ຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ຢ້ຽມຢາມ ສປປ ລາວ…ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດກູບາ ສະຫາຍ ໂຣເບີດໂຕ ໂມຣາເລັດສ ໂອເຮດາ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງ ພັກກອມມູນິດກູບາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 28-30 ເມສາ 2023. ໃນວັນທີ 29 ເມສາ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ.

ໃນໂອກາດນີ້ ສະຫາຍ ເລຂາທິການໃຫຍ່ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມ ສປປ ລາວ ຂອງຄະນະ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ສະຫາຍ ເລຂາທິການໃຫຍ່ ໄດ້ແຈ້ງໃຫ້ຊາບກ່ຽວກັບ ບັນດາຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນພັດທະນາ ສປປ ລາວ ໃນຊຸມປີຕໍ່ໜ້າ; ຕີລາຄາສູງຕໍ່ກັບມູນເຊື້ອການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າຂອງພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ ໃນປັດຈຸບັນ; ພ້ອມທັງຕີລາຄາສູງຕໍ່ບົດບາດການນໍາພາຂອງ ພັກກອມມູນິດກູບາ ແລະ ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດຂອງກູບາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ຢ່າງໝັ້ນຄົງ ຕະຫຼອດໄລຍະ 60 ກວ່າປີຜ່ານມາ ແລະ ສຶບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ໃຫ້ປະກົດຜົນເປັນຈິງ ແລະ ຢືນຢັນວ່າ ຈະສືບຕໍ່ຮ່ວມກັບເພື່ອນກູບາ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງຂຶ້ນ.ສະຫາຍ ໂຣເບີດໂຕ ໂມຣາເລັດສ ໂອເຮດາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ບັນດາຜົນສຳເລັດ ທີ່ປະຊາຊົນລາວ ຍາດມາໄດ້ໃນພາລະກິດສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກ ປປ ລາວ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ, ບົດບາດ ແລະ ອິດທິພົນ ຂອງ ສປປ ລາວ ນັບມື້ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ; ຕີລາຄາສູງຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ແລະ ອວຍພອນໃຫ້ພັກ, ລັດ ກໍຄື ປະຊາຊົນລາວ ຈົ່ງປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງ.ໃນວັນດຽວກັນ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ໂຣເບີດໂຕ ໂມຣາເລັດສ ໂອເຮດາ ຊຶ່ງສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການພົ້ນເດັ່ນຢູ່ແຕ່ລະປະເທດ, ການເຄື່ອນໄຫວຂອງແຕ່ລະພັກ, ແລກປ່ຽນທັດສະນະກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ, ສອງຝ່າຍ ໄດ້ລົງນາມຂໍ້ຕົກລົງ 3 ສະບັບ ຄື:

1). ຂໍ້ຕົກລົງກ່ຽວກັບ ການແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ສອງພັກ ໄລຍະ 5 ປີ; 2). ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ ກັບ ໂຮງຮຽນຊັ້ນສູງ ຍີໂກ-ໂລເປດສ ຂອງພັກກອມມູນິດກູບາ ແລະ 3). ຂໍ້ຕົກລົງການຮ່ວມມື ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ສະຫະພັນຊາວໜຸ່ມກອມມູນິດກູບາ. ສອງພັກ ຍັງໄດ້ຈັດກອງປະຊຸມສໍາມະນາທິດສະດີ ແລະ ພຶດຕິກໍາຕົວຈິງ ລະຫວ່າງ ສອງພັກເປັນຄັ້ງທຳອິດ ເພື່ອແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ເຊິ່ງກັນ ແລະ ກັນ; ຄະນະຜູ້ແທນພັກກອມມູນິດກູບາ ໄດ້ພົບປະເຮັດວຽກກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ, ພົບປະເຮັດວຽກກັບ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ສະຫາຍ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ ກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຣເບີດໂຕ ໂມຣາເລັດສ ໂອເຮດາ.ໃນໂອກາດຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ຢ້ຽມຂໍ່ານັບ ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

(ຂ່າວ: ຄຕພ, ພາບ: ແສງຈັນ ໜັງສືພິມປະຊາຊົນ)