ວັນທີ 15 ສິງຫາ 2022 ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຊັ້ນ 5 (ຫ້ອງຮັບແຂກ) ຂຶ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ທ່ານ ເຈີຢິ່ງ  ຫວາງ, ພະນັກງານບຳນານ, ອະດີດກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ມອບປື້ມຊີວິດ ແລະການເຄື່ອນໄຫວທີ່ຕິດພັນກັບຂະບວນວິວັດໃນການເຄື່ອນໄຫວ ຂອງ ທ່ານ ເຈີຢິ່ງ  ຫວາງ ຈຳນວນ10 ຫົວ ລວມມູນຄ່າ 650.000 ກີບ ໃຫ້ຫໍສະໝຸດ ສ ມປຊ ໂດຍການກ່າວຮັບຂອງ ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພ້ອມທັງສະແດງຄວາມຊົມເຊີຍທີ່ໄດ້ນຳເອົາປຶ້ມດັ່ງກ່າວນຳມາມອບໃຫ້ຫໍສະໝຸດ ສມປຊ ເພື່ອໃຫ້ຫໍສະໝຸດ ສມປຊ ກາຍເປັນຄັງແຫ່ຼງຂໍ້ມູນຂ່າວສານທີ່ອຸດົມສົມບູນຂຶ້ນໄປເລື່ອຍໆ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ວາດສະໜາ ກິນອາພອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ