ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຍົກລະດັບຂີດຄວາມສາມາດໃນການສ້າງຄັງຂໍ້ມູນດິຈີຕອນດ້ວຍລະບົບ Dspace

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສໍາເລັດການຈັດຝຶກອົບຮົມຫົວຂໍ້: “ຄວາມຮູ້ພື້ນຖານການນຳໃຊ້ລະບົບໂປຣແກຣມດິດສະເປັກ (DSpace)” ຢ່າງຈົບງາມ. ການຝຶກອົບຮົມໄດ້ດຳເນີນໄປຕາມທິດຊີ້ນຳ ຂອງຄະນະພັກ-ຄະນະນຳ ສມປຊ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ, ຊຶ່ງເປັນບາດກ້າວສຳຄັນໃນການຫັນເປັນທັນສະໄໝດ້ານວຽກງານບໍລິການຂໍ້ມູນຂ່າວສານ ແລະຕອບສະໜອງຄວາມຕ້ອງການໃນການຄົ້ນຄວ້າຮໍ່າຮຽນ ແລະການສິດສອນ ຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ພາຍໃນສະຖາບັນ. ການຝຶກອົບຮົມຄັ້ງນີ້ ໄດ້ດຳເນີນ ເປັນເວລາ 5 ວັນ…

ກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ-ບົດຮຽນ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ”

ກອງປະຊຸມສໍາມະນາວິທະຍາສາດທີ່ຍິ່ງໃຫຍ່ ພາຍໃຕ້ຫົວຂໍ້ “50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ-ບົດຮຽນ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ” ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍບັນຍາກາດອັນຟົດຟື້ນ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ໃນວັນທີ 29 ຕຸລາ 2025. ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນທັງດ້ານທິດສະດີ ແລະ ພຶດຕິກຳສູງ, ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນບັນດາເຜົ່າ ພວມສຸມໃສ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນທ້າຍສະໄໝ ແລະ ສຸມໃສ່ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂອງຕົນຢ່າງຕັ້ງໜ້າ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແລກປ່ຽນບົດຮຽນໃນວຽກງານການນຳພາຄຸ້ມຄອງ, ການຮຽນ-ການສອນ ຕໍ່ກອງປະຊຸມຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ

ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ (ຮມປຂ) ໄດ້ດຳເນີນເປັນມື້ທີ 2 ຢ່າງມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນສຳຄັນ ໂດຍພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ການປະກອບຄຳຄິດຄຳເຫັນ ແລະ ຕັ້ງຄຳຖາມເຈາະຈີ້ມ, ແລກປ່ຽນບົດຮຽນໃນວຽກງານການນຳພາ-ຄຸ້ມຄອງ, ການຮຽນ-ການສອນ ແລະ ການຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນຕົວຈິງ. ໃນຕອນເຊົ້າຂອງມື້ທີ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ. ທີ່ແຂວງຈຳປາສັກ

ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ສົກປີ 2024-2025 ແລະວາງທິດທາງແຜນການສົກປີ 2025-2026. ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ເປັນກຽດ ປະທານຮ່ວມຂອງ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ.…

ຂ່າວອື່ນໆ