Month: March 2021

ຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ ສມປຊ, ເດີນທາງມອບນິພົນໂຮ່ຈິມິິນຄົບຊຸດ ໃຫ້ 2 ແຂວງ ພາກກາງຕອນເທິງ ແລະ 2 ແຂວງພາກເໜືອທາງຕະເວັນອອກ

ໃນລະຫວ່າງ ວັນທີ 09-16 ມີນາ 2021 ນີ້ ຄະນະຄຸ້ມຄອງໂຄງການແປນິພົນໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເດີນທາງໄປມອບປຶ້ມນິພົນ ໂຮ່ຈິມິນ ຄົບຊຸດ ແລະປຶ້ມນິພົນເລືອກເຟັ້ນມາກ-ອັງແກນ,​ ວ. ອ ເລນິນໃຫ້ 2 ແຂວງພາກກາງຕອນເທິງ ແລະ 2 ແຂວງພາກເໜືອທາງທິດຕາເວັນອອກ, ເຊິ່ງນໍາພາໂດຍ ທ່ານ ສຈ.ປອ ບຸນທີ ເຄືອມີໄຊ ອະດີດຄະນະພັກ…

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ”

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນໃນຕອນເຊົ້າຂອງວັນທີ 18 ມີນາ 2021, ທີ່ສະໂມສອນໃຫຍ່ວິທະຍາຄານສັນຕິບານປະຊາຊົນ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດປ້ອງກັນຄວາມສະຫງົບ ແລະວຽກງານການຕ່າງປະເທດ”, ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມໂດຍ ສະຫາຍ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ມີບັນດາສະຫາຍໃນຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ພະນັກງານການນຳຫຼັກແຫຼ່ງຂັ້ນສູນກາງ ແລະ ກົມກອງອ້ອມຂ້າງ, ພ້ອມດ້ວຍພະນັກງານ, ຄູ-ອາຈານ…

ກອງປະຊຸມສະຫຼຸບວຽກງານກວດກາສູນໂມງ ປະຈຳປີ 2020

ວັນທີ 15 ມີນາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ກົມກວດກາ ສມປຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາສູນໂມງ ປະຈຳປີ 2020 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX. ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ,…

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (ວັນທີ 8 ມີນາ)

ສະຫະພັນ ແມ່ຍິງ ສະຖາບັນການເມືອງ ແລະການປົກຄອງສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910-8 ມີນາ 2021) ພ້ອມທັງສະຫຼຸບຜົນງານແມ່ຍິງ 3 ດີ. ໃນພິທີ ໃຫ້ກຽດເປັນປະທານຂອງທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX, ມີທ່ານ ປທ ນາງ…