ໃນ​ລະຫວ່າງວັນ​ທີ 18-20 ພຶດ​ສະ​ພາ 2026 ທີ່ຜ່ານມາ ຢູ່​ໂຮງ​ຮຽນ​ການ​ເມືອງ ​ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ​ໄດ້​ເປີດກອງ​ປະ​ຊຸມກວດ​ກາ​ໜ່ວຍພັກໂຮງ​ຮຽນ​ການ​ເມືອງ​ຂຶ້ນ​ ໂດຍໃຫ້​ກ​ຽດເຂົ້າ​ຮ່ວມ​ເປັນ​ປະ​ທານ ​ຂອງ​ທ່ານ ນາງ ຄຳ​ຜິວ ພັນ​ທະ​ວົງ ກຳ​ມະ​ການ​ປະ​ຈຳ​ພັກ​ແຂງ, ປະ​ທານ​ແນວ​ລາວ​ສ້າງ​ຊາດ​ແຂວງ, ​ທ່ານ ນາງ ນຸດ​ຈິ​ລາ​ ພົນ​ຈະ​ເລີນ ກຳ​ມະການ​ພັກ​ແຂວງ ເລ​ຂາ​ໜ່ວຍ​ພັກ ຫົວ​ໜ້າ​ໂຮງ​ຮຽນ​ການ​ເມືອງ​ການ​ປົກ​ຄອງ​ແຂວງ ກໍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​​​ຄະ​ນະປະ​ທານກອງ​ປະ​ຊຸມ, ທ່ານ ບຸດ​ດີ ທໍ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ຊາວ​ໜຸ່ມ​ແຂວງ ກໍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​​ຄະ​ນະ​ປະທານ;ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ມີ​ບັນ​ດາ​ສະ​ຫາຍ​ທີມ​ງານ​ ຂອງ​ແຂວງ ​ຕະ​ຫຼອດ​ຮອດ​ບັນ​ດາ​ສະ​ຫາຍ​ຄະ​ນະ​ໜ່ວຍ​ພັກ, ສ​ະ​ມາຊິກ​ພັກ ພາຍ​ໃນ​ໜ່ວຍ​ພັກ​ໂຮງ​ຮຽນ​ການ​ເມືອງ ແລະ​ ການ​ປົກ​ຄອງ​ ແຂວງໄຊຍະບູລີ ກໍ​ໄດ້ເຂົ້າ​ຮ່ວມ.

ໃນ​ກອງ​ປະ​ຊຸມ ​ທ່ານ ນາງ​ນຸດ​ຈິ​ລາ ພົນ​ຈະ​ເລີນ ​ກໍ​ໄດ້ຂຶ້ນ​ຜ່ານ​ບົດ​ສະ​ຫຼຸບ​ການ​ກໍ່​ສ້າງ​ໜ່ວຍ​ພັກ​ປອດ​ໄສ ​ເຂັ້ມ​ແຂງ ໜັກ​ແໜ້ນ​ ປະ​ຈຳ​ປີ 2025 ແລະ ​ທິດ​ທາງ​ແຜນ​ການ ​ປະ​ຈຳ​ປີ 2026 ວ່າ​: ໜ່ວຍ​ພັກ​ໂຮງ​ຮຽນ​ການ​ເມືອງ​ ແລະ ​ການ​ປົກ​ຄອງ​ແຂວງ ເປັນ​ໜ່ວຍ​ພັກ​ຮາກ​ຖານ​ໜຶ່ງ​ທີ່​ສັງ​ກັດ ​ຢູ່​ໃນ​ຂົງ​ເຂດ​ການ​ເມືອງ​ພາຍ​ໃຕ້​ການ​ນຳ​ພາ-​ຊີ້​ນຳໂດຍ​ກົງ ຂອງ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ແລະ ​ຊີ້​ນຳ​ທາງ​ດ້ານ​ ວິ​ຊາ​ສະ​ເພາະ​ຈາກ​ສະ​ຖາ​ບັນ​ການ​ເມືອງ ແລະ ​ການ​ປົກ​ຄອງ​ແຫ່ງ​ຊາດ ​ມີ​ພາ​ລະ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ​ໂດຍ​ກົງ​ໃຫ້​ແກ່​ຄະ​ນະ​ພັກ​ແຂວງ ໃຫ້​ການ​ກໍ່​ສ້າງ ແລະ​ບຳ​ລຸງ​ທາງ​ດ້ານ​ທິດ​ສະ​ດີ​ການ​ເມືອງ​ໃຫ້​ພະ​ນັກ​ງານ​ຫຼັກ​ແຫຼ່ງ​ ຂອງ​ແຂວງ, ເມືອງ ແລະ​ ບ້ານ​ ໃຫ້​ມີ​ຄວາມ​ຮູ້ຄວາມ​ເຂົ້າ​ໃຈ​ຕໍ່​ພື້ນ​ຖານ​ທິດ​ສະ​ດີ​ມາກ-​ເລ ​ນິນ, ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ ແລະ ແນວ​ທາງ ​ແຜນ​ນະ​ໂຍ​ບາຍ, ມະ​ຕິ, ​ຄຳ​ສັ່ງ, ຂໍ້​ກຳ​ນົດ​, ກົດ​ລະ​ບຽບ​ພັກ ແລະ​​ ລະ​ບຽບກົດ​ໝາຍ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ​ເຮັດ​ບົດ​ບາດ​ປັບ​ປຸງ​ກໍ່​ສ້າງ​ພາຍ​ໃນ​ພັກ​ຕາມ​ກົດ​ລະ​ບຽບ​ພັກ ໃກ້​ສິດ​ຕິດ​ແທດ​ມະ​ຫາ​ຊົນເພື່ອ​ສ້າງ​ເປົ້າ​ໝາຍ​ເຂົ້າພັກ, ປະ​ກອບ​ສ່ວນວຽກ​ງານ​ພະ​ນັກ​ງານ ແລະ​ ປັບ​ປຸງ​ບູ​ລະນະ​​ກົງ​ຈັກ​ການ​ຈັດ​ຕັ້ງ ຢູ່​ພາຍ​ໃນ​ໜ່ວຍ​ພັກ​ຂອງ​ຕົນ, ຮັບ​ປະ​ກັນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ ກໍ​ຄື​ວຽກ​ງານ​ວິ​ຊາ​ສະ​ເພາະ​ໃນ​ຂອບ​ເຂດ​ໜ່ວຍ​ພັກ​ຕົນ​ຮັບ​ຜິດ​ຊອບ​ນຳ​ພາ.

         ຂອບ​ເຂດ​ການ​ນຳ​ພາ​ ຂອງ​ໜ​ວ່ຍ​ພັກ​ ກວມ​ເອົາ 4 ຂະ​ແໜງ​ການ ​ຄື: ຂະ​ແໜງ​ຈັດ​ຕັ້ງ​ພະ​ນັກ​ງານ ແລະ​ຄຸ້ມ​ຄອງບໍ​ລິ​ຫານ, ຂະ​ແໜງ​ຄຸ້​ມ​ຄອງ​ການ​ຮຽນ-​ການ​ສອນ, ຂະ​ແໜງວິ​ຊາ​ການ ​ແລະ ​ຂະ​ແໜງ​ຂໍ້​ມູນ​ຂ່າວ​ສານ. ນຳ​ພາ 2 ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ປະ​ຈຸ​ບັນ​ມີ​ຄະ​ນະ​ໜ່ວຍ​ພັກ 5 ສະ​ຫາຍ, ຍິງ 2 ສະ​ຫາຍ, ມີ​ສະ​ມາ​ຊິກ​ພັກ​ທັງ​ໝົດ 22 ສະ​ຫາຍ​, ຍິງ 9 ສະ​ຫາຍ, ​ມີ​ພະ​ນັກ​ງານ​ລັດ​ຖະ​ກອນ​ທັງໝົດ 23 ສະ​ຫາຍ, ​ຍິງ 9 ສະ​ຫາຍ.

         ຂອບ​ເຂດ​ການ​ນຳ​ພາ​ ຂອງ​ໜ​ວ່ຍ​ພັກ​ ກວມ​ເອົາ 4 ຂະ​ແໜງ​ການ ​ຄື: ຂະ​ແໜງ​ຈັດ​ຕັ້ງ​ພະ​ນັກ​ງານ ແລະ​ຄຸ້ມ​ຄອງບໍ​ລິ​ຫານ, ຂະ​ແໜງ​ຄຸ້​ມ​ຄອງ​ການ​ຮຽນ-​ການ​ສອນ, ຂະ​ແໜງວິ​ຊາ​ການ ​ແລະ ​ຂະ​ແໜງ​ຂໍ້​ມູນ​ຂ່າວ​ສານ. ນຳ​ພາ 2 ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ປະ​ຈຸ​ບັນ​ມີ​ຄະ​ນະ​ໜ່ວຍ​ພັກ 5 ສະ​ຫາຍ, ຍິງ 2 ສະ​ຫາຍ, ມີ​ສະ​ມາ​ຊິກ​ພັກ​ທັງ​ໝົດ 22 ສະ​ຫາຍ​, ຍິງ 9 ສະ​ຫາຍ, ​ມີ​ພະ​ນັກ​ງານ​ລັດ​ຖະ​ກອນ​ທັງໝົດ 23 ສະ​ຫາຍ, ​ຍິງ 9 ສະ​ຫາຍ.

         ຕີ​ລາ​ຄາ​ການ​ກໍ່​ສ້າງ​ໜ່ວຍ​ພັກ​ ຕາມ 5 ເນື້ອ​ໃນ ຄື: ນໍາພາ​ດ້ານ​ການ​ເມືອງ ສາມາດ​ບັນ​ລຸ​ໄດ້ 9 ຄະ​ແນນ; ນໍາພາ​ດ້ານ​ແນວ​ຄິດ ສາມາດບັນ​ລຸ​ໄດ້ 9 ຄະ​ແນນ; ນຳ​ພາ​ດ້ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ລະ​ບຽບຂອງ​ພັກ​ ສາມາດບັນ​ລຸ​ໄດ້ 9 ຄະ​ແນນ; ດ້ານ​ແບບ​ແຜນ​ນຳ​ພາ ແລະ ​ວິ​ທີ​ເຮັດ​ວຽກ​ ສາມາດ​ບັນ​ລຸ​ໄດ້ 9 ຄະ​ແນນ; ນຳ​ພາ​ປະ​ຕິ​ບັດ​ໜ້າ​ທີ່ການ​ເມືອງ ສາມາດ​ ບັນລຸໄດ້ 9 ຄ​ະ​ແນນ. ໃນ​ຕອນ​ທ້າຍ ​ຂອງກອງ​ປະ​ຊຸມ ​ທ່ານ​ປະທານ​ກໍ​ໄດ້​ມີ​ຄຳ​ເຫັນ​ໂອ​ລົມ​ຕໍ່​​ໜ່ວຍ​ພັກ​ວ່າ: ​ຜ່ານ​ການ​ຕິດ​ຕາມ​ຮັບ​ຟັງ​ການ​ລາຍ​ງານ​ການ​ສະ​ຫຼຸບການ​ກໍ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ ​ເຂັ້ມ​ແຂງ​ ໜັກ​ແໜ້ນ ​ແລະ ​ທິດ​ທາງ​ແຜນ​ການ​ ຂອງ​ພວກ​ສະ​ຫາຍ ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ນຳ​ພາ-ຊີ້​ນຳ​ ຂອງ​ຄະ​ນະ​ໜ່ວຍ​ພັກ ແລະ ທິດ​ທາງ​ແຜນ​ການ​ສູ້​ຊົນ ​ເພື່ອ​ສືບ​ຕໍ່​ຮັກ​ສາ​ມູນ​ເຊື້ອ​ໜ່ວຍ​ພັກ​ປອດ​ໃສ ​ເຂັ້ມ​ແຂງ ​ໜັກ​ແໜ້ນ​ ໃນ​ກອງ​ປະ​ຊຸມ​ປະ​ເມີນ​ຄັ້ງ​ຕໍ່​ໄປ, ​ພ້ອມນັ້ນ ​ກໍເປັນ​ການ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ຂອງ​ແຂວງ​ ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ, ວຽກ​ງານ​ສຶກ​ສາ​ອົບ​ຮົມ​ການ​ເມືອງ-ແນວ​ຄິດ​ ພວກ​ສະ​ຫາຍ​ກໍ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຄົ້ນ​ຄວ້າ​ເຊື້ອມ​ຊຶມ, ກຳ​ແໜ້ນ​ບັນ​ດາ​ກົດ​ໝາຍ, ນິ​ຕິ​ກຳ​ຕ່າງໆ ​ເພື່ອ​ນຳ​ມາ​ເຜີຍ​ແຜ່​ເຊື່ອມ​ຊຶມ ​ໃຫ້​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ-​ລັດ​ຖະ​ກອນ ແລະ ​ຫຼາຍ​ສະ​ຫາຍ ​ກໍ​ໄດ້​ເຂົ້າ​ຮ່ວມ​ຮ່ຳ​ຮຽນ​ນຳ​ຂະ​ບວນ​ການ​ຈາກ​ຮາກ​ຖານ ກໍ​ຄື​ຂະ​ບວນ​ການ​ລວມ​ ຂອງ​ແຂວງ ​ເຊິ່ງ​ເຫັນ​ໄດ້​ສະ​ມາ​ຊິກ​ພັກ ພະ​ນັກ​ງານ​ຈຳ​ນວນ​ຫຼາຍ​ ແມ່ນ​ຍັງ​ຮັກ​ສາ​ໄດ້​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ, ​ຜ່ານ​ການກວດ​ກາ​ຕີ​ລາ​ຄາ​ແບ່ງ​ປະ​ເພດ​ສະ​ມາ​ຊິກ​ພັກ​ ໄດ້​ປະ​ເພດ​ແຂງ 23 ສະ​ຫາຍ, ຍິງ 9 ສະ​ຫາຍ ​ເທົ່າ​ກັບ 100%.

ຂ່າວ/ພາບ​: ປ​ຕ ວັດ​ທະ​ນາ ພັນ​ລັກ

ບັນ​ນາ​ທິ​ການ: ປ​ທ ວຽງ​ສະ​ຫວັນ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ