື້ນຖານຂອງພົນລະເມືອງ ແລະຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທືນ. ໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ມີຫຼາຍປະເທດໃນເອີຣົບ ແລະອາເມລິກາໄດ້ສຳເລັດການໂຄ່ນລົ້ມລະບອບສັກດິນາ ແລະສ້າງຕັ້ງລະບອບນາຍທຶນຂຶ້ນແທນ, ບັນດາປະເທດເຫຼົ່ານັ້ນຈຶ່ງກ້າວເຂົ້າສູ່ການຜະລິດແບບອຸດສາຫະກຳ, ກໍ່ສ້າງ ແລະຂະຫຍາຍບັນດາໂຮງຈັກໂຮງງານຂຶ້ນຫຼາຍແຫ່ງ. ຈາກນັ້ນຈຳນວນກຳມະກອນ ແລະຊາວຜູ້ອອກແຮງງານກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບການຜະລິດໃນສັງຄົມ ແລະເຫດການອື່ນໆ ທີ່ກ່ຽວຂ້ອງກັບຊົນຊັ້ນກຳມະກອນ.

ການສ້າງຂະບວນການຍ່າງເພື່ອສຸຂະພາບໃນຄັ້ງນີ້, ເພື່ອເປັນການສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 137 ປີ, ທັງເປັນການເຕົ້າໂຮມລະນຶກເຖິງວັນທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ ຊຶ່ງພາຍໃຕ້ຄຳຂວັນທີ່ວ່າ ‘’ສ້າງສະພາບແວດລ້ອມໃນການເຮັດວຽກທີີ່ປອດໄພ ແລະດີຕໍ່ສຸຂະພາບແມ່ນສິດທິພື້ນຖານໃນການການເຮັດວຽກຂອງທຸກຄົນ’’ ພ້ອມນີ້, ຍັງເປັນການສ້າງກຳລັງໃຈໃຫ້ແກ່ຊາວຜູ້ອອກແຮງງານທຸກທົ່ວໜ້າໃນລາວ ແລະໃນໂລກ ເພື່ອສະແດງໃຫ້ເຫັນເຖິງຄວາມສາມັກຄີ, ການໃຫ້ກຳລັງໃຈທີ່ດີຕໍ່ກັນ ແລະກັນ, ການຊ່ວຍເຫຼືອຊຶ່ງກັນ ແລະກັນເພື່ອພັດທະນາປະເທດຊາດຂອງຕົນ ແລະເພີ່ມພູນຄວາມສຸກ, ການເປັນຢູ່ທີ່ດີໃຫ້ແກ່ຄອບຄົວ, ການຮັກສາສຸຂະພາບ ແລະການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງຄົງຕົວເພື່ອເປັນມູນມໍລະດົກໃຫ້ແກ່ຮຸ່ນລູກຫຼານໃນອະນາຄົດ.

      ຂະບວນການຍ່າງໃນຄັ້ງນີ້, ມີສະມາຊິກກໍາມະບານຈາກພາກສ່ວນກ່ຽວຂ້ອງ ແລະ ມວນຊົນທົ່ວໄປເຂົ້າຮ່ວມຫລາຍກວ່າ 9 ພັນຄົນແມ່ນໄດ້ເລີ່ມຕົ້ນຈາກສວນປະຕູໄຊ ຫາຫໍຄຳ ແລະກັບຄືນມາຫາ ສວນປະຕູໄຊ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ