ພິທີມອບຮັບ ອຸປະກອນໃຫ້ໂຮງຮຽນການເມືອງ-ການປົກຄອງ ແຂວງໄຊສົມບູນ ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 19 ທັນວາ ນີ້ ທີ່ໂຮງຮຽນວິຊາຊີບ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມທ່ານ ທອງວັນ ທຳມະວົງ ຄະນະປະຈຳພັກ ແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ, ມີທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ລ່າວຢ່າງ ຈາວ່າ ຫົວໜ້າການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ, ຕາງໜ້າຈາກບໍລິສັດ ( ຜູ້ອຸປະຖໍາ ) ແລະ ພະນັກງານຄູອາຈານພາຍໃນໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສຳລັບອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ ໂຕະຕັ່ງ ຈຳນວນ 60 ຊຸດ ມູນຄ່າ 80 ລ້ານກີບ ໂດຍໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈໍາກັດ, ບໍລິສັດ ທະວີໄຊ ກໍ່ສ້າງຄົບວົງຈອນ ຈໍາກັດ, ບໍລິສັດ ໂຊກມີໄຊ ກໍ່ສ້າງ ຈໍາກັດຜູ້ດຽວ, ບໍລິສັດ ລາຊາໂຊກ ຈໍາກັດຜູ້ດຽວ, ບໍລິສັດຜາແດງຮຸ່ງເຮືອງ ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ຈຳກັດ, ບໍລິສັດ ລາວເທບຈະເລີນ ປະກັນໄພ, ບໍລິສັດ ໂຮງງານເສັ້ນດາຍ ແລະ ເກີບໜັງເລກ 1 ກອງທັບ, ບໍລິສັດ ວຽງອຸດົມຊັບກໍ່ສ້າງ, ກະສິກໍາ ແລະ ທ່ອງທ່ຽວ ຊຶ່ງກ່າວມອບໂດຍທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ແລະ ກ່າວຮັບໂດຍທ່ານ ລ່າວຢ່າງ ຈາວ່າ ຫົວໜ້າການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ, ໂດຍເປັນສັກຂີພິຍານຂອງທ່ານ ທອງວັນ ທຳມະວົງ ຄະນະປະຈຳພັກ ແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ແລະ ພາກສ່ວນທີ່ເຂົ້າຮ່ວມ. ການມອບອຸປະກອນໃນຄັ້ງນີ້ ເປັນການປະກອບສ່ວນທີ່ສຳຄັນຫຼາຍຕໍ່ການຮຽນ-ການສອນ ບຳລຸງທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານຫຼັກແຫຼງພາຍໃນ ແຂວງໄຊສົມບູນ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ.

 ໃນໂອກາດນີ້ ທ່ານ ທອງວັນ ທໍາມະວົງ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ບັນດາບໍລິສັດ ທີ່ໄດ້ປະກອບສ່ວນ ມອບໂຕະຕັ່ງໃຫ້ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ່ນສັນຍາວ່າ ຈະໝູນໃຊ້ ເຂົ້າໃນວຽກງານການຮຽນການສອນ ບຳລຸງທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານຫຼັກແຫຼງພາຍໃນ ແຂວງໄຊສົມບູນ ໃຫ້ເກີດປະໂຫຍດສູງສຸດ ແລະ ຖືກຕ້ອງຕາມຈຸດປະສົງເປົ້າໝາຍ ກໍຄືນຳໃຊ້ ເຂົ້າໃນວຽກງານການຮຽນ-ການສອນ ບຳລຸງທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານຫຼັກແຫຼງພາຍໃນ ແຂວງໄຊສົມບູນ ແລະ ພ້ອມທັງມອບໃບຍ້ອງຍໍໃຫ້ກັບບັນດາບໍລິສັດທີ່ໃຫ້ການຊ່ວຍເຫຼືອອຸປະກອນໃນຄັ້ງນີ້ ອີກດ້ວຍ.

ຂ່າວ/ພາບ: ຄັດມາຈາກ

ຂ່າວອື່ນໆ