ຄະນະກຳມະທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກໄດ້ມາປາຖະກະຖາວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ 25 ພະຈິກ ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຕອນເຊົ້າວັນທີ 15 ທັນວາ 2022 ເພື່ອລະລຶກເຖິງວັນໂບສີຂາວ ຊຶ່ງເປັນວັນສາກົນໃນການຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ.

         ໃຫ້ກຽດບັນລະຍາຍໂດຍ ທ່ານ ນ. ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການ ຄະນະກໍາມະທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ ຊຶ່ງທ່ານໄດ້ຫວນຄືນວັນສາກົນເພື່ອລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ນ້ອຍ ວັນທີ 25 ພະຈິກ ຊຶ່ງໄດ້ຈັດຂຶ້ນໃນທົ່ວໂລກຂອງໃນທຸກໆປີ.

         ພ້ອມກັນນັ້ນ, ໃນພິທີໄດ້ຮັບຟັງການເຜີຍແຜ່ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການນໍາໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຈາກທ່ານ ປອ ນ. ລຳພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ ແລະ ເອກະສານ ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ຈາກທ່ານ ປອ ນ. ຈັນທະໜອມ ບັນດາວົງ ຄະນະສະຫະພັນແມ່ຍິງ ສມປຊ ຊຶ່ງທັງໝົດທີ່ນຳມາເຜີຍແຜ່ຄັ້ງນີ້ໄດ້ສ່ອງແສງເຖິງການປຸກລະດົມເພື່ອໂຄສະນາຍຸດທະສາດໃນໄລຍະຍາວ, ແຜນງານ ແລະຊັບພະຍາກອນມະນຸດໃນການປ້ອງກັນ ແລະລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ໂດຍໃຫ້ບູລິມະສິດແກ່ແມ່ຍິງ ແລະເດັກທີ່ດ້ອຍໂອກາດ, ເຜີຍແຜ່ລະຄອນເລື່ອງຕ່າງໆ ທີ່ສະແດງໃຫ້ເຫັນວ່າຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງເປັນສິ່ງທີ່ສາມາດປ້ອງກັນໄດ້ດ້ວຍການເຊື່ອມເຂົ້າຍຸດທະສາດການສົ່ງເສີມພາວະຄວາມເປັນຜູ້ນຳ ແລະຄວາມກ້າຫານຂອງແມ່ຍິງຢ່າງເຕັມສ່ວນເຂົ້າໃນການຕັດສິນບັນຫາ ແລະມີສ່ວນຮ່ວມໃນການສ້າງນະໂຍບາຍທຸກຂັ້ນນັບແຕ່ຂັ້ນສູນກາງເຖິງລະດັບທ້ອງຖິ່ນ, ລວມທັງລະດັບສາກົນເພື່ອສ້າງແຮງບັນດານໃຈໃຫ້ທຸກພາກສ່ວນໄດ້ຄົ້ນຄິດວິທີໃນການຈັດຕັ້ງປະຕິບັດການປ້ອງກັນ ແລະລົບລ້າງຄວາມຮຸນແຮງໃຫ້ເປັນຮູບປະທໍາ.

         ສັງລວມແລ້ວ, ພິທີດັ່ງກ່າວທີ່ໄດ້ປາຖະກະຖາ ແລະເຜີຍແຜ່ເອກະສານຕ່າງໆ ແມ່ນໄດ້ແນໃສ່ໂຄສະນາ, ເຜີຍແຜ່ ແລະປູກຈິດສຳນຶກ ໃຫ້ສັງຄົມມີການປັບປ່ຽນທັດສະນະຄະຕິ, ພຶດຕິກຳ ແລະຈິນຕະນາການເກົ່າ ຂອງຄົນຈໍານວນໜຶ່ງ ໃນສັງຄົມທີ່ຍັງຍອມຮັບ ແລະໃຫ້ອະໄພຕໍ່ຄວາມຮຸນແຮງຕໍ່ແມ່ຍິງ ແນ່ໃສ່ແກ້ໄຂສາເຫດທີ່ກໍ່ໃຫ້ເກີດຄວາມຮຸນແຮງຕໍ່ແມ່ ຍິງ ແລະເອົາໃຈໃສ່ ໃຫ້ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ໄດ້ຮັບການຊ່ວຍເຫຼືອໃຫ້ຄຳປຶກສາ, ດ້ານສຸຂະພາບ, ດ້ານຈິດໃຈ, ທີ່ພັກເຊົາທີ່ປອດໄພ, ການຊ່ວຍເຫຼືອທາງດ້ານກົດໝາຍຈາກເຈົ້າໜ້າທີ່ຍຸຕິທຳ, ເຈົ້າໜ້າທີ່ຕຳຫຼວດ, ໄອຍະການ ແລະສານ ລວມເຖິງການສ້າງເງື່ອນໄຂ ແລະໂອກາດໃຫ້ແມ່ຍິງບັນດາເຜົ່າ ໄດ້ເຂົ້າເຖິງການສຶກສາ, ໄດ້ຮັບການເຝິກອົບຮົມດ້ານການເມືອງ ແລະດ້ານເຕັກນິກວິຊາຊີບ, ໄດ້ມີວຽກເຮັດງານທຳ, ໄດ້ເຂົ້າເຖິງແຫຼ່ງທຳມາຫາກິນເປັນຕົ້ນ ແຫຼ່ງທຶນເພື່ອດຳເນີນການບໍລິການ ແລະການຜະລິດຫັນເປັນສິນຄ້າເທື່ອລະກ້າວ ເພື່ອສ້າງລາຍຮັບປະກອບສ່ວນເຂົ້າໃນແຫຼ່ງລາຍຮັບລວມຂອງຄອບຄົວ ຊຶ່ງຈະເປັນເງື່ອນໄຂຮັບປະກັນການປັບປຸງຄອບຄົວ ໃຫ້ມີຄວາມເຂັ້ມແຂງ ແລະຍົກສູງຄຸນນະພາບຊີວິດຂອງທຸກຄົນໃນຄອບຄົວ ເພື່ອປະຕິບັດສິດສະເໝີພາບຍິງ-ຊາຍ ແລະຫຼຸດຜ່ອນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກກໍຄືຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ