ໃນຕອນເຊົ້າ ຂອງວັນທີ 13 ສິງຫາ 2020 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ (ຕຶກຂໍ້ມູນຂ່າວສານ ຊັ້ນ 5) ນັກ​ສຶກ​ສາ​ຫ້ອງ​ອະ​ນຸ​ປະ​ລິນ​ຍາຮຸ່ນ​ທີ XVII ​​ໄດ້​ເປີດ​ກອງ​ປະຊຸມຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກຮາກຖານນັກສຶກສາອະນຸປະລິນຍາ ຮຸ່ນທີ XVII.​ ໂດຍ​ໃຫ້ກຽດເປັນປະທານຂອງ ສະຫາຍ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາບໍລິຫານງານພັກ ສມປຊ, ປະທານກວດກາພັກ. ສະຫາຍ ນາງ ແສງທອງ ຊຽນປັນຍາ ເລຂາໜ່ວຍພັກຮາກຖານອະນຸປະລິນຍາ ຮຸ່ນທີ XVII, ມີແຂກຖືກເຊີນ ແລະສະມາຊິກພັກນັກສຶກສາພາຍໃນຫ້ອງເຂົ້າຮ່ວມທັງໝົດຈຳນວນ 65 ສະຫາຍ, ຍິງ 20 ສະຫາຍ.

ສະຫາຍ ນາງ ແສງທອງ ຊຽນປັນຍາ ເລຂາໜ່ວຍພັກຮາກຖານນັກສຶກສາອະນຸປະລິນຍາ ຮຸ່ນທີ XVII, ຂຶ້ນຜ່ານບົດສະຫຼຸບໜ່ວຍພັກ ປອດໄສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະ 1 ປີຜ່ານມາ. ຈາກນັ້ນ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນສົມບູນຍິ່ງຂຶ້ນ ແລະຮັບຮອງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊຶ່ງສາມາດປະເມີນໃນແຕ່ລະດ້ານໄດ້ສະແດງອອກດັ່ງນີ້:

  1. ດ້ານການເມືອງ ປະຕິບັດໄດ້ 1.92 ຄະແນນ.
  2.  ດ້ານແນວຄິດ ສູ້ຊົນໄດ້ 1,41 ຄະແນນ.
  3. ດ້ານການຈັດຕັ້ງ ສູ້ຊົນໄດ້ 1,49 ຄະແນນ.
  4. ດ້ານແບບແຜນວິທີນໍາພາ ສູ້ຊົນໄດ້ 1,91 ຄະແນນ.
  5. ດ້ານການນໍາພາປະຕິບັດໜ້າທີ່ການເມືອງສູ້ຊົນໄດ້ 2,90 ຄະແນນ. ເຊິ່ງລວມທັງ 5 ດ້ານປະຕິບັດໄດ້ 9,63 ຄະແນນ ຈັດຢູ່ໃນປະເພດແຂງ.

ໃນຕອນທ້າຍກອງປະຊຸມສະຫາຍ ປທ ນາງ ບຸນມີ ຈຸນລະຈັກ ປະທານກອງປະຊຸມໄດ້ໂອລົມຕໍ່ກອງປະຊຸມ, ສະຫາຍ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ນັ້ນ ໄດ້ສ່ອງແສງໃຫ້ເຫັນເຖິງບັນດາສະຫາຍສະມາຊິກພັກພາຍໃນໜ່ວຍພັກ ໄດ້ຍົກສູງສະຕິເປັນເຈົ້າການໃນການປະຕິບັດລະບຽບ, ແນວທາງຂອງພັກ ເວົ້າລວມ, ເວົ້າສະເພາະແມ່ນຄວາມເປັນເຈົ້າການປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກພວກສະຫາຍ ເຊິ່ງເປັນຂີດໝາຍທີ່ດີ ແລະຄວນສືບຕໍ່ເສີມຂະຫຍາຍຜົນງານອັນນີ້ໃຫ້ດີຂຶ້ນຕື່ມໃນກົມກອງຂອງຕົນ ໃນເມື່ອສໍາເລັດການສຶກສາ ແລະກັບຄືນເມືອກົມຂອງຕົນ.

ຂ່າວ/ພາບ: ທ່ານຕຸ້ຍໄຊ​ຍະ​ວົງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ