ໃນວັນທີ 13 ສິງຫາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳແສງ ພົມມະວັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຜູ້ຊີ້ນຳແໂຮງຮຽນການເມືອງ ແລະການປົກຄອງ ມີທ່ານ ປທ ນ. ບົວສີ ນາຖາວົງກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີບັນດາທ່ານຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ 7 ເມືອງ, ບັນດາພະແນການຂອງແຂວງ ແລະບັນດາທ່ານຄູ-ອາຈານ ເຂົ້່າຮ່ວມທັງໜົດ 80 ສະຫາຍ, ຍິງ 26 ສະຫາຍ.

ໃນພິທີດັ່ງກ່າວ ທ່ານ ປທ ນ ບົວສີ ນາຖາວົງ ໄດ້ຂຶ້ນຜ່ານບົດສະຫຼຸບ ໃນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນການສອນ ສົກປີ 2019-2020 ແລະທິດທາງແຜນການ 2020-2021.

ໃນໄລຍະ 1 ປີຜ່ານມາ ໂຮງຮຽນການເມືອງ ແລະການປົກຄອງແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ຄູອາຈານ ແລະນັກສຶກສາ ຢ່າງເປັນປົກກະຕິ ຈົນສາມາດເຮັດສຳເລັດໜ້າທີໂດຍສະເພາະແມ່ນສຳເລັດການຮຽນ-ການສອນລະບົບກໍ່ສ້າງຊັ້ນກາງ 2 ຊຸດ ຄື ນັກສຶກສາຮຸ່ນ 14 ແລະ ຮຸ່ນ 15 ໃນນັ້ນມີນັກສຶກສາຈົບທັງໜົດ 130 ຄົນ, ຍິງ 30 ຄົນ; ສຳເລັດໂຄງການຫຼັກສູດລະບົບກໍ່ສ້າງຊັ້ນຕົ້ນ ໄດ້ 3 ຊຸດ ມີນັກສຶກທັງໜົດ 169 ຄົນ, ຍິງ 52 ຄົນ, ສຳເລັດໂຄງການບຳລຸງ 45 ວັນ ມີນັກສຶກສາ 53 ຄົນ ຍິງ 9 ຄົນ. ກອງປະຊຸມຍັງໄດ້ຕີລາຄາຄືນດ້ານດີ-ດ້ານອ່ອນໃນການຈັດຕັ້ງປະຕິບັດຫຼັກສູດໃນໄລຍະຜ່ານມາ ແລະພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະທິດທາງແຜນການໃນຕໍ່ໜ້າ ເຮັດໃຫ້ການຮຽນການຮຽນ-ການສອນຢູ່ໂຮງຮຽນໃຫ້ມີຄຸນນະພາບ ເທື່ອລະກ້າວ.

ໃນຕອນທ້າຍພິທີທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນ 1 ປີຜ່ານມາ ພ້ອມທັງເນັ້ນໃຫ້ ຄະນະພັກ, ຄະນະໂຮງຮຽນຕ້ອງໄດ້ເອົາໃຈໃສ່ ເພີ່ມທະວີຄວາມເປັນເອກະພາບ ມີແບບແຜນເຮັດວຽກທີ່ມີວິທະຍາສາດ. ພ້ອມນັ້ນ, ກໍຕ້ອງຍົກສູງບົດບາດຂອງຄູໃຫ້ສູງຂຶ້ນ ແລະທ່ານຍັງໄດ້ເນັ້ກໜັກໃຫ້ບັນດາເມືອງ ແລະບັນດາພະແນກການ ໃຫ້ເອົາໃຈໃສ່ການຄັດເລືອກເອົາພະນັກງານເຂົ້້າມາຮຽນຕ້ອງເລືອກໃຫ້ຖືກເປົ້າໝາຍ ທີ່ຈະກໍ່ສ້າງເປັນພະນັກງານນຳພາ ແລະຄຸ້ມຄອງໃນຕໍ່ໜ້າ.

          ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ຄອນສະຫວັນ ແສນຍານຸພາບ