Month: December 2022

ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ນຳພານັກສຶກສາ ປະລິນຍາໂທ ຮຸ່ນທີ XVII ທັດສະນະສຶກສາ

         ໃນຕອງແລງວັນທີ 8 ທັນວາ 2022 ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ສມປຊ ໄດ້ນຳພານັກສຶກສາ ປະລິນຍາໂທ ຮຸ່ນທີ XVII ສາຂາເສດຖະສາດການເມືອງ ແລະສາຂາ ຄຸ້ມຄອງເສດຖະກິດ ຢູ່ບໍລິສັດວຽງຈັນໂລຈິດສະຕິກ ຈຳກັດ ແລະ ບໍລິສັດທ່າບົກ-ທ່ານາແລ້ງ ເພື່ອເຮັດໃຫ້ນັກສຶກສາ ໄດ້ມີບົດຮຽນເຂົ້າໃນການຄົ້ນຄວ້າ, ນໍາເອົາທັງທິດສະດີ ແລະ ພຶດຕິກຳຕົວຈິງມາສົມທຽບ ກ່ຽວກັບຂະແໜງການຂົນສົ່ງ ໃນຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ.         …

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນເກີດ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ

ເນື່ອງໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (ວັນທີ 13 ທັນວາ 1920 – ວັນທີ 13 ທັນວາ 2022) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະ…

ພິທີເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ

ໃນຕອນເຊົ້າຂອງວັນທີ 12 ທັນວາ ປີ 2022 ທີ່ບ້ານສາຍນ້ຳທິບ ເມືອງນາແລ ແຂວງ ຫຼວງນ້ຳທາ ໄດ້ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ຊຸດທີ III ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງນາແລ ແຂວງຫຼວງນ້ຳທາ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມໂດຍມີ:…

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະພາທິດສະດີສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ

         ໃນຕອນເຊົ້າວັນທີ 6 ທັນວາ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມຄະນະ ໄດ້ເປີດກອງປະຊຸມພົບປະ, ແລກປ່ຽນ ຮ່ວມກັບສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ຊຶ່ງນຳໂດຍ ສະຫາຍ ຫງວຽນ ຊວນຖັງ ກຳມະການກົມການເມືອງສູນກາງພັກ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ.          ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ລາຍງານພາລະບົດບາດ, ໜ້າທີ່ຂອງຕົນ…