ໃນຕອນບ່າຍຂອງວັນທີ 14 ທັນວາ  2022  ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ຄຳໃບ ມາລາສິງ ກຳມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ຮອງຄະນະກຳມະການຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ; ສະຫາຍ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ, ຄະນະກວດກາພັກ-ລັດ ສມປຊ, ສະຫາຍ ນິລັນ ເນົາທະວົງ ເລຂາໜ່ວຍພັກຮາກຖານ ນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ, ມີບັນດາສະຫາຍຄະນະກໍາມະການກວດກາ ຊຸກຍູ້ການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ສມປຊ, ມີບັນດາສະຫາຍແຂກທີ່ຖືກເຊີນ, ຕາງໜ້າໜ່ວຍພັກຮາກຖານພາຍໃນ ສມປຊ ແລະນັກສຶກສາປະລິນຕີຮຸ່ນທີ XXV ຫ້ອງ ຂ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ນິລັນ ເນົາທະວົງ  ເລຂາໜ່ວຍພັກຮາກຖານນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ, ໄດ້ ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງໜ່ວຍພັກ ປະຈໍາປີ 2022 ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ປີ 2023 ເຊິ່ງເນື້ອໃນບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳ ແມ່ນສ່ອງແສງໃຫ້ເຫັນເຖິງຄະນະພັກໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍສອດຫ້ອຍເຂົ້າທຸກຂົງເຂດວຽກງານພາຍໃນຫ້ອງຮຽນ,​ ໂດຍເປັນເຈົ້າການຕິດຕາມ, ກວດກາ, ຊຸກຍູ້, ປຸກລະດົມໃຫ້ສະມາຊິກເຂົ້າຮ່ວມຄົ້ນຄວ້າ, ຮໍ່າຮຽນ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດໝາຍ ແລະລະບຽບການຕ່າງໆ, ມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ-ຂອງພັກ ທີ່ທາງສະຖາບັນຈັດຂຶ້ນເປັນຕົ້ນເຂົ້າຮ່ວມເຊື່ອມຊຶມບັນດາເອກະສານຕ່າງໆ ທີ່ ສມປຊ ຈັດຂຶ້ນຈໍານວນ 11 ຄັ້ງ ມີສະມາຊິກພັກເຂົ້າຮ່ວມທັງໝົດ 457 ສະຫາຍ, ກໍ່ສ້າງສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ຖືກຕ້ອງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ, ມີທັດສະນະຫຼັກໝັ້ນຊົນຊັ້ນກໍາມະຊີບ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ, ຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງ, ຕັ້ງໜ້າສຶກສາຄົ້ນຄວ້າ ແລະຮ່ຳຮຽນເປັນປົກກະຕິ.

ຜ່ານການສຶກສາ, ຄົ້ນຄວ້າ, ຮ່ຳຮຽນ ຕົວຈິງໃນ 01 ປີ ຜົນຄະແນນອອກ 09 ວິຊາ, ສະມາຊິກພັກແຕ່ລະສະຫາຍ ສາມາດປະຕິບັດໄດ້ຄະແນນສະເລ່ຍດັ່ງນີ້:

  • ຄະແນນສະເລ່ຍເກຼດ A ຈໍານວນ 01 ສະຫາຍ, ເທົ່າກັບ 1,49 %. ທຽບໃສ່ແຜນການ 01 ສະຫາຍເທົ່າກັບ100 % ເຫັນວ່າປະຕິບັດໄດ້ຕາມແຜນການ.
  • ຄະແນນສະເລ່ຍເກຼດ B+ ຈໍານວນ 63 ສະຫາຍ, ເທົ່າກັບ 94,02%, ທຽບໃສ່ແຜນການ 53 ສະຫາຍເທົ່າກັບ 79,10% ເຫັນວ່າລື່ນຄາດໝາຍ 14,92 %.
  • ຄະແນນສະເລ່ຍເກຼດ B ຈໍານວນ 03 ສະຫາຍ, ເທົ່າກັບ 4,47%, ທຽບໃສ່ແຜນການ 13 ສະຫາຍເທົ່າກັບ 19,40% ເຫັນວ່າລື່ນຄາດໝາຍ 14,93 %.

ນອກນັ້ນ, ຄະນະໜ່ວຍພັກໄດ້ນຳພາສະມາຊິກປະຕິບັດຕາມ 05 ຫຼັກການ; 03 ທິດນໍາໃນການກໍ່ສ້າງ, ປັບປຸງປ້ອງກັນ ແລະຂະຫຍາຍພັກ ໂດຍຖືເອົາການດໍາເນີນຊີວິດການເມືອງພາຍໃນພັກເປັນປົກກະຕິີ ແລະຮັບປະກັນທັງດ້ານເນື້ອໃນໃຫ້ຄົບຖ້ວນຕາມ 3 ລັກສະນະຂອງການດຳເນີນຊີວິດພັກ; ໜ່ວຍພັກໄດ້ແບ່ງອອກເປັນ 4 ຈຸພັກ ເພື່ອສະດວກໃນການນໍາພາ ແລະການຮ່ວມຊິວິດພັກ.

ຜົນການຈັດຕັ້ງປະຕິບັດແຕ່ລະດ້ານຄື:

ດ້ານການເມືອງ,  ສາມາດຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດຂອງໜ່ວຍພັກປະຕິບັດໄດ້ 1,99 ຄາດໝາຍສູ້ຊົນ 1,90 ຄະແນນໄດ້ລື່ນຄາດໝາຍ 0,09 ຄະແນນ.

  • ດ້ານທາງແນວຄິດ, ສາມາດຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກປະຕິບັດໄດ້ 1,36 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,30 ຄະແນນໄດ້ລື່ນຄາດໝາຍ 0,06 ຄະແນນ.
  • ດ້ານການຈັດຕັ້ງ, ສາມາດຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກ ສາມາດປະຕິບັດໄດ້ 1,47 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,40 ຄະແນນ ໄດ້ລື່ນຄາດໝາຍ 0,07ຄະແນນ.
  • ດ້ານແບບແຜນວີທີນໍາພາ, ສາມາດຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກສາມາດຕີລາຄາໄດ້ 1,85 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 1,8 ຄະແນນ ໄດ້ລື່ນຄາດໝາຍ 0,05 ຄະແນນ.
  • ດ້ານການນໍາພາປະຕິບັດໜ້າທີ່ການເມືອງ, ສາມາດຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດຕົວຈິງຂອງໜ່ວຍພັກສາມາດຕີລາຄາໄດ້ 2,88 ຄະແນນ, ຖ້າທຽບໃສ່ຕົວເລກຄາດໝາຍ 2,80 ໄດ້ລື່ນຄາດໝາຍ 0,08 ຄະແນນ.

ໃນກອງປະຊຸມ ຍັງໄດ້ຕີລາດ້ານອ່ອນ, ຂໍ້ຄົງຄ້າງໃນການນຳພາຂອງໜ່ວຍພັກ ແລະຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຂອງໜ່ວຍພັກ ປະຈຳປີ 2023 ແລະພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບເພື່ອໃຫ້ໄດ້ເນື້ອໃນສົມບູນຄົບຖ້ວນ ແລະຖືກຕ້ອງຕາມຄໍາສັ່ງຂອງກົມການເມືອງສູນກາງພັກ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ແລະຄຳແນະນໍາຂອງຄະນະບໍລິຫານງານພັກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ.


ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ ຄຳໃບ ມາລາສິງ ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາຕໍ່ກັບຄວາມເອົາໃຈໃສ່ຂອງບັນດາສະຫາຍຄະນະໜ່ວຍພັກ ແລະສະມາຊິກພັກ ໃນການປະຕິບັດໜ້າທີ່ການເມືອງ ແລະວາງທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຈົ່ງພ້ອມກັນເຊື່ອມຊຶມແຜນການກໍ່ສ້າງໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້​ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ປະ ກົດຜົນເປັນຈິງ ຄຽງຄູ່ກັບການສຸມໃສ່ຄົ້ນຄວ້າຮໍ່າຮຽນ ແລະການຈັດຕັ້ງປະຕິບັດລະບຽບວິໄນໃຫ້ເຂັ້ມງວດ.

ຂ່າວ/ພາບ: ແສງເດືອນ
 ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ