ໃນຕອນເຊົ້າວັນທີ່ 16 ສິງຫາ ປີ 2022 ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງ ຫຼວງນ້ຳທາ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ ການປົກຄອງລະບົບ 10 ວັນ ຊຸດທີ່ 3 ໃຫ້ແກ່ເລຂາຄະນະພັກບ້ານ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໂດຍໃຫ້ກຽດເປັນປະທານໂດຍ: ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ບຸນຄົງ ພິມມະສອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງຫຼວງນ້ຳທາ ສະມາຊິກສະພາ ປະຊາຊົນແຂວງ, ມີພະນັກງານ,ຄູ-ອານຈານ ແລະເລຂາຄະນະພັກບ້ານອ້ອມຂ້າງ ເມືອງຫຼວງນ້ຳທາເຂົ້າຮ່ວມຢ່າງພ້ອມພຽງ.

         ທ່ານ ແສງ ເຊືອຍສົມບັດ ຫົວໜ້າຂະແໜງວິຊາການ ໂຮງຮຽນການເມືອງ ແລະການປົກຄອງແຂວງ ໄດ້ຜ່ານທິດທາງແຜນການຝຶກອົບຮົມໄລຍະສັ້ນ ທິດສະດີການເມືອງ ແລະການປົກຄອງ ລະບົບ 10 ວັນ ຊຸດທີ່ 3 ໃຫ້ເລຂາຄະນະພັກບ້ານ, ນາຍບ້ານ ເພື່ອເປັນການສ້າງໃຫ້ຄະນະພັກຮາກຖານຂັ້ນບ້ານ, ອົງການຈັດຕັ້ງມະຫາຊົນ ຢູ່ຂັ້ນຮາກຖານໃຫ້ມີຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະການປົກຄອງ ຕາມແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ ເຊື່ອໝັ້ນຕໍ່ການນຳພາຂອງພັກ ກໍຄືອຸດົມການພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກຂົງເຂດວຽກງານ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີບາດກ້າວຂະຫຍາຍຕົວນັບມື້ນັບມີຄຸນນະພາບສູງຂຶ້ນ. ການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມຝຶກອົບຮົມ 71 ທ່ານ, ຍິງ 18ທ່ານ, ໃຊ້ເວລາຮຽນທັງໝົດ 87 ຊົ່ວໂມງ; ໃນນັ້ນຊົ່ວໂມງຂຶ້ນຮ້ອງຟັງບັນຍາຍຕົວຈິງ 64 ຊົ່ວໂມງ, ຄົ້ນຄວ້າສຳມະນາ ແລະແກ້ຂໍ້ຂ້ອງໃຈທັງໝົດ 11 ຊົ່ວໂມງ; ກວດກາປະເມີນຜົນ 12 ຊົ່ວໂມງ ລວມມີ 3 ກຸ່ມວິຊາຄື: ກຸ່ມວິຊາທິດທາງລວມ ມີ 4 ບົດ, ກຸ່ມວິຊາກໍ່ສ້າງພັກ 7 ບົດ, ວິຊາການປົກຄອງ 8 ບົດ. ນອກນັ້ນ ຍັງຈະໄດ້ເຄື່ອນໄຫວກິດຈະກຳອື່ນໆ ອີກ. ໂອກາດດຽວກັນ ການນຳເມືອງຫຼວງນ້ຳທາ ກໍໄດ້ມອບທຶນຊ່ວຍເຫຼືອ ເພື່ອປະກອບເຂົ້າໃນວຽກງານການຮຽນ-ການສອນໃນຄັ້ງນີ້ ລວມມູນຄ່າ 8 ລ້ານກີບ. ມອບໂດຍທ່ານ ບຸນຄົງ ພິມມະສອນ ຮອງເລຂາພັກເມືອງ ປະທານກວດກາ ພັກ-ລັດເມືອງ ຫຼວງນ້ຳທາ ສະມາຊິກສະພາປະຊາຊົນແຂວງ, ຮັບໂດຍ ທ່ານ ປທ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ, ການຮຽນ-ການສອນຄັ້ງນີ້ຈະດຳເນີນໄປເຖິງທີ່ 25 ສິງຫາ 2022 ຈຶ່ງຈະສຳເລັດ.

ຂ່າວ/ພາບ ປອ ວັນນາໄຊ ບຸນຖາວອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ