ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນທ່າມກາງບັນຍາກາດອັນສັກສິດ ແລະ ເຕັມໄປດ້ວຍຄວາມໝາຍປະຫວັດສາດ ທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໃນຕອນບ່າຍຂອງວັນທີ 1 ທັນວາ 2025, ເວລາ 14:30 ໂມງ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ປະກົດຜົນເປັນຈິງ. ພິເສດແມ່ນການສ້າງຂະບວນການຢ່າງຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງຂອງຊາດ ນັ້ນຄື ວັນສະຖາປະນາ…
ຄະນະຜູ້ແທນວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄປເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາມຝ່າຍ ຈີນ-ຫວຽດນາມ-ລາວ ປີ 2025 ໃນລະຫວ່າງວັນທີ 28 – 30 ພະຈິກ 2025 ຢູ່ ສປ ຈີນ
ໃນລະຫວ່າງວັນທີ 28 ຫາ 30 ພະຈິກ 2025, ຄະນະຜູ້ແທນວິຊາການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການນຳພາຂອງ ທ່ານ ປອ ນ. ດາວອນ ບຸດທະນຸວົງ, ຮອງຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະທັງ ໝົດ ຈຳນວນ 6 ທ່ານ ເດີນທາງໄປເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາມຝ່າຍ ຈີນ-ຫວຽດ ນາມ-ລາວ ປີ 2025 …
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຂະບວນການອອກແຮງງານລວມ ຢ່າງເປັນຂະບວນຟົດຟື້ນ ເພື່ອກະກຽມຕ້ອນຮັບ ການມາຢ້ຽມຢາມ ຂອງຄະນະການນຳຂັ້ນສູງ ຈາກ ສສ ຫວຽດນາມ
ໃນລະຫວ່າງວັນທີ 24-27 ພະຈິກ ນີ້, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງສ້າງຂະບວນການອອກແຮງງານລວມທົ່ວ ສມປຊ ຂຶ້ນຢ່າງເປັນຂະບວນການຟົດຟື້ນ. ການອອກແຮງງານໃນຄັ້ງນີ້ ມີຈຸດປະສົງຫຼັກ ແມ່ນເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຕ້ອນຮັບ ຄະນະການນຳຂັ້ນສູງ ຈາກ ສສ ຫວຽດ ນາມ ທີ່ຈະເດີນທາງມາພົບປະຢ້ຽມຢາມ ໃນມໍ່ໆນີ້. ບັນຍາກາດໃນການອອກແຮງງານ ເຕັມໄປດ້ວຍຄວາມຫ້າວຫັນ ແລະ ຄວາມສາມັກຄີ ເຊິ່ງກິດຈະກຳຫຼັກ ແມ່ນໄດ້ສຸມໃສ່ການປັບປຸງທັດສະນີຍະພາບ,…

