ພິທີຮັບສະມາຊິກພັກສຳຮອງ ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້​ຈັດ​ຂຶ້ນໃນຕອນເຊົ້າ ຂອງວັນ​ທີ 27 ພຶດສະພາ 2022, ໂດຍ​ໃຫ້​ກຽດ​ເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ​ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກ​ຖືກ​ເຊີນຈາກຕາງໜ້າໜ່ວຍພັກພາຍໃນ ສມປຊ.

ໃນກອງປະຊຸມ ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງອົງຄະນະພັກ ສມປຊ ວ່າດ້ວຍ ການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳຮອງຈຳນວນ 4 ສະຫາຍ, ຍິງ 3 ສະຫາຍ  ແລະສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ເລຂາໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຂື້ນກ່າວຮັບເອົາສະມາຊິກພັກສຳຮອງ ແລະໄດ້ມອບມະຕິຕົກລົງໃຫ້ທັງ 4 ສະຫາຍ ເພື່ອເປັນເອກະສານຢັ້ງຢືນ.

ໃນຕອນທ້າຍສະຫາຍ ຮສ ພູວົງ ອຸ່ນຄຳແສນ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສຳຮອງທີ່ຈະຕ້ອງໄດ້ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ນອກຈາກນັ້ນ ສະຫາຍຍັງໄດ້ໃຫ້ທິດຊີ້ນຳຕໍ່ສະມາຊິກພັກໃໝ່ໃຫ້ສືບຕໍ່ຝຶກຝົນຕົນເອງໃນທຸກດ້ານ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກໃຫ້ເລິກເຊິ່ງກວ່າເກົ່າ, ເປັນເຈົ້າການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ; ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເສີມຂະຫຍາຍບົດບາດນຳໜ້າໃຫ້ແກ່ມະຫາຊົນໃນທຸກດ້ານກາຍເປັນຜູ້ສືບທອດທີ່ດີຂອງພັກ-ຂອງລັດຕໍ່ໄປ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ