ຫ້ອງການສະ​ຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະຊຸມການ​ທາ​ບທາມ​ບັນດາ​ກົດ​ລະບຽບຕ່າງໆ ທີ່​ຈະ​ໄດ້ນໍາ​ໃຊ້​ພາຍ​ໃນ ສມປຊ ​ຊຶ່ງກອງປະຊຸມໄດ້ຈັດ​ຂື້ນ​ໃນ​ວັນ​ທີ 01 ກໍລະກົດ 2021 ທີ່​ຫ້ອງ​ປະຊຸມຊັ້ນ 5 ຂອງ​ຕຶກສູນ​ຂໍ້​ມູນ​ຂ່າວສານ ສມປຊ​. ພາຍ​ໃຕ້​ການ​ເປັນປະ​ທານ​ຂອງ​ທ່ານ ປທ ນ. ບຸນ​ມີ ຈຸນລະ​ຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 15. ພ້ອມດ້ວຍຕາງໜ້າ​ບັນດາ​ກົມ, ຄະນະ​ຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຕຳຫຼວດປ້ອງກັນທີ່ຕັ້ງ ປະຈຳການຢູ່ ສມປຊ.

ໃນກອງປະຊຸມດັ່ງກ່າວໄດ້ນຳສະເໜີຮ່າງເອກະສານຄື: ​ຮ່າງ​ກົດ​ລະບຽບ​ການ​ຄຸ້ມ​ຄອງຊັບສິນຂອງລັດຢູ່​ພາຍ​ໃນ ສະ​ຖາ​ບັນ​ການເມືອງ​ ແລະການ​ປົກຄອງ​ແຫ່ງ​ຊາດ, ຮ່າງກົດລະບຽບການປ້ອງກັນຄວາມສະຫງົບຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​ແລະຮ່າງກົດລະບຽບການຄຸ້ມຄອງຫໍພັກນັກສຶກສາ. ຊຶ່ງເນື້ອໃນກົດລະບຽບສະບັບນີ້ກຳນົດມາດຕະການຕ່າງໆ ເພື່ອ​ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງຊັບສິນຂອງລັດ ຢູ່ ສມປຊ ໃຫ້ມີຄວາມຢືນຍົງ, ເຮັດ​ໃຫ້ການ​ຄຸ້ມ​ຄອງ, ການ​ນໍາ​ໃຊ້, ປົກປັກຮັກສາ, ຕິດຕາມກວດກາ​ຊັບ​ສິນຂອງລັດຢູ່ພາຍ​ໃນ ສມປຊ ໃຫ້ມີປະສິດທິພາບ. ຄຽງຄູ່ກັບຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບພາຍໃນ ສມປຊ, ກຳແໜ້ນສະພາບຮອບດ້ານຂອງຄູ-ອາຈານ, ພະນັກງານ-ລັດຖະກອນ, ພະນັກງານຕາມສັນຍາ ແລະນັກສຶກສາ ພ້ອມກັບການຕິດຕາມການປ້ອງກັນເວນຍາມຕາມອາຄານ-ສຳນັກງານ, ຮັກສາຄວາມສະຫງົບ, ຄວາມປອດໄພຢູ່ພາຍໃນ ສມປຊ ເພື່ອແນໃສ່ເຮັດໃຫ້ການຄຸ້ມຄອງ, ນໍາໃຊ້ຫໍພັກນັກສຶກສາ ຫັນເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ, ເປັນການຮັບປະກັນດ້ານຄວາມສະອາດ, ຄວາມປອດໄພໃນດ້ານຕ່າງໆ. ເພື່ອແນໃສ່ຍົກສູງສະຕິໃຫ້ຜູ້ຊົມໃຊ້, ສ້າງຄວາມເປັນເຈົ້າການຂອງນັກສຶກສາໃນການປົກປັກຮັກສາ, ຄຸ້ມຄອງດູແລຫໍພັກທີ່ຕົນເອງຢູ່.

ນ​ອກຈາກ​ນີ້ ທ່ານ​ປະທານ​ກອງ​ປະຊຸມ​ ໄດ້ໃຫ້​ໃຫ້​ທິດ​ຊີ້​ນໍາ​ເພິ່ມ​ເຕີມ  ແລະ​ບັນດາ​ທ່ານ​ທີ່​ເຂົ້າ​ຮ່ວມ​ກອງປະຊຸມກໍ່ໄດ້​​ປະ​ກອບຄໍ​າຄິດ​ເຫັນ​​ໃສ່​ຮ່າງກົດ​ລະບຽບ​ເພື່ອ​ເປັນ​ພື້ນຖານ​ທີ່ສໍາຄັນ​ໃຫ້​ແກ່​ການ​ສືບ​ຕໍ່​ປັບປຸງ​ຮ່າງ​ເອກະສານ​ດັ່ງກ່າວ​ໃຫ້​ມີ​ເນື້ອ​ໃນ​ເລິກ​ເຊິ່ງ, ຄົບ​ຖ້ວນ, ​ແທດ​ເໝາະ​ກັບສະພາບຄວາມເປັນຕົວ​ຈິງ ​ແລະ​ສາມາດ​ນໍາ​ເອົາ​ໄປ​ຈັດຕັ້ງປະຕິບັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ