ຫໍສະໝຸດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຮັບການອຸປະຖຳປື້ມຈາກ 2 ພາກສ່ວນຄື:   ພະອາຈານໄພວັນ ມາລາທອງ ເຈົ້າອະທິການວັດໜອງບົວທອງ, ທ່ານ ດາວວີ ວົງໄຊ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງຕ່າງປະເທດຊຶ່ງເປັນນັກສຶກສາຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXX ມອບປື້ມໃຫ້ກັບຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການກ່າວຮັບຂອງ ທ່ານ ປທ ທະວີພອນ ສຸດທິວົງນໍລາດ ຮອງຫົວໜ້າ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ.

         ເຊິ່ງລາຍລະອຽດມີດັ່ງລຸ່ມນີ້

  1. ປຶ້ມໝວດວັນນະຄະດີ, ນິທານ, ເລື່ອງສັ້ນ ຈໍານວນ 33 ຫົວ ລວມມູນຄ່າ 1.800.000 ກີບ.
  2. ປຶ້ມບົດລາຍງານແຫ່ງຊາດແບບສະໝັກໃຈ ແລະປຶ້ມແຜນປະຕິບັດງານແຫ່ງຊາດເພື່ອການຈັດຕັ້ງປະຕິ ບັດວາລະປີ 2030 ເພື່ອການພັດທະນາແບບຍືນຍົງຢູ່ ສປປ ລາວ ຈໍານວນ 15 ຫົວ ລວມມູນຄ່າ 1.800.000 ກີບ.

ປຶ້ມດັ່ງກ່າວ ເປັນປຶ້ມຄູ່ມືອັນລໍ້າຄ່າ ຂອງຜູ້ທີ່ມີຄວາມປາຖະໜາຈະເຝິກຕົນເອງໃຫ້ກາຍເປັນກະວີ. ຊຶ່ງສາມາດຮຽນຮູ້ຢ່າງເລິກເຊິ່ງ ເຂົ້າໄດ້ຢ່າງເຖິງຖອງ ດ້ວຍຫຼາຍແບບ, ຫຼາຍວິທີ, ຫຼາຍຊະນິດຂອງກາບບູຮານລາວ, ຊຶ່ງເປັນປຶ້ມທ້ອນໂຮມຂໍ້ມູນຫຼັກຖານໃນແງ່ມູມປະຫວັດສາດ, ວັດທະນະທໍາ-ສັງຄົມ ທີ່ກ່ຽວກັບຄວາມເປັນມາ ແລະສາລະມາແຕ່ຍຸກສະໄໝບູຮານ ເພື່ອສະທ້ອນໃຫ້ເຫັນເອກະລັກຄຸນຄ່າຂອງມູນມໍລະດົກ, ນອກນັ້ນ, ຍັງໃຫ້ຮູ້ກ່ຽວກັບບົດລາຍງານແຫ່ງຊາດແບບສະໝັກໃຈ ແລະແຜນປະຕິບັດງານແຫ່ງຊາດເພື່ອການຈັດຕັ້ງປະຕິບັດວາລະປີ 2030 ເພື່ອການພັດທະນາແບບຍືນຍົງຢູ່ ສປປ ລາວ.

ທ່ານ ປທ ທະວີພອນ ສຸດທິວົງນໍລາດ ໄດ້ສະແດງຄວາມຊົມເຊີຍນໍາ ພະອາຈານໄພວັນ ມາລາທອງ ແລະທ່ານ ດາວວີ ວົງໄຊ ທີ່ໄດ້ນຳເອົາປຶ້ມດັ່ງກ່າວມອບໃຫ້ຫໍສະໝຸດ ສມປຊ ເພື່ອໃຫ້ຫໍສະໝຸດ ສມປຊ ກາຍເປັນຄັງແຫ່ງຂໍ້ມູນຂ່າວສານທີ່ອຸດົມສົມບູນຂຶ້ນໄປເລື່ອຍໆ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ