
ສະຫະພັນ ແມ່ຍິງ ສະຖາບັນການເມືອງ ແລະການປົກຄອງສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910-8 ມີນາ 2021) ພ້ອມທັງສະຫຼຸບຜົນງານແມ່ຍິງ 3 ດີ. ໃນພິທີ ໃຫ້ກຽດເປັນປະທານຂອງທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ສະມາຊິກສະພາແຫ່ງຊາດ ຊຸດທີ IX, ມີທ່ານ ປທ ນາງ ພອນໄຊ ລາດຊະວົງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ປອ ນາງ ລຳພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ ພ້ອມດ້ວຍນຄະນະ ແລະສະມາຊິກແມ່ຍິງ 100 ກວ່າທ່ານເຂົ້າຮ່ວມ.

ທ່ານ ປອ ນ. ລຳພູນ ດວນສຸວັນ ໄດ້ກ່າວວ່າ: ວັນທີ 8 ມີນາ ແມ່ນເຫດການການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານ ຂອງຂະບວນການແມ່ຍິງໃນທົ່ວໂລກ ທີ່ຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳ ໃຫ້ແກ່ຊາວຜູ້ອອກແຮງງານຍິງໂດຍລວມ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະທວງໃຫ້ມີສິດສະເໝີພາບ ແລະມີສິດເທົ່າທຽມກັບເພດຊາຍ, ທວງໃຫ້ນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ”.ມາໃນເດືອນມີນາ 1911 ວັນແມ່ຍິງສາກົນໄດ້ຮັບການສະເຫຼີມສະຫຼອງເປັນຄັ້ງທໍາອິດໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນ ຢູ່ບັນດາປະເທດເອີລົບ ເຊັ່ນ: ປະເທດໂອຕິຼດ, ເດັນມາກ, ເຢຍລະມັນ, ສະວິດສະແລນ. ນັບແຕ່ນັ້ນມາວັນທີ 8 ມີນາ ຈຶ່ງເປັນ “ວັນແມ່ຍິງສາກົນ” ໄດ້ຮັບການສະເຫຼີມສະຫຼອງຢູ່ໃນຫຼາຍປະເທດທົ່ວໂລກ.

ໃນພິທີໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ຈາກທ່ານ ປທ ນາງ ຂັນໄຊ ກິດຕິລາດ ຄະນະບໍລິຫານງານສະຫະພັນແມ່ຍິງ ສມປຊ ວ່າ: ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 1 ປີຜ່ານມາ, ສະຫະພັນແມ່ຍິງ ສມປຊ ໄດ້ເອົາໃຈໃສ່ລະດົມເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມທຸກຂະບວນການຕ່າງໆຢ່າງເປັນຂະບວນຟົດຟື້ນ ຕິດພັນກັບໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ຈົນສາມາດຮັບໃບຍ້ອງຍໍແມ່ຍິງ 3 ດີຊຶ່ງສາມາດຄັດເລືອກໄດ້ບຸກຄົນ 3 ດີ ປະເພດ 1 ມີຈໍານວນ 182 ທ່ານ ແລະປະເພດ 2 ມີຈໍານວນ 60 ທ່ານ.

ໃນຕອນທ້າຍຂອງພິທີທີ່ມີຄວາມໝາຍນີ້ ທ່ານປະທານໃນພິທີໄດ້ໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຄະນະນໍາ ສະຫະພັນແມ່ຍິງ ສມປຊ ທີ່ຍາດໄດ້ຜົນງານໃນຫຼາຍດ້ານໃນໄລຍະທີ່ຜ່ານມາ ເປັນຕົ້ນແມ່ນໄດ້ເປັນເຈົ້າການນໍາພາ-ຊີ້ນໍາເອື້ອຍນ້ອງແມ່ຍິງ ທົ່ວ ສມປຊ ເຮັດວຽກການເມືອງແນວຄິດ ເຊິ່ງເຮັດໃຫ້ສະມາຊິກແມ່ຍິງໄດ້ຮັບການເຊື່ອມບັນດາເອກະສານທີ່ສໍາຄັນຂອງພັກ-ລັດ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃນແນວທາງນະໂຍບາຍຂອງພັກໃຫ້ແກ່ສະມາຊິກແມ່ຍິງ ເຮັດໃຫ້ສະມາຊິກແມ່ຍິງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ໜັກແໜ້ນໃນການປະຕິບັດໜ້າທີ່ວຽກງານ ກໍຄືເຮັດໃຫ້ຊີວິດຄອບຄົວມີຄວາມສະຫງົບສຸກ. ນອກນັ້ນ, ການຈັດຕັ້ງສະຫະພັນແມ່ຍິງພາຍໃນ ສມປຊ ແຕ່ລະຂັ້ນຕ້ອງເອົາໃຈໃສ່ເປັນເຈົ້າການຕິດຕາມຊຸກຍູ້ສະມາຊິກຂອງຕົນໃຫ້ໄດ້ຮັບການກໍ່ສ້າງໃນທຸກດ້ານ ເພື່ອໃຫ້ແມ່ຍິງມີມາດຖານເງື່ອນໄຂທີ່ຄົບຖ້ວນ ແລະໄດ້ຮັບໂອກາດໃນໜ້າທີ່ວຽກງານເທົ່າທຽມກັບເພດຊາຍ.
ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ