ໃນວັນທີ 2 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມເມຶອງແປກ ແຂວງຊຽງຂວາງ ໄດ້ຈັດພິທີປີດຊຸດຝຶກອົບ ຮົມທິດສະດີການເມືອງ ແລະການປົກຄອງຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງາານ, ທ່ານ ກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້໊າເມືອງແປກ, ທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແເຂວງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາຜູ້ຕ່າງໜ້າຈາກບັນດາຫ້ອງການ, ບ້ານພາຍໃນເມືອງແປກ ແລະມີບັນດາຄູ-ອາ ຈານ, ມີນັກຝືກອົບເຂົ້່າຮ່ວມທັງໜົດ 113 ສະຫາຍ, ຍິງ 14 ສະຫາຍ ພິທີດັ່ງກ່າວ ທ່ານ ປທ ຄໍາຜຸຍ ໂນລາ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຫຼັກສູດການຝຶກອົບຮົມ ທິດສະດີການເມືອງ ແລະການປົກຄອງ.

           ສຳລັບຊຸດຝຶກອົບຮົມນີ້ ແມ່ນໄດ້ເປິດຊຸດຝຶກອົບຮົມເປັນທາງການ ແລະໄດ້ຈັດຕັ້ງການຮຽນ-ການສອນ ມາແຕ່ວັນທີ 21/6/2021 ເຖິງວັນທີ 2/7/2021; ຊຸດຝຶກອົບຮົມຄັ້ງນີ້ ແມ່ນການສົມທົບກັນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ກັບຄະນະປະຈຳພັກເມືອງແປກ; ໂດຍໂຮງຮຽນການເມືອງ ແລະການປົກຄອງແຂວງຮັບຜິດຊອບທາງດ້ານວິຊາການ ສ່ວນເມືອງແປກຮັບຜິດຊອບດ້ານບຸກຄະລາກອນເຂົ້າຝຶກອົບຮົມ ແລະດ້ານງົບປະມານ ດ້ວຍການປະກອບສ່ວນຂອງບັນດາບ້ານທົ່ວເມືອງແປກໃນຈຳນວນ 103 ບ້ານ.

ການປະກອບສ່ວນຈາກຫ້ອງການປົກຄອງເມືອງແປກ ແລະ ການປະກອບສ່ວນຈາກພະນັກງານ, ຄູ-ອາຈານຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ. ຊຸດຝຶກອົບຮົມນີ້ມີບັນດາຄູ-ອາຈານ ມາຈາກສອງພາກສ່ວນຄື: ຄູ-ອາຈານ ປະຈຳຢູ່ໂຮງຮຽນ 12 ທ່ານ ແລະມາຈາກຄະນະນຳຂອງເມືອງແປກຈຳນວນ 8 ທ່ານ; ຊຸດຝຶກອົບຮົມນີ້ໄດ້ຈັດຕັ້ງເປັນ 2 ຫ້ອງ (ມີຄະນະຫ້ອງ 2 ຄົນ, ແບ່ງເປັນ 10 ຈຸຄົ້ນຄວ້າ, ມີຜູ້ເຂົ້້າຮ່ວມຝຶກອົບຮົມຄັ້ງນີ້ມີທັງໝົດ 111 ສະຫາຍ ຍິງ 16 ສະຫາຍ ທີ່ມາຈາກ 103 ບ້ານ ທົ່ວເມືອງແປກ.

         ການຈັດຕັ້ງປະຕິບັດການຮຽນ-ການສອນ ແມ່ນຖືກຕ້ອງຕາມໂຄງການຫຼັັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດວາງອອກເຊັ່ນ:

  • ວິຊາ: ພື້ນຖານທິດສະດີ ແລະທິດທາງລວມ ປະກອບມີ 5 ບົດ
  • ກຸ່ມວິຊາ: ວຽກງານພັກ ປະກອບມີ 7 ບົດ;
  • ກຸ່ມວິຊາ: ວຽກງານບໍລິຫານ ແລະການປົກຄອງ ປະກອບມີ 8 ບົດ;
  • ລວມທັງໝົດມີ 20 ບົດ ( 20 ຫົວຂໍ້) ໃນນັ້ນ; ສຳມະນາ ແລະແກ້ຂໍ້ຂ້ອງໃຈລວມ 8 ຊົ່ວໂມງ

         ຕີລາຄາຜົນສຳເລັດການຝຶກອົບຮົມກາຍເປັນຜູ້ທີ່ມີຄວາມຮູ້ຢ່າງເລິກເຊິ່ງ ກ່ຽວກັບທິດສະດີມາກ-ເລນິນ, ແນວທາງຂອງພັກ, ກົນໄກຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ການປະຕິບັດລະບຽບກົດໝາຍຂອງລັດ ໃນແຕ່ລະໄລຍະ. ກຳໄດ້ບັນດາຫຼັກມູນທິດສະດີທີ່ກ້າວໜ້າ, ບົດຮຽນທີ່ເປັນວິທະຍາສາດ ເພື່ອໝູນໃຊ້ເຂົ້າໃນການວາງແຜນ, ປະຕິບັດຍຸດທະສາດພັດທະນາ ຢູ່ຂັ້ນບ້ານ ຢ່າງຖືກຕ້ອງ ແລະສອດຄ່ອງກັບທ່າແຮງ ແລະຈຸດພິເສດຂອງແຕ່ລະບ້ານ.

ໃນຕອນທ້າຍພິທີ ປະທານໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ຍົກເນັ້ນໜັກໃຫ້ນັກສຶກສາທີ່ເຂົ້້າຮຽນໃນຄັ້ງນີ້ຈົ່ງພ້ອມກັນນຳເອົາບົດຮຽນທີ່ໄດ້ຮຽນມານຳໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດຂອງຕົນຮັບຜິດຊອບໃຫ້ຖືກຕ້ອງຕາມແນວທາງຂອງພັກ-ລັດ ແລະສອດຄ່ອງກັບຄວາມເປັນຈິງຂອງແຕ່ລະບ້ານ, ມີຄວາມສາມາດໃນການສັງລວມບັນຫາ, ໄຈ້ແຍກວິເຄາະບັນຫາ ຢູ່ທ້ອງຖິ່ນຂອງຕົນ, ມີຄວາມສາມາດໂຄສະນາຊວນເຊື່ອ, ເຜີຍແຜ່ແນວທາງ ແລະນະໂນບາຍຂອງພັກ-ລັດ, ປຸກລະດົມຂົນຂວາຍກໍ່ສ້າງຮາກຖານການເມືອງ ແລະມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກເຮັດລ້ອນໜ້າທີ່ໆພັກ ແລະປະຊາຊົນມອບໝາຍໃຫ້ ຢູ່ແຕ່ລະກົມກອງຂອງແຕ່ລະທ້ອງຖິ່ນ ຂອງຕົນໃຫ້ມີຜົນສຳເລັດ.

          ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ