Month: July 2021

ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຂອງໜ່ວຍພັກຮາກຖານ ນັກສຶກສາ

ໃນສະພາບການປັດຈຸບັນການພັດທະນາເສດຖະກິດ-ສັງຄົມ, ປະກົດການຫຍໍ້ທໍ້ໃນສັງຄົມ ແລະການສຶກສາທຸກລະບົບຢູ່ໃນປະ ເທດເຮົາເວົ້າລວມ, ເວົ້າສະເພາະກໍຄືການຮຽນ-ການສອນ ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແມ່ນໄດ້ຮັບຜົນກະທົບມາຈາກການແຜ່ລະບາດໂລກພະຍາດໂຄວິດ COVID-19, ແຕ່ເຖິງຢ່າງໃດກໍ່ຕາມຍາມໃດພັກເຮົາກໍ່ມີຄວາມສະດຸ້ງໄວ, ມີແນວທາງອັນຖືກ ຕ້ອງຢ່າງຮອບດ້ານ ແລະມີຫຼັກການຂອງພັກ ແລະດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງຈົດຈໍຂອງອົງຄະນະພັກ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ດ້ວຍຄວາມຕັດສິນໃຈບຸກບືນ ຂອງບັນດາສະຫາຍໃນໜ່ວຍພັກຮາກຖານ ອະນຸປະລິນຍາ ຮຸ່ນທີ XVIII ແລະໜ່ວຍພັກຮາກຖານປະລິນຍາຕີ ຮຸ່ນທີ XXIII ແລະຕໍ່ເນື່ອງຮຸ່ນທີ XIV ຫ້ອງ ກໍ ແລະຫ້ອງ ຂໍ…

ເມືອງແປກ ແຂວງຊຽງຂວາງ ປີດຊຸດຝືກອົບຮົມທິດສະດີການເມືອງ ແລະ ການປົກຄອງ ສຳລັບຄະນະພັກບ້ານ, ນາຍບ້ານ ຮຸ່ນທີ I ເມືອງແປກ ປີ 2021

ໃນວັນທີ 2 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມເມຶອງແປກ ແຂວງຊຽງຂວາງ ໄດ້ຈັດພິທີປີດຊຸດຝຶກອົບ ຮົມທິດສະດີການເມືອງ ແລະການປົກຄອງຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງາານ, ທ່ານ ກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້໊າເມືອງແປກ, ທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແເຂວງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາຜູ້ຕ່າງໜ້າຈາກບັນດາຫ້ອງການ, ບ້ານພາຍໃນເມືອງແປກ ແລະມີບັນດາຄູ-ອາ…

ບັນດາໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ

ໃນລະຫວ່າງ ວັນທີ 25-29 ມິຖຸນາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ (ເປັນປະທານໃຫ້ໜ່ວຍພັກຮາກຖານ ຫ້ອງການ (ຫກ) ແລະສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທາບທາມບັນດາກົດລະບຽບຕ່າງໆ ສໍາລັບ ສມປຊ

ຫ້ອງການສະ​ຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະຊຸມການ​ທາ​ບທາມ​ບັນດາ​ກົດ​ລະບຽບຕ່າງໆ ທີ່​ຈະ​ໄດ້ນໍາ​ໃຊ້​ພາຍ​ໃນ ສມປຊ ​ຊຶ່ງກອງປະຊຸມໄດ້ຈັດ​ຂື້ນ​ໃນ​ວັນ​ທີ 01 ກໍລະກົດ 2021 ທີ່​ຫ້ອງ​ປະຊຸມຊັ້ນ 5 ຂອງ​ຕຶກສູນ​ຂໍ້​ມູນ​ຂ່າວສານ ສມປຊ​. ພາຍ​ໃຕ້​ການ​ເປັນປະ​ທານ​ຂອງ​ທ່ານ ປທ ນ. ບຸນ​ມີ ຈຸນລະ​ຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 15. ພ້ອມດ້ວຍຕາງໜ້າ​ບັນດາ​ກົມ, ຄະນະ​ຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ,…