ໃນຕອນບ່າຍ ວັນທີ 12 ມີຖຸນາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງແຂວງບໍ່ແກ້ວໄດ້ພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ. ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ນໍາພາໂດຍ: ທ່ານ ປທ ສິງໄຊ ວັນຄໍາ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ແລະນັກສືກສາຈໍານວນ 64 ທ່ານ. ໃຫ້ການຕ້ອນຮັບທີມງານຄູ-ອາຈານ ແລະນັກສືກສາໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໂດຍ: ທ່ານ ປທ ຄຳແສງ ສຸລິຍະວົງ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແຂວງ ພ້ອມດ້ວຍຄະນະ ແລະ ນັກສືກສາຢ່າງອົບອຸ່ນ. ໃນພິທີດັ່ງກ່າວນັ້ນທັງສອງໂຮງຮຽນກໍໄດ້ລາຍງານສະພາບລວມຂອງແຂວງໂດຍສັງເຂບໃນການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງແຂວງ.

ຈາກນັ້ນ, ທັງສອງໂຮງຮຽນກໍໄດ້ພັດປ່ຽນກັນຂຶ້ນລາຍງານການຈັດຕັ້ງປະຕິບັດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງຂອງຕົນ.ເຊິ່ງທັງສອງໂຮງຮຽນຕ່າງກໍເປັນເສນາທິການໃຫ້ແກ່ຄະນະພັກ ແລະອໍານາດການປົກຄອງແຂວງໃນການກໍ່ສ້າງບໍາລຸງຍົກລະດັບທິດສະດີການເມືອງ-ການປົກຄອງໃຫ້ຖັນແຖວພະນັກງານຫຼັກແຫຼ່ງຂອງແຂວງ, ຂອງເມືອງເປັນອົງການວິຊາການ ເຊິ່ງມີຖານະທຽບເທົ່າກັບພະແນກການ-ອົງການຂັ້ນແຂວງ, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຈັດຕັ້ງປະຕິບັດຕາມຂໍ້ກໍານົດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຂໍ້ກໍານົດສະບັບປັບປຸງໃໝ່ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວດ້ານວິຊາການຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂຮງຮຽນການເມືອງ ແລະການປົກຄອງແຂວງ ມີກົງຈັກການຈັດຕັ້ງ 04 ຂະແໜງ ແລະສະພາຄູ ເຊິ່ງມີບຸກຄະລາກອນບັນຈຸຕາມຕໍາແໜ່ງງານໄດ້ຈັດຕັ້ງປະຕິບັດຕາມຫຼັກສູດການຮຽນ-ການສອນຂອງແຕ່ລະຊັ້ນຮຽນ ແມ່ນໄດ້ດໍາເນີນໄປຕາມຫຼັກສູດ ພ້ອມກັບການປະສານສົມທົບຂໍຄໍາປືກສາເປັນແຕ່ລະໄລຍະ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ພ້ອມນັ້ນ ຄູ-ອາຈານ ແລະນັກສຶກສາທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊີ່ງກັນ ແລະກັນ ເພື່ອເປັນແນວທາງໃນການປະຕິບັດໜ້າທີ່ການເມືອງ, ວຽກງານຕົວຈິງຢ່າງຖືກຕ້ອງ ແລະສອດຄ່ອງກັບສະພາບການຕົວຈິງຂອງທ້ອງຖິ່ນຕົນ.

ຈາກນັ້ນ, ທີມງານຄູ-ອາຈານ ແລະນັກສຶກສາໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ກໍ່ໄດ້ພາກັນທັດສະນະສຶກ ຢູ່ບັນດາກຸ່ມບ້ານ 3 ສ້າງ ແລະເຂດເສດຖະກິດສາມຫຼຽມທອງຄຳຢ່າງເປັນຂະບວນຟົດຟື້ນ.

ຂ່າວ: ຂະແໜງຂໍ້ມູນ-ຂ່າວສານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ