ວຽກງານຄົ້ນຄວ້າວິໄຈຂ່າວ ແມ່ນວຽກງານໜຶ່ງທີ່ມີບົດບາດສໍາຄັນຕໍ່ການສຶກສາຄົ້ນຄວ້າ, ຕໍ່ສັງຄົມໃນຍຸກແຫ່ງຂໍ້ມູນຂ່າວສານທີ່ບໍ່ມີພົມແດນ ແລະວຽກງານຂ່າວສານກໍແມ່ນວຽກງານໜຶ່ງທີ່ນອນຢູ່ໃນຄວາມຮັບຜິດຊອບຂອງພະແນກຄົ້ນຄວ້າວິໄຈຂ່າວຂຶ້ນກັບສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໃນການເຮັດໜ້າທີ່ຊອກຄົ້ນຄວ້າຂ່າວຕ່າງໆພາຍໃນ ແລະຕ່າງປະເທດມາຄົ້ນຄວ້າທີ່ວິໄຈແລ້ວນຳສົ່ງໃຫ້ການນຳຂອງ ສມປຊ ໄດ້ຮັບຮູ້ສະພາບການເຄື່ອນໄຫວຂອງພາຍໃນ ແລະຕ່າງປະເທດ. ການເຝິກອົບຮົມໄດ້ຈັດຂຶ້ນເປັນເວລາ 3 ວັນ (8 ສິງຫາ-10 ສິງຫາ 2022) ຢູ່ຕຶກສູນຂໍ້ມູນຂ່າວສານ; ການເຝິກອົບຮົມຄັ້ງນີ້ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການຂຽນຂ່າວ, ເປັນການຖ່າຍຖອດບົດຮຽນ ແລະປະສົບການໃໝ່ໆຂອງວິທະຍກອນໃຫ້ແກ່ໃຫ້ແກ່ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ.

ໃນພິທີດັ່ງກ່າວ, ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະພັກ, ຮອງຫົວໜ້າ ສມປຊ, ຕາງໜ້າເຂົ້າຮ່ວມເຝິກອົບຮົມມີ: ຫ້ອງການ, ກົມ, ຄະນະຕ່າງໆ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ພ້ອມດ້ວຍສຳມະນາກອນມາຈາກຫ້ອງການ, ກົມ, ຄະນະຕ່າງໆ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 3 ທ່ານ ແລະທ່ານ ວັນດີ ບຸດສະດີ ຮອງຫົວໜ້າຫ້ອງການກະຊວງການຕ່າງປະເທດ ກໍ່ໃຫ້ກຽດເຂົ້າຮ່ວມທັງເປັນວິທະຍາກອນ ໃນການເຝິກອົບຮົມໃນຄັ້ງນີ້ ຊຶ່ງທ່ານໄດ້ສຸມໃສ່ຖ່າຍທອດບົດຮຽນ ແລະປະສົບການທັງພາກທິດສະດີ ແລະພາກປະຕິບັດຕົວຈິງເພື່ອແນໃສ່ເຮັດໃຫ້ພະນັກງານ, ຄູ-ອາຈານ ສມປຊ ຮູ້ຈັກການກັ່ນຕອງຂໍ້ມູນຂ່າວສານທີ່ຖືກຕ້ອງ, ການສັງລວມ, ເກັບກໍາ, ວິເຄາະ, ວິໄຈຂ່າວ, ຕີລາຄາບັນດາຂໍ້ມູນຂ່າວສານຕ່າງໆ ຢ່າງລວມສູນ ເພື່ອໃຫ້ມີຄວາມພ້ອມໃນການສະໜອງຂໍ້ມູນຂ່າວສານໃຫ້ການນຳ ແລະຮັບໃຊ້ການຮຽນ-ການສອນຢູ່ ສມປຊ.

ທ່ານ ວັນດີ ບຸດສະດີ ຮອງຫົວໜ້າຫ້ອງການກະຊວງການຕ່າງປະເທດ

ນອກນັ້ນ, ວິທະຍາກອນ ກໍ່ໄດ້ຖ່າຍທອດປະສົບການເປັນຕົ້ນແມ່ນທາງດ້ານທັກສະ, ຫຼັກການ, ເຕັກນິກວິທີການຊອກຫາແຫຼ່ງຂໍ້ມູນ ແລະໃນເວລາເຝິກອົບຮົມກໍ່ຈັດຕັ້ງເປັນກຸ່ມຈຳລອງຄົ້ນຄວ້າວິໄຈຂ່າວ ແລ້ວນຳສະເໜີ ພ້ອມມີການປະກອບຄໍາຄິດເຫັນຈາກວິທະຍາກອນ ແລະໝູ່ເພື່ອນສຳມະນາກອນດ້ວຍກັນ ພ້ອມກັນນັ້ນ, ສໍາມະນາກອນມີຄວາມເຂົ້າໃຈການຈັດຕັ້ງປະຕິບັດ, ຂັ້ນຕອນຂອງຈຸດເລີ່ມຕົ້ນຈົນກ້າວສູ່ຂັ້ນຕອນການລາຍງານ.

ເພື່ອເປັນການຢັ້ງຢືນເຖິງຄວາມສຳເລັດໃນການເຝິກອົບຮົບວຽກງານຄົ້ນຄວ້າວິໄຈຂ່າວ. ທ່ານ ປທ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເປັນກຽດມອບໃບຢັ້ງຢືນຕໍ່ສຳມະນາກອນທັງ19 ທ່ານ, ຍິງ 3 ທ່ານ, ພ້ອມທັງຮັບຟັງການໂອ້ລົມ ແລະທິດຊີ້ນຳຂອງ ທ່ານ ປອ ດາວສະຫວັນ ເຄືອມີໄຊ ວ່າ: ສຳມະນາກອນຕ້ອງນຳເອົາຄວາມຮູ້ປະສົບການທີ່ໄດ້ຮັບການເຝິກອົບຮົມຄັ້ງນີ້ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ແລະເພີ່ມທັກສະ, ຄວາມຊຳນິຊຳນານໃນການຂຽນຂ່າວ. ນອກນັ້ນ, ທ່ານຍັງໄດ້ກ່າວຕື່ມວ່າ: ວຽກງານຄົ້ນຄວ້າວິໄຈຂ່າວເປັນວຽກງານໜຶ່ງທີ່ມີຄວາມລະອຽດອ່ອນ, ຕ້ອງພະຍາຍາມມີຄວາມຮອບຄອບ, ມີຄວາມໜັກແໜ້ນໃນການກັ່ນຕອງ, ວິໄຈ ແລະການບັນນາທິການ.

ຂ່າວ:​ ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ