ໃນວັນທີ 21 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມຕຶກສູນຂໍ້ມູນຊັ້ນ 5 ຄະນະກຳມະການກວດກາຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນປີ 2022 ແລະທິດທາງແຜນການ 2023 ໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ປະທານກວດກາພັກ, ປະທານຄະນະກຳມະການກວດກາຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມດ້ວຍຄະນະ ແລະມີຕາງໜ້າໜ່ວຍພັກພະນັກງານ, ຄູ-ອາຈານ ແລະນັກສຶກສາ.

         ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນການປະສານງານ ແລະການຮ່ວມມືໃນການຈັດຕັ້ງປະຕິບັດໃຫ້ມີຄຸນນະພາບໃໝ່ ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັນແໜ້ນ ແລະກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນ ເພື່ອສັງລວມເປັນບົດຮຽນໃນຕໍ່ໜ້າ.

         ກອງປະຊຸມໄດ້ຮັບຟັງການລາຍງານບົດສະຫຼຸບປະຈຳປີ 2022 ແລະທິດທາງແຜນການ 2023 ຈາກ ທ່ານ ປທ ຄຳຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ສມປຊ ຊຶ່ງເນື້ອໃນໄດ້ຊີ້ໃຫ້ເຫັນຜົນງານອັນສຳຄັນວ່າ: ໄລຍະຜ່ານມາ ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການຄົ້ນຄວ້າ, ເຊື່ອມຊຶມ ແລະຫັນ​ເອົາ​ຄຳ​ສັ່ງ, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນບ່ອນອີງໃນການຈັດຕັ້ງປະຕິບັດຢູ່ຂັ້ນຕົນ, ໄດ້ຕັ້ງໜ້າຊຸກຍູ້, ຕິດຕາມ, ກວດກາການນຳພາສະມາຊິກ ທີ່ຢູ່ໃຕ້ຄວາມຮັບຜິດຊອບຂອງໜ່ວຍພັກຕົນ ເຂົ້າຮ່ວມກອງປະຊຸມເຜີຍແຜ່ເອກະສານສຳຄັນຕ່າງໆ ຂອງພັກ-ລັດ, ປາຖະກະຖາ ​ແລະ​ເລົ່າ​ມູນ​ເຊື້ອຕ່າງໆ ດ້ວຍຄວາມຮັບຜິດຊອບສູງ. ນອກນັ້ນ, ໄດ້ຈັດຕັ້ງດຳເນີນຊີວິດການເມືອງຂອງໜ່ວຍພັກ ຖືກຕ້ອງຕາມລະບຽບພັກ; ປະຕິບັດລະບຽບເສຍເງິນສະຕິພັກ, ສົ່ງໃຫ້ຂັ້ນເທິງເປັນແຕ່ລະເດືອນ ຢູ່ຂັ້ນຈຸພັກ, ສົ່ງເປັນໄຕມາດ ຢຸ່ຂັ້ນໜ່ວຍພັກຮາກຖານ ແລະຂັ້ນສະຖາບັນລວມທັງໝົດ 38.775.000 ກີບ ໃນນັ້ນ, ບັນດາໜ່ວຍພັກຫັກໄວ້​ຄັງ​ຂອງ​ພັກ 25.850.000 ກີບ, ສົ່ງ​ໃຫ້​ອົງຄະນະ​ພັກ ສມປຊ 8.616.666 ກີບ ​ແລະ​ສົ່ງໃຫ້ຈັດຕັ້ງສູນກາງພັກ 4.308.333 ກີບ; ການຂະຫຍາຍພັກ ແມ່ນຖືກຕ້ອງຕາມລະບຽບພັກ ແລະຮັບປະກັນທາງດ້ານຄຸນນະພາບ ຊຶ່ງຂະຫຍາຍໄດ້ທັງໝົດຄື: ຮຽນສະໜັບສະໜູນ 18 ສະຫາຍ, ຍິງ 9 ສະຫາຍ, ຮຽນກົດລະບຽບພັກ 29 ສະຫາຍ, ຍິງ 8 ສະຫາຍ, ຮັບເຂົ້າ​ເປັນສະມາຊິກ​ພັກສຳຮອງ 22 ສະຫາຍ, ຍິງ 12 ສະຫາຍ ແລະເລື່ອນເຂົ້າ​ເປັນ​ສະມາຊິກ​ພັກພັກສົມບູນ 18 ສະຫາຍ, ຍິງ 10 ສະຫາຍ.

ເພື່ອສະແດງໃຫ້ເຫັນຜົນງານຂອງການຈັດຕັ້ງ ຕີລາຄາປະເມີນຜົນ ແລະຈັດແບ່ງປະເພດໜ່ວຍພັກປະຈຳປີ 2022ປະເພດ ແຂງມີ 4 ໜ່ວຍພັກ: ເທົ່າກັບ 25% ຂອງຈຳນວນໜ່ວຍພັກທັງໝົດ ຊຶ່ງປະກອບມີ: ໜ່ວຍພັກຄະນະບໍລິຫານສາດ; ຄະນະເສດຖະສາດການເມືອງ-ຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງຄົມນິຍົມວິທະຍາສາດ; ນັກສຶກສາປະລິນຍາຕີ ຮຸ່ນທີ XXIV (ກ) ແລະນັກສຶກສາປະລິນຍາຕີ ຮຸ່ນທີ XXV (ກ), ປະເພດ ກາງ 9 ໜ່ວຍພັກ: ເທົ່າກັບ 40% ຂອງຈຳນວນໜ່ວຍພັກທັງໝົດ ຊຶ່ງປະກອບມີ: ໜ່ວຍພັກກົມຈັດຕັ້ງ-ພະນັກງານ ແລະກົມກວດກາ; ໜ່ວຍພັກຫ້ອງການ; ໜ່ວຍພັກກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ; ໜ່ວຍພັກຄະນະປັດຊະຍາ ແລະກໍ່ສ້າງພັກ ແລະປະຫວັດສາດພັກ; ໜ່ວຍພັກສູນຂໍ້ມູນຂ່າວສານ ແລະສູນຄົ້ວຄວ້າແນວຄິດ ໄກສອນ ພົມວິຫານ; ໜ່ວຍພັກນັກສຶກສາອະນຸປະລິນຍາຕີ ຮຸ່ນທີ XIX; ໜ່ວຍພັກນັກສຶກສາປະລິນຍາຕີ ຮຸ່ນທີ XXIV (ຂ); ໜ່ວຍພັກນັກສຶກສາປະລິນຍາຕີ ຮຸ່ນທີ XXV (ຂ) ແລະໜ່ວຍພັກນັກສຶກສາປະລິນຍາໂທ ຮຸ່ນທີ XVI.

ຕໍ່ກັບບົດສະຫຼຸບທີ່ຜ່ານໄປແລ້ວນັ້ນ, ຜູ້ເຂົ້າຮ່ວມໄດ້ສະແດງຄຳເຫັນແລກປ່ຽນ ແລະບົດຮຽນທີ່ຖອດຖອນໄດ້ນຳມາປຶກສາຫາທິດທາງແກ້ໄຂໃນຕໍ່ໜ້າ ຢ່າງກົງໄປກົງມາພ້ອມທັງນຳເອົາຂໍ້ຫຍຸ້ງຍາກໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັນແໜ້ນ ມາແລກປ່ຽນເພື່ອໃຫ້ໜ່ວຍພັກອື່ນໆ ຄົ້ນຄວ້າຊອກຫາວິທີໃນການແກ້ໄຂໃຫ້ມີປະສິດທິພາບ.

ປະທານກອງປະຊຸມໄດ້ສະຫຼຸບສັງລວມຕໍ່ກັບກອງປະຊຸມ ແລະມີຄຳເຫັນ, ທິດຊີ້ນຳຕໍ່ກັບຄະນະກຳມະການກວດກາຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນວ່າ: ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຂອບໃຫ້ສູງຂຶ້ນ, ຍົກສູງຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄູນສົມບັດສິນທໍາປະຕິວັດ, ຄວາມຈົງຮັກພັກດີຕໍ່ພັກ, ການບໍລິຫານເວລາກ່ຽວກັບວຽກຂອງຄະນະກຳມະການກວດກາຊຸກຍູ້ໃຫ້ເອົາໃຈໃສ່ຕື່ມ ແລະບັນດາ​ໜ່ວຍ​ພັກຕ່າງໆພາຍໃນ ສມປຊ ກໍໃຫ້ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ດຳເນີນ​ງານ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້້ນ ຂອງ​ຕົນໃຫ້​ເປັນ​ກິດ​ຈະກຳ, ຈັດ​ວາງ​ບຸລິມະສິດໃນ​ການ​ດຳເນີນ​ງານ​ແຕ່​ລະ​ວຽກ ແລະແຕ່​ລະ​ໄລຍະ​ໂດຍ​ຕິດ​ພັນກັບກົມໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ວິຊາ​ສະເພາະ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ