ນັກສຶກສາປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ, ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳຂອງໜ່ວຍພັກ ປີ 2021 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ປີ 2022 ໃນຕອນບ່າຍຂອງວັນທີ 20 ພຶດສະພາ 2022  ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄຳໃບ ມາລາສິງ ກຳມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ຮອງຄະນະກຳມະການຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ; ສະຫາຍ ສີພອນ ມິດໄມຕີ ເລຂາໜ່ວຍພັກຮາກຖານ ນັກສຶກສາປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ, ສະຫາຍ ປອ ຄໍາຫຼ້າ ລໍວັນໄຊ ຫົວໜ້າກົມກວດກາ, ຄະນະກວດກາພັກ-ລັດ ສມປຊ, ມີບັນດາສະຫາຍຄະນະກໍາມະການກວດກາ ຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ສມປຊ, ມີບັນດາສະຫາຍແຂກທີ່ຖືກເຊີນຕາງໜ້າໜ່ວຍພັກຮາກຖານພາຍໃນ ສມປຊ.

ສະຫາຍ ສີພອນ ມິດໄມຕີ ເລຂາໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ, ໄດ້ຂຶ້ນຜ່ານສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງໜ່ວຍພັກ ປະຈໍາປີ 2021 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ປີ 2022 ເຊິ່ງເນື້ອໃນບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳ ແມ່ນສ່ອງແສງໃຫ້ເຫັນເຖິງຄະນະພັກໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍສອດຫ້ອຍເຂົ້າທຸກຂົງເຂດວຽກງານພາຍໃນຫ້ອງຮຽນ,​ ໂດຍເປັນເຈົ້າການຕິດຕາມ, ກວດກາ, ຊຸກຍູ້, ປຸກລະດົມໃຫ້ສະມາຊິກເຂົ້າຮ່ວມຄົ້ນຄວ້າ, ຮໍ່າຮຽນ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດໝາຍ ແລະລະບຽບການຕ່າງໆ, ມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ-ຂອງພັກ ທີ່ທາງສະຖາບັນຈັດຂຶ້ນເປັນຕົ້ນເຂົ້າຮ່ວມເຊື່ອມຊຶມບັນດາເອກະສານຕ່າງໆ ທີ່ ສມປຊ ຈັດຂຶ້ນຈໍານວນ 03 ຄັ້ງ ມີສະມາຊີກພັກເຂົ້າຮ່ວມ 180 ສະຫາຍ, ກໍ່ສ້າງສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ຖືກຕ້ອງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ, ມີທັດສະນະຫຼັກໝັ້ນຊົນຊັ້ນກໍາມະຊີບ, ມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະກັນ, ຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງ, ຕັ້ງໜ້າສຶກສາຄົ້ນຄວ້າ, ຮ່ຳຮຽນເປັນປົກກະຕິ ເຮັດໃຫ້ສະມາຊິກສອບເສັງໄດ້ 3 ວິຊາ ແລະສາມາດຍາດໄດ້ຄະແນນດັ່ງນີ້:

1). ວິຊາປັດຊະຍາ ຄະແນນ ເກຼດ A 45 ສະຫາຍ ກວມ 75%, B+15 ສະຫາຍ ກວມ 25%;

2). ຄອມພີວເຕີ ເກຼດ A 38 ສະຫາຍ ກວມ 63,33%, B+ 22 ສະຫາຍ ກວມ 36,66%;

3). ເສດຖະສາດການເມືອງເກຼດ A 44 ສະຫາຍ ກວມ 73,33%, B+ 16 ສະຫາຍ ກວມ 26,67%.

ນອກນັ້ນ, ຄະນະໜ່ວຍພັກໄດ້ນຳພາສະມາຊິກປະຕິບັດຕາມ 05 ຫຼັກການ; 03 ທິດນໍາໃນການກໍ່ສ້າງ, ປັບປຸງ, ປ້ອງກັນ ແລະຂະຫຍາຍພັກ ໂດຍຖືເອົາການດໍາເນີນຊີວິດການເມືອງພາຍໃນພັກເປັນປົກກະຕິີ ແລະຮັບປະກັນທັງດ້ານເນື້ອໃນໃຫ້ຄົບຖ້ວນຕາມ 3 ລັກສະນະຂອງການດຳເນີນຊີວິດພັກ; ໜ່ວຍພັກໄດ້ແບ່ງອອກເປັນ 3 ຈຸພັກ ເພື່ອສະດວກໃນການນໍາພາ ແລະການຮ່ວມຊິວິດພັກ.

ໃນກອງປະຊຸມ ຍັງໄດ້ຕີລາດ້ານອ່ອນ, ຂໍ້ຄົງຄ້າງໃນການນຳພາຂອງໜ່ວຍພັກ ແລະຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຂອງໜ່ວຍພັກ ປະຈຳປີ 2022 ແລະພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ໄດ້ເນື້ອໃນສົມບູນຄົບຖ້ວນ ແລະຖືກຕ້ອງຕາມຄໍາສັ່ງຂອງກົມການເມືອງສູນກາງພັກ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ແລະຄຳແນະນໍາຂອງຄະນະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ.

ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ ຄຳໃບ ມາລາສິງ ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາຕໍ່ກັບຄວາມເອົາໃຈໃສ່ຂອງບັນດາສະຫາຍຄະນະໜ່ວຍພັກ ແລະສະມາຊິກພັກ ໃນການປະຕິບັດໜ້າທີ່ການເມືອງ ແລະວາງທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງແລະໜັກແໜ້ນ ຈົ່ງພ້ອມກັນເຊື່ອມຊຶມແຜນການກໍ່ສ້າງໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້​ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ຄຽງຄູ່ກັບການສຸມໃສ່ຄົ້ນຄວ້າຮໍ່າຮຽນ ແລະການຈັດຕັ້ງປະຕິບັດລະບຽບວິໄນໃຫ້ເຂັ້ມງວດ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ