ໃນສະພາບການປັດຈຸບັນການພັດທະນາເສດຖະກິດ-ສັງຄົມ, ປະກົດການຫຍໍ້ທໍ້ໃນສັງຄົມ ແລະການສຶກສາທຸກລະບົບຢູ່ໃນປະ ເທດເຮົາເວົ້າລວມ, ເວົ້າສະເພາະກໍຄືການຮຽນ-ການສອນ ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແມ່ນໄດ້ຮັບຜົນກະທົບມາຈາກການແຜ່ລະບາດໂລກພະຍາດໂຄວິດ COVID-19, ແຕ່ເຖິງຢ່າງໃດກໍ່ຕາມຍາມໃດພັກເຮົາກໍ່ມີຄວາມສະດຸ້ງໄວ, ມີແນວທາງອັນຖືກ ຕ້ອງຢ່າງຮອບດ້ານ ແລະມີຫຼັກການຂອງພັກ ແລະດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງຈົດຈໍຂອງອົງຄະນະພັກ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ດ້ວຍຄວາມຕັດສິນໃຈບຸກບືນ ຂອງບັນດາສະຫາຍໃນໜ່ວຍພັກຮາກຖານ ອະນຸປະລິນຍາ ຮຸ່ນທີ XVIII ແລະໜ່ວຍພັກຮາກຖານປະລິນຍາຕີ ຮຸ່ນທີ XXIII ແລະຕໍ່ເນື່ອງຮຸ່ນທີ XIV ຫ້ອງ ກໍ ແລະຫ້ອງ ຂໍ ສົມທົບກັບການເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນໜ່ວຍພັກ, ແລະສະມາຊິກພັກຂອງຕົນ, ບວກໃສ່ກັບກໍາລັງແຮງໃນການຊຸກຍູ້ຊ່ວຍເຫຼືອຈາກອົງການຈັດຕັ້ງຂັ້ນຕ່າງໆ ຈິ່ງເຮັດໃຫ້ບັນດາໜ່ວຍພັກຮາກຖານຕ່າງໆ ທີ່ກ່າວມານັ້ນສາມາດຜ່ານຜ່າສິ່ງທ້າທາຍ ແລະຄວາມຫຍຸ້ງຍາກຕ່າງໆ ສາມາດຍາດໄດ້ຜົນງານຫຼາຍດ້ານ.

ສະນັ້ນ, ໃນລະຫວ່າງວັນທີ 8-9 ກໍລະກົດ 2021 ຄະນະກຳມະການກວດກາຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຢູ່ທີ່ສະໂມສອນໃຫຍ່ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄຳໃບ ມາລາສິງ ຄະນະບໍລິການງານພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ຮອງປະທານຄະນະກຳມະການກວດກາຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ພ້ອມດ້ວຍຄະນະ, ຕາງໜ້າເຂົ້າຮ່ວມມີ: ຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າງໆ.

ໃນກອງປະຊຸມບັນດາ ເລຂາໜ່ວຍພັກຮາກຖານ ນັກສຶກສາທັງ 3 ຫ້ອງໄດ້​ຜ່ານ​ສະຫຼຸບ​ການຈັດຕັ້ງປະຕິບັດວ່າ: ໄລຍະຜ່ານມາໄດ້ຕັ້ງໜ້າຜັນຂ​ະຫຍາຍແຜນ​ການ, ເຮັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ຫ້າວ​ຫັນ, ໄດ້​ຕັ້ງ​ໜ້າ​ສຸມ​ທຸກ​ເຫື່ອ​ແຮງເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ການ​ສ້າງ​ໜ່ວຍ​ພັກ ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຂອງ​ຕົນຢ່າງ​ເປັນ​ເຈົ້າ​ການ. ບັນ​ດາ​ສະ​ຫາຍ​ສະ​ມາ​ຊິກ​ພັກພາຍ​ໃນ​ 3 ຫ້ອງ ໄດ້​ຈັດຕັ້ງຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂ​ອງສູນ​ກາງ​ພັກຄັ້ງທີ XI​​ ເຂົ້າ​ໃນ​ວຽກ​ງານ​ຕ່າງໆ​​ຂອງ​ຕົນ​ຢ່າງ​ຮອບ​​ດ້ານ ຊຶ່ງມັນສະແດງອອກໃນການປະເມີນຄືດັ່ງນີ້:

+ ໜ່ວຍ​ພັກ​ຮາກ​ຖານອະນຸປະລິນຍາ ຮຸ່ນທີ XVIII

  1. ດ້ານການເມືອງ:

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,98 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,83 ຄະແນນ ແມ່ນບັນລຸຕາມຄາດໝາຍທີ່ວາງໄວ້.

  • ດ້ານແນວຄິດ:

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,43 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,41 ຄະແນນ ແມ່ນບັນລຸດຄາດໝາຍທີ່ວາງໄວ້.

  • ດ້ານການຈັດຕັ້ງ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,50 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນ ແມ່ນບັນລຸຄາດໝາຍທີ່ວາງໄວ້.

4.​ ດ້ານແບບແຜນການນໍາພາ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,94 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,82 ຄະແນນ ແມ່ນບັນລຸຕາມຄາດໝາຍທີ່ວາງໄວ້.

        5.ນໍາພາປະຕິບັດໜ້າທີ່ການເມືອງ.

    ສັງລວມແລ້ວ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 2,90 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 2,80 ຄະແນນ ແມ່ນບັນລຸຄາດໝາຍ.

+ ໜ່ວຍ​ພັກ​ຮາກ​ຖານປະລິນຍາຕີ ຮຸ່ນທີ XXIII ແລະຕໍ່ເນື່ອງຮຸ່ນທີ XIV ຫ້ອງ ກໍ

1. ດ້ານການເມືອງ:

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,95 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,80 ຄະແນນ ແມ່ນບັນລຸຕາມຄາດໝາຍທີ່ວາງໄວ້.

2. ດ້ານແນວຄິດ:

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,48 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນ ແມ່ນບັນລຸດຄາດໝາຍທີ່ວາງໄວ້.

3. ດ້ານການຈັດຕັ້ງ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,48 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນ ແມ່ນບັນລຸຄາດໝາຍທີ່ວາງໄວ້.

4.​ ດ້ານແບບແຜນການນໍາພາ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,80 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,80 ຄະແນນ ແມ່ນປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້.

        5.ນໍາພາປະຕິບັດໜ້າທີ່ການເມືອງ.

    ສັງລວມແລ້ວ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 2,90 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 2,80 ຄະແນນແມ່ນບັນລຸຄາດໝາຍ.

+ ໜ່ວຍ​ພັກ​ຮາກ​ຖານປະລິນຍາຕີ ຮຸ່ນທີ XXIII ແລະຕໍ່ເນື່ອງຮຸ່ນທີ XIV ຫ້ອງ ຂໍ

1. ດ້ານການເມືອງ:

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,90 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,90 ຄະແນນ ແມ່ນບັນລຸຕາມຄາດໝາຍທີ່ວາງໄວ້.

2. ດ້ານແນວຄິດ:

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,40 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນ ແມ່ນບັນລຸດຄາດໝາຍທີ່ວາງໄວ້.

 3. ດ້ານການຈັດຕັ້ງ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,40 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນ ແມ່ນບັນລຸຄາດໝາຍທີ່ວາງໄວ້.

4.​ ດ້ານແບບແຜນການນໍາພາ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 1,90 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,90 ຄະແນນ ແມ່ນບັນລຸຕາມຄາດໝາຍທີ່ວາງໄວ້.

        5.ນໍາພາປະຕິບັດໜ້າທີ່ການເມືອງ.

    ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 2,80 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 2,80 ຄະແນນ ແມ່ນບັນລຸຄາດໝາຍ.

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ແຂກທີ່​ເຂົ້າ​ຮ່ວມກໍ​ໄດ້​ພ້ອ​ມ​ກັນ​ຄົ້ນ​ຄ້​ວາ ແລະປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ບົດ​ສະ​ຫຼຸບ ແລະທິດ​ທາງ​ແກ້​ໄຂ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ທັງ​ນີ້ກໍ່​ເພື່ອເປັນ​ບ່ອນ​ອີງໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ກົງ​ໄປ​ກົງ​ມາ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ ແລະເປັນ​ເອ​ກະ​ພາບ​ກັນ.

ໃນ​ຕອນ​ທ້າຍ​ຂອງກອງ​ປະ​ຊຸມ ທ່ານ ປອ ຄຳໃບ ມາລາສິງ ໄດ້ມີ​ຄຳ​ເຫັນ​ໂອ້​ລົມ, ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ບັນດາ 3 ໜ່ວຍພັກຮາກຖານທີ່ມີຜົນງານຫຼາຍດ້ານ ແລະສະຫຼຸບຕີລາຄາຜົນການຕິດຕາມປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຊຶ່ງໂດຍລວມແລ້ວທັງ 3 ໜ່ວຍພັກຮາກຖານ ໄດ້ມີການພັດທະນາໄປໃນທິດທາງທີ່ດີຂຶ້ນ. ສ່ວນ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ແມ່ນ​ຈະຕ້ອງໄດ້ປັບ ປຸງ​ແກ້​ໄຂ​ແລະກຳຈັດ​ໃຫ້​ຫຼຸດ​ນ້ອຍ​ຖອຍ​ລົງເທື່ອລະກ້າວ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ