ໃນຕອນເຊົ້າວັນທີ 19 ເມສາ 2022 ນີ້ຢູ່ທີ່ສະໂມສອນ ເມືອງວຽງພູຄາ ແຂວງຫຼວງນ້ຳທາໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ໄລຍະ 10 ວັນ ຊຸດທີ II ໃຫ້ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ. ທັງນີ້ກໍເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນ ຂອງກອງປະຊຸມໃຫຍ່ ຂອງ​ພັກ​ໃນແຕ່ລະໄລຍະ ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ໂດຍ​ເປັນ​ປະທານ ຂອງ​ທ່ານ ປທ ສິງ​ໄຊ ວັນ​ຄຳ ກຳມະການ​ພັກ​ແຂວງ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງ​ແຂວງ. ​ເປັນ​ກຽດ​ເຂົ້າ​ຮ່ວມ ຂອງ​ທ່ານ ຕຽງສະໝອນ ພອນປະເສີດ ກຳມະການ​ພັກ​ແຂວງ, ເລຂາພັກ, ເຈົ້າເມືອງໆເມືອງວຽງພູຄາ ແຂວງຫຼວງນໍ້າທາ; ພ້ອມດ້ວຍບັນດາທ່ານທີ່ເປັນຄະນະຮັບຜິດຊອບການຝຶກອົບຮົມໃນຄັ້ງນີ້, ມີ​ຕົວ​​ແທນ​ມາ​ຈາກ ຫ້ອງ​ວ່າການ​ເມືອງ, ​ຄະນະໂຄສະນາ​ອົບຮົມ​ເມືອງ, ຄະນະ​ຈັດ​ຕັ້ງ​ເມືອງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງພາຍ​ໃນເມືອງ, ​ຕະຫຼອດຮອດພະນັກງານ​ຄູ​-ອາຈານ ແລະນັກ​ຝຶກ​ອົບຮົມ 10 ວັນ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ໃນພິທີ, ຄະນະ​ຈັດ​ຕັ້ງ​ພິທີກໍ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ ແລະທ່ານ ປທ ສິງ​ໄຊ ວັນ​ຄຳ ກຳມະການ​ພັກ​ແຂວງ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ແລະ​ ການ​ປົກຄອງແຂວງ ​ໄດ້​ຂຶ້ນ​ກ່າວ​ເປີດ​ຊຸດ​ຝຶກອົບຮົມ ຢ່າງ​ເປັນ​ທາງ​ການ. ຈາກນັ້ນ ທ່ານ ແອທອງ ບຸນຖາວອນ ຮອງຫົວໜ້າ​ວິຊາ​ການ ​ໄດ້​ຂຶ້ນ​ຜ່ານ​ແຜນການ​ຮຽນ-ການ​ສອນຝຶກອົບຮົມທິດສະດີໃນຄັ້ງນີ້ ​ຈະໄດ້ຈັດຕັ້ງປະຕິບັດການຮຽນ-ການສອນທັງໝົດ 87 ຊົ່ວໂມງ ໃນນັ້ນ, ຊົ່ວໂມງຂຶ້ນຫ້ອງຟັງບັນລະຍາຍຕົວຈິງ 64 ຊົ່ວໂມງ, ຄົ້ນຄວ້າສຳມະນາ ແລະ ແກ້ຂໍ້ຂ້ອງໃຈ 11 ຊົ່ວໂມງ, ກວດກາປະເມີນຜົນ 12 ຊົ່ວໂມງ, ລວມມີ 3 ກຸ່ມວິຊາຄື: ກຸ່ມວິຊາທິດທາງລວມມີ 4 ບົດ; ກຸ່ມວິຊາວຽກງານພັກມີ 7 ບົດ ແລະກຸ່ມວິຊາວຽກງານບໍລິຫານ ແລະການປົກຄອງມີ 8 ບົດ, ກໍານົດເວລາຈັດຕັ້ງປະຕິບັດ ໂດຍເລີ່ມແຕ່ວັນທີ 19 ເມສາ ເຖິງ 29 ເມສາ 2021 ສໍາເລັດການຝຶກອົບຮົມ. ກໍານົດເວລາຮຽນທັງໝົດ 10 ວັນ.

         ​​ທ່ານ ຕຽງສະໝອນ ພອນປະເສີດ ກຳມະການ​ພັກ​ແຂວງ, ເລຂາພັກ, ເຈົ້າເມືອງໆວຽງພູຄາ ແຂວງຫຼວງນໍ້າທາ ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ພິທີ​ເປີດ​ຊຸດ​ຮຽນ ​ເຊິ່ງ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ທາງ​ຄະນະ​ພັກ ​ແລະ​ທຸກ​ພາກສ່ວນ​ທີ່​ໄດ້​ໃຫ້​ຄວາມ​ສຳຄັນ​ເຊິ່ງ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຕື່ນ​ຕົວຂອງ​ທຸກ​ພາກສ່ວນ ​ແລະທ່ານ​ໄດ້​ກ່າວວ່າ: ການ​ຮ່ຳຮຽນ​ເຖິງວ່າ​ຈະ​ຮຽນ​ໜ້ອຍແຕ່ໃຫ້ໄດ້ຮັບປະສິດທິຜົນສູງ, ການ​ຄົ້ນຄວ້າ​ຮ່ຳຮຽນ​ແມ່ນ​ມີ​ຄວາມ​ສຳຄັນ​ຄື

         1). ການ​ຮຽນ​ທິດ​ສະ​ດີ​ມັນ​ເປັນ​ພື້ນຖານ​ແນວ​ຄິດ ​ໃຫ້​ແກ່​ຕົວ​ເຮົາ​ເອງ​ເຫັນ​ແຈ້ງ ​ແລະ​ກາຍ​ເປັນ​ພື້ນ ຖານ, ສ້າງ​ຄວາມ​ໜັກ​ແໜ້ນ​ຂຶ້ນ​ຕື່ມ​ອີກ.

         2). ສາມາດ​ປຽບທຽບ​ໃນ​ຕອນ​ບໍ່​ທັນ​ຮຽນ ​ແລະ​ຮຽນ​ຈົບ​ໄປ​ແລ້ວ ວ່າ​ອັນ​ໃດ​ຜິດ ​ແລະ​ອັນ​ໃດ​ຖືກ.

         3). ​ນັກຝຶກອົບຮົມຕ້ອງເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ ແລະນຳເອົາພຶດຕິກຳຕົວຈິງທີ່ຕົນເຄີຍຈັດຕັ້ງປະຕິບັດ ຫຼື ພົບພໍ້ຢູ່ພາຍໃນບ້ານທີ່ຜ່ານສົນທະນາແລກປ່ຽນບົດຮຽນກັບນັກຝຶກອົບຮົມດ້ວຍກັນ ແລະຄູອາຈານຜູ້ທີ່ຂຶ້ນຫ້ອງບັນລະຍາຍ, ເພີ່ມ​ທັດສະນະ​ຫຼັກ​ໝັ້ນ​ການ​ເມືອງ​ໃຫ້​ແກ່​ຕົນ​ເອງ, ມີ​ການ​ຄົ້ນຄວ້າ​ເລິກ​ເຊິ່ງ ແລະມີ​ຄວາມຕັ້ງ​ໃຈ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ລວມ ຂອງ​ໂຮງຮຽນ​ວາງ​ອອກ, ມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ​ມີ​ສະຕິ​ຕໍ່​ການຈັດ​ຕັ້ງ​ໃຫ້​ເຂັ້ມ​ງວດ.

         4). ຄະນະ​ພັກ ຂອງ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ ຕ້ອງ​ມີ​ຄວາມ​ສາມັກຄີ​ກັນ; ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ກັນຢ່າງ​ລະອຽດ, ສ່ອງ​ແສງ​ລາຍ​ງານ​ໃຫ້​ຈະ​ແຈ້ງ ​ແລະ​ໃຫ້​ເບິ່ງ​ຄືນ​ວ່າ​ອັນ​ໃດ​ບໍ່​ສອດຄ່ອງ.

         5). ພະນັກງານ, ຄູ​ອາຈານ​ທີ່ຂຶ້ນຫ້ອງສອນຕ້ອງ​ແຕ່ງ​ບົດ​ສອນ​​ໃຫ້​ມັນ​ແທດ​ເໝາະ​ກັບສະພາບ​ຄວາມ​ເປັນ​ຈິງ ​ແລະ​ປັບປຸງ​ບົດ​ສອນ​ໃຫ້​ເຂົ້າ​ກັບ​ສະພາບ​ການ​ປ່ຽ​ນແປງ​ໃໝ່ ແລະໃຫ້ເໜາະສົມກັບລະດັບຂອງນັກຝຶກອົບຮົມ.​

ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ຕາອັອດ ແສນທະວີສຸກ

ຂ່າວອື່ນໆ