ໃນວັນທີ 12 ສິງຫາ 2020 ນີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມເອກະສານຂອງພັກ, ໂດຍການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີບັນດາຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນພົມວິຫານ ແລະນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ມີຄື:

      ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ເປັນຕົ້ນ ການ​ຜັນ​ຂະຫຍາຍ​ມະຕິ ​ກອງ​ປະຊຸມ​ຄົບ​ຄະນະ ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 10 ສະໄໝ​ທີ X ຕິດພັນກັບ​ຄວາມ​ຄືບ​ໜ້າ​ ໃນ​ການຈັດຕັ້ງ​ປະຕິບັດ ​ແຜນ​ພັດທະນາ ​ເສດ​ຖະ​ກິດ​-​ສັງຄົມ, ແຜນ​ງົບປະມານ, ເງິນຕາ ປະ​ຈໍາ​ໄຕ​ມາດ 1 ປີ 2020 ແລະ ທິດ​ທາງ​ໃນຕໍ່ໜ້າ; ການ​ກະກຽມ​ເນື້ອ​ໃນ​ກອງ​ປະ ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ເຊິ່ງ​ປະກອບ​ມີ:  ຮ່າງ​ລາຍ​ງານ​ການເມືອງ​, ຮ່າງ​ແຜນ​ພັດທະນາ​ ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ  IX (2021-2025), ການ​ປັບປຸງ​ກົດ​ລະບຽບ​ຂອງ​ພັກ ສະໄໝ X ແລະ ທິດ​ການ​ປັບປຸງ​ກົງຈັກ​ລັດ​ຖະ​ບານ.

      ແຜ່ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍເພີ່ມທະວີວຽກງານ ປ້ອງກັນຄວາມສະຫງົບ ໃນສະພາບການໃໝ່;

      ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີ ຕາມຂະບວນການຍຸຕິທຳ;

      ມະຕິຂອງກົມການ ເມືອງສູນກາງພັກ ສະບັບເລກທີ 108/ກມສພ, ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່.

      ການເຊື່ອມຊຶມບັນດາເອກະສານສໍາຄັນຂອງພັກໃນຄັ້ງນີ້ ແມ່ນເພື່ອໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ສມປຊ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບ ຕາມເນື້ອໃນຈິດໃຈ ຂອງບັນດາເອກະສານ ທີ່ໄດ້ນຳມາເຜີຍແຜ່ເຊື່ອມຊຶມ, ແນໃສ່ເຮັດໃຫ້ສາມາດນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງ ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ