ໃນຕອນເຊົ້າຂອງວັນທີ 11 ເມສາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງເຊິ່ງເປັນກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຫາຍ ປອ ຄໍາໃບ ມາລາສິງ ເລຂາໜ່ວຍພັກຮາກຖານຄະນະເສດຖະສາດການເມືອງ-ຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງຄົມນິຍົມວິທະຍາສາດ, ຜູ້ເຂົ້າຮ່ວມມີແຂກຖືກເຊີນ ແລະໜ່ວຍພັກຮາກຖານຕ່າງໆພາຍໃນ ສມປຊ.

ສະຫາຍ ວິໄລສິດ ພິມພັກດີ ຮອງຫົວໜ້າພະແນກພັກ ແລະປ້ອງກັນ ໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກ ສມປຊ ວ່າດ້ວຍຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 4 ສະຫາຍຄື: ສະຫາຍ ປທ ນ. ສີອາມອນ ວົງຈັນ, ສະຫາຍ ປທ ນ. ວັນທອນ ຈັນທະວົງ, ສະຫາຍ ນ. ນີນ້າ ວົງພະຈັນ, ສະຫາຍ ນ. ຈັນສະໝອນ ສະຫລີພົມ ຊຶ່ງທີ່ຜ່ານມາທັງ 4 ສະຫາຍໄດ້ຜ່ານການຝຶກຝົນຫໍ່ຼຫຼອມຕົນເອງໃນຂະບວນການຕ່າງໆຢ່າງມີຜົນສໍາເລັດ, ໄດ້ຜ່ານການຮໍ່າຮຽນສະໜັບສະໜູນ ແລະກົດລະບຽບພັກ ແລະຖືກຕ້ອງຕາມກົດລະບຽບພັກປະຊາຊົນປະຕິວັດລາວວາງອອກ, ພ້ອມນີ້ ສະຫາຍ ປອ ຄໍາໃບ ມາລາສິງ ເລຂາໜ່ວຍພັກຮາກຖານຄະນະເສດຖະສາດການເມືອງ-ຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງຄົມນິຍົມວິທະຍາສາດ ກໍ່ໃຫ້ກຽດຂຶ້ນຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຢ່າງເປັນທາງການ.

ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ໄດ້​​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ການ​ກໍ່ສ້າງ ​​ແລະຝຶກ​ຝົນຫຼໍ່ຫຼອມຂອງທັງ 4 ສະຫາຍ ທີ່ມີຄວາມໜັກແໜ້ນທາງດ້ານທາດການເມືອງ, ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ຮ່ຳຮຽນ ແລະໄດ້ເນັ້ນໜັກໃຫ້ສະມາຊິກພັກສໍາຮອງໃໝ່ທັງ 4 ສະຫາຍຈົ່ງພ້ອມກັນພັດທະນາ ກໍ່ສ້າງຕົນເອງ ໃຫ້ມີຄວາມກ້າວໜ້າ, ມີຄວາມຮູ້ຄວາມສາມາດ, ປະສົບການໃຫ້ຫຼາຍຂຶ້ນຕື່ມ, ຕ້ອງຊອກຮູ້ຮໍ່າຮຽນຄົ້ນຄວ້າບັນດານິຕິກໍາ, ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ, ກົດ​ລະບຽບ​ຂອງພັກ, ກົດໝາຍ​ຂອງ​ລັດ​ໃຫ້​ເລິກ​ເຊິ່ງ ເພື່ອຈະນຳເອົາມາພັດທະນາກົມກອງຂອງຕົນເອງ​ກ້​າວສູ່​ຈຸດທີ່ສູງສຸດ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຕາອັອດ ແສນທະວີສຸກ