Month: June 2023

ສະຖານທູດຍີ່ປຸ່ນ ປະຈຳລາວ, ອົງການ JICA ພົບປະຢ້ຽມຢາມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າວັນທີ 21 ມິຖຸນາ 2023 ທີ່ຫ້ອງຮັບແຂກຊັ້ນ 5, ຕຶກ 5 ຊັ້ນ ສະຖານທູດຍີ່ປຸ່ນ ປະຈຳລາວ, ອົງການ JICA ໄດ້ເຂົ້າພົບປະຢ້ຽມຢາມ ສມປຊ ເພື່ອໄດ້ປຶກສາຫາລືວຽກງານກ່ຽວກັບການຮ່ວມມື ຊຶ່ງນຳໂດຍ: ທ່ານ ນ. ຟຸທະໂມໂຕະ ຢູໂກະ ເລຂາເອກ, ພະແນກ ການເມືອງ ພ້ອມດ້ວຍຄະນະ ແລະເປັນກຽດຕ້ອນຮັບໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ,…

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ

         ໃນວັນທີ 21 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມຕຶກສູນຂໍ້ມູນຊັ້ນ 5 ຄະນະກຳມະການກວດກາຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນປີ 2022 ແລະທິດທາງແຜນການ 2023 ໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ປະທານກວດກາພັກ, ປະທານຄະນະກຳມະການກວດກາຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມດ້ວຍຄະນະ ແລະມີຕາງໜ້າໜ່ວຍພັກພະນັກງານ, ຄູ-ອາຈານ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮັບເຄື່ອງອຸປະຖໍາຈາກຊຸດເຝິກອົບຮົມທິດສະດີການເມືອງ 3 ເດືອນ ຮຸ່ນທີ I ຈາກສະພາແຫ່ງຊາດ

ເພື່ອເປັນການຊຸກຍູ້ ແລະອໍານວຍຄວາມສະດວກທາງດ້ານກິລາ, ໃນຕອນແລງຂອງວັນທີ 16 ມິຖຸນາ 2023 ທີ່ເດີ່ນເຕະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຊຸດເຝິກອົບຮົມທິດສະດີການເມືອງ 3 ເດືອນຮຸ່ນທີ I ຈາກສະພາແຫ່ງຊາດໄດ້ອຸປະຖໍາອຸປະກອນກິລາເຊິ່ງປະກອບມີ: ປ້າຍຄະແນນເດີ່ນເຕະບານ 1 ປ້າຍ; ບານເຕະ 2 ໜ່ວຍ; ຕາໜ່າງໂກນເດີ່ນເຕະບານຈໍານວນ 2 ຄູ່.         ລວມມູນຄ່າທັງໜົດ 4,000,000 ກີບ, ໂດຍມີຕາງໜ້າຊຸດເຝິກອົບຮົມທິດສະດີການເມືອງ 3…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ແລກປ່ຽນບົດຮຽນ ຢູ່ແຂວງບໍ່ແກ້ວ

ໃນຕອນບ່າຍ ວັນທີ 12 ມີຖຸນາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງແຂວງບໍ່ແກ້ວໄດ້ພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ. ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ນໍາພາໂດຍ: ທ່ານ ປທ ສິງໄຊ ວັນຄໍາ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ແລະນັກສືກສາຈໍານວນ 64 ທ່ານ.…