ຂ່າວຫຼ້າສຸດ

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ

ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນທີ V ຢູ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ.

ໃນຕອນເຊົ້າ ຂອງວັນ​ທີ 29 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນມສ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບໃບຢັ້ງຢືນ ແລະພ້ອມທັງປິດຊຸດຮຽນທິດສະດີການເມືອງ-ການປົກຄອງລະ ບົບຂັ້ນຕົ້ນຮຸ່ນທີ V, ໂດຍການເປັນປະທານ ຂອງທ່ານ ປທ ແສງ ເຊືອຍສົມບັດຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ, ໃຫ້ກຽດເຂົ້າຮ່ວມໃນພິທີ ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ເຮືອຍ ສົມຫັວງ ຮອງເລຂາພັກມືອງ ຫົວໜ້າຄະນະຈັດຕັ້ງ ເມືອງວຽງພູຄາ, ມີແຂກຖືກເຊີນ, ຕະຫຼອດຮອດພະນັກງານຄູ-ອາຈານ…

ພິທີມອບປຶ້ມໃຫ້ພະແນກຫໍສະໝຸດ ສມປຊ

ໃນຕອນແລງ ຂອງວັນທີ 26 ສິງຫາ 2025 ມີພິທີມອບ-ຮັບປື້ມຈາກຫໍສະໝຸດແຫ່ງຊາດ ເຊຶ່ງມອບໂດຍ: ທ່ານ ນາງ ບົວພາ ພຸດສະດີ ຕາງໜ້າໃຫ້ຫໍສະໝຸດແຫ່ງຊາດ ແລະຮັບໂດຍ: ທ່ານ ປທ ນາງ ພາວັນ ວິລະວົງ ຫົວໜ້າພະແນກຫໍສະໝຸດພ້ອມດ້ວຍພະນັກງານ, ຄູ-ອາຈານ ພາຍໃນພະແນກ ເຊຶ່ງປື້ມດັ່ງກ່າວປະກອບມີປຶ້ມກ່ຽວກັບການເຕົ້າ ໂຮມການປະຕິວັດລາວ ຢູ່ທີ່ແຂວງຫົວພັນ ແລະແຂວງຜົ້ງສາລີຈໍານວນ 20ຫົວ, ປຶ້ມມູນເຊື້ອຄະຕິຄຳສອນບູຮານລາວສະໄໝລ້ານຊ້າງຈໍານວນ 20ຫົວ ແລະປຶ້ມມູນເຊື້ອສືບທອດການແຕ່ງດອງ ຂອງຊົນເຜົ່າໃນລາວຈໍານວນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຕ້ອນຮັບຄະນະຜູ້ແທນ ຈາກສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສສ ຫວຽດນາມ ລົງຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ

ໃນຕອນແລງວັນທີ 27 ສິງຫາ 2025 ທີ່ຫ້ອງຮັບແຂກຊັ້ນ 5 ຕຶກ 5 ຊັ້ນ, ພາຍຫຼັງຄະນະຜູ້ແທນຈາກ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສສ ຫວຽດນາມ ໄດ້ເຂົ້າຢ້ຽມຢາມ ແລະຂໍານັບ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຢູ່ທີ່ຊັ້ນ 4 ຫ້ອງປະຊຸມອອນລາຍທາງໄກຢູ່ທີ່ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງໄດ້ຈັດ ກອງປະຊຸມພົບປະສອງຝ່າຍກັບຄະນະຮັບຜິດຊອບໂຄງການຝ່າຍລາວ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຮັບຟັງການບັນຍາຍທາງດ້ານວິຊາການ ເພື່ອສົ່ງເສີມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບກົດໝາຍການປົກຄອງ

         ໃນວັນທີ 26 ສິງຫາ 2025 ທີ່ຜ່ານມາ ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈຳສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດຮັບເຊີນເຂົ້າຮ່ວມຮັບຟັງການບັນຍາຍທາງວິ ຊາການເພື່ອສົ່ງເສີມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກກົດໝາຍການປົກຄອງ ຜ່ານທາງລະບົບອອນໄລ ເພື່ອສົ່ງເສີມຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກກົດໝາຍການປົກຄອງ ໃຫ້ແກ່ບຸກຄະລາກອນ ຂອງສານປະຊາຊົນສູງສຸດ ໂດຍຜ່ານທາງລະບົບອອນໄລ ຢູ່ທີ່ ຫ້ອງປະຊຸມທາງໄກ ຕຶກສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ເຊິ່ງມີຫຼາຍພາກສ່ວນທີ່ເຂົ້າຮ່ວມຄື: ອົງການໄອຍະການປະຊາຊົນສູງສຸດ, ກຳມາທິການຍຸຕິທໍາຂອງສະພາແຫ່ງຊາດ, ກະຊວງຍຸຕິທຳ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ)…

ຂ່າວອື່ນໆ