ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຝິກອົບຮົມວຽກງານບໍລິຫານ ຫົວຂໍ້ ທັກສະການສະຫຼຸບ, ການສ້າງແຜນ ແລະການປະສານງານ

ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານບໍລິຫານພາຍໃນ ສມປຊ ໃຫ້ມີປະສິດທິພາບໃນການປະສານງານວຽກຕ່າງໆ ແລະເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງໃຫ້ເປັນລະບົບຄົບຊຸດ ທັງປັບປຸງສະພາບແວດລ້ອມໃນການເຮັດວຽກໃຫ້ດີຂຶ້ນເທື່ອລະກ້າວ. ສະນັ້ນ, ໃນວັນທີ 26 ພຶດສະພາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຝິກ ອົບຮົມວຽກງານບໍລິຫານໃນຫົວຂໍ້ “ທັກສະການສະຫຼຸບ, ການສ້າງແຜນ ແລະການປະສານງານ” ໃຫ້ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ໂດຍການເປັນປະທານ ຂອງທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ,…

ໜ່ວຍພັກຮາກຖານ ກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ

ໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຢູ່​ທີ່ຫ້ອງ​ປະຊຸມຂອງສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຊັ້ນ 5 ໃນຕອນແລງວັນທີ 30 ພຶດສະພາ, ​ໂດຍ​ການ​ເປັນ​ປະທານ​ ຂອງ​ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃນ​ພິທີ​ດັ່ງກ່າວ ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ-ປ້ອງກັນພັກ ​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍການ​ເລື່ອນສະມາຊິກ​ພັກ​ສຳຮອງ​​ເປັນສະມາຊິ​ກພັກສົມ​ບູນ ໃຫ້ສະຫາຍ ນ. ນາດຕະຍາ ແກ້ວຄູນນະລາດ, ຊຶ່ງສະຫາຍໄດ້ເຂົ້າສຳຮອງຊຶ່ງເປັນໄລຍະເວລາທີ່ຜູ້ກຽ່ວໄດ້ຜ່ານ​ການ​ຝຶກ​ຝົນຫຼໍ່ຫຼອມ ແລະທົດ​ສອບ​ໃນ​ຂະ​ບວນການ​ວຽກ​ງານຕົວ​ຈິງ,…

ພິທີ ປະກາດການຈັດຕັ້ງ ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້​ຈັດ​ພິ​ທີ​ປະ​ກາດ​ການ​ຈັດ​ຕັ້ງຂັ້ນຮອງຫົວໜ້າ ສມປຊ, ຊຶ່ງ​ພິ​ທີ​ດັ່ງ​ກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ  27 ພຶດສະພາ 2022 ທີ່ຫ້ອງປະຊຸມ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໂດຍການເປັນປະທານ ຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າຄະນະກົມທັງ12 ກົມ ຫຼື ທຽບເທົ່າ,…

ການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຂອງທີມງານນັກສຶກສາປະລິນຍາຕີຮຸ່ນທີ XXV ຫ້ອງ ກ ໃນໄລຍະ 45 ວັນ, ປະຈຳອາທິດທີ III-IV ພຶດສະພາ 2022 ເມືອງທຸລະຄົມ, ແຂວງ ວຽງຈັນ

           ໂດຍອີງຕາມ ແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະ 45 ຂອງສະຖາບັນ ການເມືອງ-ການ​ປົກຄອງແຫ່ງ​ຊາດ ປະຈຳອາທິດທີ 3-4 ພຶດສະພາ 2022 ແລະແຜກການເຄື່ອນໄຫວຕົວຈິງ. ທີມງານນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ (ກ) ໃນ 6 ທີມງານ, 6 ບ້ານ ພາຍໃນເມືອງທຸລະຄົມ, ແຂວງວຽງຈັນ. ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 3/5/2022 ແຕ່ລະທີມສາມາດສັງລວມໂດຍສັງເຂບດັ່ງນີ້: ໄດ້ຖອດຖອນບົດຮຽນພາຍໃນອາທິດທີ່ຜ່ານມາ ແລະວາງແຜນການເຄື່ອນໄຫວໃນອາທິດທີ III; ສັງລວມຂໍ້ມູນສະຖິຕິຈຳນວນປະຊາກອນ…

ຂ່າວອື່ນໆ