Month: May 2022

ພິທີຮັບສະມາຊິກພັກ ສຳຮອງ ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ

ພິທີຮັບສະມາຊິກພັກສຳຮອງ ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້​ຈັດ​ຂຶ້ນໃນຕອນເຊົ້າ ຂອງວັນ​ທີ 27 ພຶດສະພາ 2022, ໂດຍ​ໃຫ້​ກຽດ​ເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ​ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກ​ຖືກ​ເຊີນຈາກຕາງໜ້າໜ່ວຍພັກພາຍໃນ ສມປຊ. ໃນກອງປະຊຸມ ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງອົງຄະນະພັກ…

ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ຈັດພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ

ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໃນວັນທີ 20 ພຶດສະພາ 2022 ໂດຍການເປັນປະທານຂອງ ທ່ານ ປອ ຊົງເລົາ ຢົງນູ ກຳມະການປະຈຳພັກ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ, ທ່ານ ປທ ນ. ວຽງພອນ ແກ້ວຄູນສີ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ, ມີຄະນະພັກ, ຄະນະໂຮງຮຽນ, ພະນັກງານ,…

ໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ ເປີດກອງປະຊຸມສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງໜ່ວຍພັກ ປີ 2021ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ປີ 2022

ນັກສຶກສາປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ, ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳຂອງໜ່ວຍພັກ ປີ 2021 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ປີ 2022 ໃນຕອນບ່າຍຂອງວັນທີ 20 ພຶດສະພາ 2022  ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄຳໃບ ມາລາສິງ ກຳມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ຮອງຄະນະກຳມະການຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ…

ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບການອຸປະຖຳປື້ມຈາກ 2 ພາກສ່ວນ

ຫໍສະໝຸດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຮັບການອຸປະຖຳປື້ມຈາກ 2 ພາກສ່ວນຄື:   ພະອາຈານໄພວັນ ມາລາທອງ ເຈົ້າອະທິການວັດໜອງບົວທອງ, ທ່ານ ດາວວີ ວົງໄຊ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງຕ່າງປະເທດຊຶ່ງເປັນນັກສຶກສາຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXX ມອບປື້ມໃຫ້ກັບຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການກ່າວຮັບຂອງ ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ.         …