ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໃນວັນທີ 20 ພຶດສະພາ 2022 ໂດຍການເປັນປະທານຂອງ ທ່ານ ປອ ຊົງເລົາ ຢົງນູ ກຳມະການປະຈຳພັກ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ, ທ່ານ ປທ ນ. ວຽງພອນ ແກ້ວຄູນສີ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ, ມີຄະນະພັກ, ຄະນະໂຮງຮຽນ, ພະນັກງານ, ຄູ-ອາຈານ, ສະມາຊິກພັກສົມບູນພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີດັ່ງກ່າວ, ທ່ານ ພວນສະຫວັດ ອອນລັດບຸນມີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ສະໄໝສຳຮອງ ເຊີ່ງບັນດາມະຫາຊົນກ້າວໜ້າດັ່ງກ່າວ ແມ່ນໄດ້ຜ່ານການຕິດຕາມ, ຊ່ວຍເຫຼືອ ແລະກໍ່ສ້າງ ຈາກບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ຄຽງຄູກັບການຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ຕິດພັນກັບການປະຕິບັດວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະມີຜົນສໍາເລັດໃນຫຼາຍດ້ານ. ໃນພິທີດັ່ງກ່າວ, ພາຍໃຕ້ບັນຍາກາດອັນມີກຽດນີ້ ທ່ານ ປທ ນ. ວຽງພອນ ແກ້ວຄູນສີ ໄດ້ຂຶ້ນກ່າວຮັບ ແລະມອບມະຕິຕົກລົງຂອງຄະນະປະຈຳພັກ ນະຄອນຫຼວງວຽງ ຈັນວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ສະໄໝສຳຮອງໃຫ້ທັງ 2 ສະຫາຍ, ເພື່ອເປັນເອກະສານສໍາຄັນ ເປັນການຢັ້ງຢືນ ຕໍ່ການຈັດຕັ້ງທີ່ກ່ຽວຂ້ອງໃນຕໍ່ໜ້າ, ພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງໃນຄັ້ງນີ້ມີ ສະຫາຍ ອິນທະສອນ  ແສງສຸລິດ ແລະສະຫາຍ ນ ກອງອຸດົມ ຈັນທະວົງ.

          ໃນພິທີດັ່ງກ່າວ ທ່ານ ປອ ຊົງເລົາ ຢົງນູ ກຳມະການປະຈຳພັກ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ໄດ້ມີຄໍາເຫັນໂອ້ລົມ ຕໍ່ສະມາຊິກສຳຮອງ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາຄົ້ນຄວ້າລະບຽບ ຫຼັກການ ແລະແນວທາງນະໂຍບາຍຂອງພັກ, ທິດສະດີມາກ-ເລນິນ ແລະແນວຄິດໄກສອນ ພົມວິຫານ, ພ້ອມທັງກຳ ໃຫ້ໄດ້ເນື້ອໃນບັນດາຂໍ້ຫ້າມຕ່າງໆ ແລະໜ້າທີ່ຂອງສະມາຊິກພັກສະໄໝສໍາຮອງ ທີ່ໄດ້ລະບຸໄວ້ໃນກົດລະບຽບຂອງພັກ ເພື່ອນໍາໄປຈັດຕັ້ງປະຕິບັດຕົວຈິງ ແລະສືບຕໍ່ປັບປຸງແກ້ໄຂບັນດາຂໍ້ຄົງຄ້າງຂອງຕົນ ຄຽງຄູ່ກັບການສຶກສາຄົ້ນຄວ້າກົດລະບຽບຂອງພັກໃຫ້ເປັນປົກກະຕິ ແລະຕໍ່ເນື່ອງເພື່ອໃຫ້ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ພ້ອມກັນນັ້ນ, ກໍຕັ້ງໜ້າ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ທີ່ຕົນເອງໄດ້ຮັບການມອບໝາຍ ຈາກການຈັດຕັ້ງຂັ້ນ ເທິງໂດຍສະເພາະກໍ່ແມ່ນວຽກງານວິຊາສະເພາະ ແລະວຽກງານຂະບວນການຕ່າງໆ ເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກພັກທີ່ເຂັ້ມແຂງ ແລະດີເດັ່ນໃນຕໍ່ໜ້າ.

ບົດຂ່າວໂດຍ: ປທ ລິດທອງ ທະນິດຖາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ