Month: August 2020

ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ເປີດກອງປະຊຸມຖອດຖອນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳປີ 2019-2020.

ໃນວັນທີ 13 ສິງຫາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳແສງ ພົມມະວັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຜູ້ຊີ້ນຳແໂຮງຮຽນການເມືອງ ແລະການປົກຄອງ ມີທ່ານ ປທ ນ. ບົວສີ ນາຖາວົງກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີບັນດາທ່ານຮອງເລຂາພັກເມືອງ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບອຸປະກອນສໍາລັບກອງປະຊຸມທາງໄກ

ວັນ​ທີ 14 ກໍລະກົດ 2020 ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄດ້ຮັບ ອຸປະກອນສໍາລັບກອງປະຊຸມທາງໄກ 1 ຊຸດ ມູນຄ່າ 50.803.947ຈາກກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ.      ເປັນກຽດກ່າວມອບໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະມະນາຄົມ ແລະ ການສື່ສານ ແລະ ເປັນກຽດກ່າວຮັບພ້ອມທັງມອບໃບຊົມເຊີຍຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊືຶ່ອມຊຶມເອກະສານຂອງພັກ

      ໃນວັນທີ 12 ສິງຫາ 2020 ນີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມເອກະສານຂອງພັກ, ໂດຍການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີບັນດາຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນພົມວິຫານ ແລະນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ມີຄື:       ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10…

ໜ່ວຍພັກຮາກຖານນັກສຶກສາອະນຸປະລິນຍາຮຸ່ນທີ XVII ປະເມີນໜ່ວຍພັກປອດໄສ ເຂັ້ມແຂງ ໜັກແໜ້ນ

ໃນຕອນເຊົ້າ ຂອງວັນທີ 13 ສິງຫາ 2020 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ (ຕຶກຂໍ້ມູນຂ່າວສານ ຊັ້ນ 5) ນັກ​ສຶກ​ສາ​ຫ້ອງ​ອະ​ນຸ​ປະ​ລິນ​ຍາຮຸ່ນ​ທີ XVII ​​ໄດ້​ເປີດ​ກອງ​ປະຊຸມຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກຮາກຖານນັກສຶກສາອະນຸປະລິນຍາ ຮຸ່ນທີ XVII.​ ໂດຍ​ໃຫ້ກຽດເປັນປະທານຂອງ ສະຫາຍ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາບໍລິຫານງານພັກ ສມປຊ, ປະທານກວດກາພັກ. ສະຫາຍ ນາງ ແສງທອງ…