ໃນຕອນແລງ ເວລາ 13 ໂມງ 30 ນາທີ ຂອງວັນທີ 15 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໄດ້ຈັດຕັ້ງປາຖະກະຖາ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ. ການປາຖະກະຖາໄດ້ຈັດຂຶ້ນຢ່າງເປັນທາງການ; ໃຫ້ກຽດເປັນປະທານໂດຍ:  ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຄະນະນຳໂຮງຮຽນພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ແລະ ການປົກຄອງ ລະບົບກໍ່ສ້າງຊັ້ນກາງ ຮຸ່ນທີ XIII ເຂົ້າຮ່ວມທັງໝົດ 71 ທ່ານ, ຍິງ 18 ທ່ານ.

         ທ່ານ ປທ ສິງໄຊ ວັນຄຳ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ປະຖະກະຖາ ປີ 2022 ແມ່ນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຮ່ວມເຊັນສົນທິສັນຍາມິດຕະພາບຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຄົບຮອບ 45 ປີ ແລະວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະລ້ຳຄ່າ ໃນໄລຍະການຕໍ່ສູ້ປົດປ່ອຍຊາດກໍຄືພາລະກິດແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ທັງເປັນການປະກອບສ່ວນ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະປົກປັກຮັກສາ, ສ້າງສາພັດທະນາ ສສ ຫວຽດນາມໃນປັດຈຸບັນ. ພ້ອມນີ້ ທ່ານຍັງໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນ ຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເພື່ອທົບທວນຄືນປະຫວັດສາດຂອງ 2 ຊາດລາວ-ຫວຽດນາມ ນັບຕັ້ງແຕ່ສ້າງຕັ້ງພັກກອມມູນິດອິນດູຈີນໃນປີ 1930 ໂດຍແມ່ນປະທານ ໂຮ່ຈີມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ທັງສອງຊາດໄດ້ພ້ອມກັນຕໍ່ສູ້ຄຽງບ່າຄຽງໄຫລ່ຕ້ານສັດຕູໂຕດຽວກັນ ຄືພວກລ່າເມືອງຂຶ້ນຝຣັ່ງ, ຟາຊິດຢີປຸ່ນ ແລະຈັກກະພັດອາເມລິກາ ສາມາດຍາດເອົາໄຊຊະນະ ຕະຫຼອດໄລຍະ 60ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ແລະ 45 ປີແຫ່ງການປະຕິວັດ ແລະສົນທິສັນຍາຍາມິດຕະພາບ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ສອງຊາດລາວ-ຫວຽດນາມໄດ້ພ້ອມກັນ ເພີ່ມພູນຄູນສ້າງມິດຕະພາບແບບພິເສດການພົວພັນ ຮ່ວມມືຮອບດ້ານນັບມື້ຍິ່ງເພີ່ມທະວີກ້າວເຂົ້າສູ່ລວງເລິກ ແທດເໝາະກັບສະພາບການຕົວຈິງ ແລະມີປະສິດທິຜົນສາມາດຕອບສະໜອງຄວາມມຸ້ງມາດປາຖະໜາ ຂອງປະຊາຊົນ ເພື່ອສັນຕິ ພາບ; ສະຖຽນລະພາບການຮ່ວມມື ພັດທະນາຢູ່ພາກພື້ນ ແລະສາກົນ, ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ແມ່ນໂຮງຮຽນໜຶ່ງ ທີ່ໄດ້ຮັບທຶນຊ່ວຍເຫຼືອຫລ້າຈາກ ແຂວງວິງຟຸກ ສສ ຫວຽດນາມ ສ້າງຕັ້ງສຳເລັດໃນປີ 2007 ລວມມູນຄ່າ 500,000 ກວ່າໂດລາສະຫະລັດ, ນັບແຕ່ມື້ສ້າງຕັ້ງມາຮອດປັດຈຸບັນ ໄດ້ເປີດຮຽນທິດສະດີການເມືອງ ແລະການປົກຄອງໃຫ້ແກ່ພະນັກງານຫຼັກແຫຼ່ງຈາກພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລັດວິສາຫະກິດ, ເລຂາພັກບ້ານ ແລະນາຍບ້ານໃນ 5 ເມືອງ ຢູ່ແຂວງຫຼວງນ້ຳທາ, ລະບົບ 10 ວັນໄດ້ທັງໝົດ 11 ຊຸດ, ມີຜູ້ເຂົ້າຮຽນຈຳນວນ 425 ສະຫາຍ, ຍິງ 71 ສະຫາຍ, ລະບົບ 45 ວັນ ໄດ້ 19 ຊຸດ ມີຜູ້ເຂົ້າຮຽນຈຳນວນ 1065 ສະຫາຍ, ຍິງ 226 ສະຫາຍ, ລະບົບຊັ້ນຕົ້ນ 9 ຊຸດ ມີຜູ້ເຂົ້າຮຽນຈໍານວນ 396 ສະຫາຍ, ຍິງ 87 ສະຫາຍ, ລະບົບຊັ້ນກາງ  13 ຊຸດ ມີຜູ້ເຂົ້າຮຽນຈໍານວນ 5147 ສະຫຍາຍ, ຍິງ 167 ສະຫາຍ, ລະບົບຊັ້ນກາງພາກຄ່ຳ ແລະພາກເສົາ-ທິດ 1 ຊຸດມີຜູ້ເຂົ້າຮຽນຈຳນວນ 110 ສະຫາຍ, (ຍິງ 9 ສະຫາຍ?), ຈາກນັ້ນ ຍັງໄດ້ຮັບຮັບຟັງປາຖະກະຖາ ວັນຢຶດອຳນາດທົ່ວປະເທດ ຂອງ ສປປ ລາວຄົບຮອບ 47 ປີ, ວັນສ້າງຕັ້ງສານປະຊາຊົນຄົບຮອບ 40ປີ ແລະວັນເກີດ ທ່ານ ຟີແດນ ກາສໂຕຣ ຣຸດສ (13 ສິງຫາ 1926-13 ສິງຫາ 2012) ຄົບຮອບ 96ປີ ເພື່ອໃຫ້ຄູ-ອາຈານ ແລະນັກສຶກສາເຊື່ອມຊຶມຕື່ມອີກ.

ຂ່າວ/ພາບ ປອ ວັນນາໄຊ ບຸນຖາວອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ