ຂ່າວຫຼ້າສຸດ

ກອງປະຊຸມພົບປະແລກປ່ຽນວຽກງານຊາວໜຸ່ມ ແລະ ວຽກງານການຄົ້ນຄວ້າວິທະຍາສາດ ທີ່ ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນພັກກອມມູນິດຈີນ ແຂວງກຸ່ຍໂຈ. ສປ ຈີນ ຮ່ວມກັນຈັດກອງປະຊຸມສຳມະນາວິທະຍາສາດ ວ່າດ້ວຍວຽກງານກໍ່ສ້າງພັກໃນຍຸກສະໄໝໃໝ່ ຄະນະລັດທິສັງຄົມນິຍົມວິທະຍາສາດ  ສຳເລັດຝຶກອົບຮົມວິຊາລັດທິສັງຄົມນິຍົມວິທະຍາສາດ ຢູ່ແຂວງອຸດົມໄຊ ທີມງານລົງກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມກອງປະຊຸມ ແລກປ່ຽນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ຂອງບ້ານທ່າ, ເມືອງເຟືອງ, ແຂວງວຽງຈັນ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI ສືບຕໍ່ເຄື່ອນໄຫວກໍ່ສ້າງ ຮາກຖານການເມືອງ ຢູ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ

ພິ​ທີ​ມອບ​-ຮັບ​​ໜ້າທີ່​​ໃໝ່​ຫົວໜ້າໂຮງ​ຮຽນການ​ເມືອງ ​ແລະ​ ການ​ປົກ​ຄອງ​ແຂວງໄຊ​ຍະ​ບູ​ລີ ລະ​ຫວ່າງ ຜູ້​ເກົ່າ ແລະຜູ້​ໃໝ່

ໃນ​ວັນ​ທີ 29 ສີງ​ຫາ 2025 ທີ່ຜ່ານມາໂຮງ​ຮຽນການ​ເມືອງ ​ແລະ​ ການ​ປົກ​ຄອງ ​ແຂວງໄຊ​ຍະ​ບູ​ລີ ໄດ້ຈັດພິ​ທີ​ມອບ​-ຮັບ​​ໜ້າທີ່ຫົວໜ້າ​​​ໂຮງ​ຮຽນການ​ເມືອງ ​ແລະ​ ການ​ປົກ​ຄອງແຂວງໄຊ​ຍະ​ບູ​ລີ ລະ​ຫວ່າງ ຜູ້​ເກົ່າ ແລະຜູ້​ໃໝ່, ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານ​ໂດຍ: ​ທ່ານ ສົມ​ຫວັງ ແກ້ວ​ວິ​ໄລ​ສັກ ​ຄະ​ນະ​ປະ​ຈຳ​ພັກ​ແຂວງ, ປະ​ທານກວດ​ກາ​ພັກ​-ລັດແຂວງ, ປະ​ທານ​ຕ້ານ ແລະສະ​ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ແຂວງ, ​ມີ​ຫົວ​ໜ້າ, ​ຮອງ​ຫົວ​ໜ້າ​ພະ​ແນກ​ການ​ອ້ອມ​ຂ້າງ​ແຂວງ​ກໍ່​ໄດ້ເຂົ້າຮ່ວມ​, ພ້ອມ​ດ້ວຍ​ພະ​ນັກ​ງານ​, ຄູ-​ອາ​ຈານ ແລະ​ນັກ​ສືກ​ສາພາຍໃນໂຮງ​ຮຽນ​ກໍ່​ໄດ້​ເຂົ້າຮ່ວມ​ຢ່າງ​ພ້ອມ​ພຽງ. ໃນ​ໂອ​ກາດ​ດຽວກັນ​ນີ້ ​ທ່ານ ປອ.…

ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນທີ V ຢູ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ.

ໃນຕອນເຊົ້າ ຂອງວັນ​ທີ 29 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນມສ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບໃບຢັ້ງຢືນ ແລະພ້ອມທັງປິດຊຸດຮຽນທິດສະດີການເມືອງ-ການປົກຄອງລະ ບົບຂັ້ນຕົ້ນຮຸ່ນທີ V, ໂດຍການເປັນປະທານ ຂອງທ່ານ ປທ ແສງ ເຊືອຍສົມບັດຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ, ໃຫ້ກຽດເຂົ້າຮ່ວມໃນພິທີ ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ເຮືອຍ ສົມຫັວງ ຮອງເລຂາພັກມືອງ ຫົວໜ້າຄະນະຈັດຕັ້ງ ເມືອງວຽງພູຄາ, ມີແຂກຖືກເຊີນ, ຕະຫຼອດຮອດພະນັກງານຄູ-ອາຈານ…

ພິທີມອບປຶ້ມໃຫ້ພະແນກຫໍສະໝຸດ ສມປຊ

ໃນຕອນແລງ ຂອງວັນທີ 26 ສິງຫາ 2025 ມີພິທີມອບ-ຮັບປື້ມຈາກຫໍສະໝຸດແຫ່ງຊາດ ເຊຶ່ງມອບໂດຍ: ທ່ານ ນາງ ບົວພາ ພຸດສະດີ ຕາງໜ້າໃຫ້ຫໍສະໝຸດແຫ່ງຊາດ ແລະຮັບໂດຍ: ທ່ານ ປທ ນາງ ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດພ້ອມດ້ວຍພະນັກງານ, ຄູ-ອາຈານ ພາຍໃນພະແນກ ເຊຶ່ງປື້ມດັ່ງກ່າວປະກອບມີປຶ້ມກ່ຽວກັບການເຕົ້າ ໂຮມການປະຕິວັດລາວ ຢູ່ທີ່ແຂວງຫົວພັນ ແລະແຂວງຜົ້ງສາລີຈໍານວນ 20ຫົວ, ປຶ້ມມູນເຊື້ອຄະຕິຄຳສອນບູຮານລາວສະໄໝລ້ານຊ້າງຈໍານວນ 20ຫົວ ແລະປຶ້ມມູນເຊື້ອສືບທອດການແຕ່ງດອງ ຂອງຊົນເຜົ່າໃນລາວຈໍານວນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຕ້ອນຮັບຄະນະຜູ້ແທນ ຈາກສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສສ ຫວຽດນາມ ລົງຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ

ໃນຕອນແລງວັນທີ 27 ສິງຫາ 2025 ທີ່ຫ້ອງຮັບແຂກຊັ້ນ 5 ຕຶກ 5 ຊັ້ນ, ພາຍຫຼັງຄະນະຜູ້ແທນຈາກ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສສ ຫວຽດນາມ ໄດ້ເຂົ້າຢ້ຽມຢາມ ແລະຂໍານັບ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຢູ່ທີ່ຊັ້ນ 4 ຫ້ອງປະຊຸມອອນລາຍທາງໄກຢູ່ທີ່ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງໄດ້ຈັດ ກອງປະຊຸມພົບປະສອງຝ່າຍກັບຄະນະຮັບຜິດຊອບໂຄງການຝ່າຍລາວ…