Month: April 2022

ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 10 ວັນ ຊຸດທີ II ໃຫ້ເລຂາພັກບ້ານ, ນາຍບ້ານ

ໃນຕອນເຊົ້າວັນທີ 19 ເມສາ 2022 ນີ້ຢູ່ທີ່ສະໂມສອນ ເມືອງວຽງພູຄາ ແຂວງຫຼວງນ້ຳທາໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ໄລຍະ 10 ວັນ ຊຸດທີ II ໃຫ້ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ. ທັງນີ້ກໍເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນ ຂອງກອງປະຊຸມໃຫຍ່ ຂອງ​ພັກ​ໃນແຕ່ລະໄລຍະ ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ໂດຍ​ເປັນ​ປະທານ ຂອງ​ທ່ານ ປທ ສິງ​ໄຊ ວັນ​ຄຳ ກຳມະການ​ພັກ​ແຂວງ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງ​ແຂວງ.…

ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງໜ່ວຍພັກຮາກຖານ ຄະນະເສດຖະສາດການເມືອງ-ຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງຄົມນິຍົມວິທະຍາສາດ

ໃນຕອນເຊົ້າຂອງວັນທີ 11 ເມສາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງເຊິ່ງເປັນກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຫາຍ ປອ ຄໍາໃບ ມາລາສິງ ເລຂາໜ່ວຍພັກຮາກຖານຄະນະເສດຖະສາດການເມືອງ-ຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງຄົມນິຍົມວິທະຍາສາດ, ຜູ້ເຂົ້າຮ່ວມມີແຂກຖືກເຊີນ ແລະໜ່ວຍພັກຮາກຖານຕ່າງໆພາຍໃນ ສມປຊ. ສະຫາຍ ວິໄລສິດ…

ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ຈັດພິທີ ປິດຊຸດຮຽນລະບົບກໍ່ສ້າງຊັ້ນກາງ ໃຫ້ນັກສຶກສາ ຮຸ່ນທີີ XVII

ໂດຍປະຕິບັດຕາມ ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະເຄື່ອນໄຫວດ້ານວິຊາການ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະນະຄອນຫຼວງ, ສະບັບເລກທີ 1131/ສມປຊ, ລົງວັນທີ 24 ຕຸລາ 2019, ຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ຊຽງຂວາງ ວ່າດ້ວຍການອະນຸມັດເປີດຊຸດຮຽນ ທິດສະດີການເມືອງ ແລະ ການປົກຄອງ ລະບົບກໍ່ສ້າງຊັ້ນກາງ ຮຸ່ນທີ XVII ສົກປີ 2019-2021 ສະບັບເລກທີ 64/ຄປພຂ,ຊຂ ລົງວັນທີ 05 ມີນາ 2020…

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ

ໃນຕອນເຊົ້າວັນທີ 12 ເມສາ 2022 ນີ້, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (14/4/1955-14/4/2022) ນຳພາໂດຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ກຳມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ…