Month: August 2022

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ

ໃນຕອນເຊົ້າວັນທີ່ 16 ສິງຫາ ປີ 2022 ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງ ຫຼວງນ້ຳທາ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ ການປົກຄອງລະບົບ 10 ວັນ ຊຸດທີ່ 3 ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໂດຍໃຫ້ກຽດເປັນປະທານໂດຍ: ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ…

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຍົກລະດັບຄວາມຮູ້ຄວາມສາມາດຕໍ່ວຽກງານຄົ້ນຄວ້າວິໄຈຂ່າວ

ວຽກງານຄົ້ນຄວ້າວິໄຈຂ່າວ ແມ່ນວຽກງານໜຶ່ງທີ່ມີບົດບາດສໍາຄັນຕໍ່ການສຶກສາຄົ້ນຄວ້າ, ຕໍ່ສັງຄົມໃນຍຸກແຫ່ງຂໍ້ມູນຂ່າວສານທີ່ບໍ່ມີພົມແດນ ແລະວຽກງານຂ່າວສານກໍແມ່ນວຽກງານໜຶ່ງທີ່ນອນຢູ່ໃນຄວາມຮັບຜິດຊອບຂອງພະແນກຄົ້ນຄວ້າວິໄຈຂ່າວຂຶ້ນກັບສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໃນການເຮັດໜ້າທີ່ຊອກຄົ້ນຄວ້າຂ່າວຕ່າງໆພາຍໃນ ແລະຕ່າງປະເທດມາຄົ້ນຄວ້າທີ່ວິໄຈແລ້ວນຳສົ່ງໃຫ້ການນຳຂອງ ສມປຊ ໄດ້ຮັບຮູ້ສະພາບການເຄື່ອນໄຫວຂອງພາຍໃນ ແລະຕ່າງປະເທດ. ການເຝິກອົບຮົມໄດ້ຈັດຂຶ້ນເປັນເວລາ 3 ວັນ (8 ສິງຫາ-10 ສິງຫາ 2022) ຢູ່ຕຶກສູນຂໍ້ມູນຂ່າວສານ; ການເຝິກອົບຮົມຄັ້ງນີ້ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການຂຽນຂ່າວ, ເປັນການຖ່າຍຖອດບົດຮຽນ ແລະປະສົບການໃໝ່ໆຂອງວິທະຍກອນໃຫ້ແກ່ໃຫ້ແກ່ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ. ໃນພິທີດັ່ງກ່າວ, ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ…

ທ່ານ ເຈີຢິ່ງ ຫວາງ, ພະນັກງານບຳນານ, ອະດີດກຳມະການສູນກາງພັກ ມອບປື້ມຊີວິດ ແລະການເຄື່ອນໄຫວໃຫ້ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

         ວັນທີ 15 ສິງຫາ 2022 ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຊັ້ນ 5 (ຫ້ອງຮັບແຂກ) ຂຶ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ທ່ານ ເຈີຢິ່ງ  ຫວາງ, ພະນັກງານບຳນານ, ອະດີດກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ມອບປື້ມຊີວິດ ແລະການເຄື່ອນໄຫວທີ່ຕິດພັນກັບຂະບວນວິວັດໃນການເຄື່ອນໄຫວ ຂອງ ທ່ານ ເຈີຢິ່ງ  ຫວາງ ຈຳນວນ10 ຫົວ ລວມມູນຄ່າ 650.000 ກີບ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ປາຖະກະຖາປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ

         ໃນຕອນແລງ ເວລາ 13 ໂມງ 30 ນາທີ ຂອງວັນທີ 15 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໄດ້ຈັດຕັ້ງປາຖະກະຖາ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ. ການປາຖະກະຖາໄດ້ຈັດຂຶ້ນຢ່າງເປັນທາງການ; ໃຫ້ກຽດເປັນປະທານໂດຍ:  ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຄະນະນຳໂຮງຮຽນພ້ອມດ້ວຍພະນັກງານ,…