ໃນລະຫວ່າງ ວັນທີ 25-29 ມິຖຸນາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ (ເປັນປະທານໃຫ້ໜ່ວຍພັກຮາກຖານ ຫ້ອງການ (ຫກ) ແລະສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງ 15 (ເປັນປະທານໃຫ້ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄ້ວາແນວຄິດໄກສອນ ພົມວິຫານ (ສຂມປ-ສນຫ), ໜ່ວຍພັກຮາກຖານກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ-ກົມຄຸ້ມຄອງການຮຽນ-ການສອນ (ຄວສ-ຄຮສ) ແລະໜ່ວຍພັກຮາກຖານຄະນະບໍລິຫານສາດ (ຄບສ)), ມີຜູ້ຕາງໜ້າພະແນກພັກປ້ອງກັນພັກ ແລະຕາງໜ້າບັນດາຄະນະໜ່ວຍພັກຮາກຖານພາຍໃນ ສມປຊ ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງພາຍໃນໜ່ວຍພັກຮາກຖານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີດັ່ງກ່າວ ຜູ້ຕາງໜ້າພະແນກພັກ ແລະປ້ອງກັນພັກໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິການງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ. ຈາກນັ້ນ, ບັນດາເລຂາໜ່ວຍພັກຮາກຖານ ໄດ້ຂຶ້ນກ່າວຮັບເອົາມະຕິເລື່ອນສະມາຊິກພັກພາຍໃນໜ່ວຍພັກຮາກຖານຂອງຕົນ ພ້ອມທັງສະແດງຂອບໃຈນໍາຄະນະປະຈໍາພັກ ທີ່ໄດ້ພິຈາລະນາອະນຸມັດຕາມຄໍາສະເໜີຂອງໜ່ວຍພັກຂອງຕົນ ແລະມອບມະຕິຕົກລົງດັ່ງກ່າວໃຫ້ສະມາຊິກພັກສົມບູນ ເພື່ອເປັນເອກະສານສໍາຄັນໃນການຢັ້ງຢືນຕໍ່ການຈັດຕັ້ງທີ່ກ່ຽວຂ້ອງໃນຕໍ່ໜ້າ. ບັນດາໜ່ວຍພັກຮາກຖານທີ່ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນໃນຄັ້ງນີ້ມີຄື:

ໜ່ວຍພັກຮາກຖານກົມ ຄວສ-ຄຮສ ມີ 2 ສະຫາຍ, ຍິງ 1 ສະຫາຍຄື: ສະຫາຍ ບົວພອນນິກ ພົນອາສາ
ສະຫາຍ ນ. ບຸນມີ ສິງຄຳຢອງ
ໜ່ວຍພັກຮາກຖານ ສຂມປ-ສນຫ ມີ 1 ສະຫາຍ ຄື: ສະຫາຍ ພູມີ ສີປະເສີດ
ໜ່ວຍພັກຮາກຖານຫ້ອງການ ມີ 1 ສະຫາຍຄື: ສະຫາຍ ວໍລະວົງ ວົງໄຊ
ໜ່ວຍພັກຮາກຖານ ຄະນະບໍລິຫານສາດມີ 2 ສະຫາຍ, ຍິງ 2 ສະຫາຍ ຄື: ສະຫາຍ ປທ ນ. ຈັນຄະນິດ ພິມມະສອນ.
ສະຫາຍ ນ. ພຸດສະດາພອນ ພິມມະວົງສາ

ພ້ອມກັນນັ້ນ, ບັນດາສະຫາຍເລຂາໜ່ວຍພັກຮາກຖານຕ່າງໆ ຂຶ້ນກ່າວຮັບ ແລະມອບມະຕິຕົກລົງໃຫ້ ເພື່ອເປັນເອກະສານຢັ້ງຢືນໃນການເຂົ້າເປັນສະມາຊິກພັກສົມບູນ.

          ໂອກາດດັ່ງກ່າວ ປະທານກອງປະຊຸມທັງ 2 ສະຫາຍ ໄດ້ມີຄໍາເຫັນໂອ້ລົມ ຕໍ່ສະມາຊິກພັກສົມບູນ ຈົ່ງເອົາ ໃຈໃສ່ສຶກສາຄົ້ນຄວ້າລະບຽບຫຼັກການ ແລະແນວທາງນະໂຍບາຍຂອງພັກ, ທິດສະດີມາກ-ເລນິນ ແລະແນວຄິດໄກສອນ ພົມວິຫານ, ພ້ອມທັງກຳໃຫ້ໄດ້ເນື້ອໃນ ເປັນຕົ້ນແມ່ນບັນດາຂໍ້ຫ້າມຕ່າງໆ ແລະໜ້າທີ່ຂອງສະມາຊິກພັກທີ່ລະບຸໄວ້ໃນກົດລະບຽບຂອງພັກ ເພື່ອນໍາໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ສົມກັບວ່າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຈຶ່ງຈະເໝາະສົມເປັນຜູ້ນຳພາໃນທຸກຂະບວນການຂອງມະຫາຊົນ. ພ້ອມກັນນັ້ນ, ກໍຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຫ້າວຫັນ ຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ໂດຍສະເພາະ ກໍ່ແມ່ນວຽກງານວິຊາສະເພາະ ແລະ ວຽກງານຂະບວນການຕ່າງໆ ເພື່ອໃຫ້ຕົນເອງກາຍເປັນສະມາຊິກພັກທີ່ເຂັ້ມແຂງ ແລະ ດີເດັ່ນໃນຕໍ່ໜ້າ. ນອກນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະພັກ ຕະຫຼອດຮອດສະມາຊິກພັກທຸກສະຫາຍ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເປັນປົກກະຕິ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ພ້ອມກັນປະຕິບັດບັນດາຄາດໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ ແລະ ທ່ານ ຄອນສະຫວັນ ແສນຍານຸພາບ