ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບໃບຊົມເຊີຍ ຫ້ອງຮຽນນັກຄົ້ນຄວ້າ ປະລິນຍາໂທ ຮຸ່ນທີ XIV ທີ່ອຸປະຖຳເຄື່ອງ ແລະ ເງິນສົດ
ໃນວັນທີ 9 ກໍລະກົດ 2020 ທີ່ຫ້ອງຮັບແຂກຕຶກຫ້ອງການ, ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XIV ເຂົ້າມອບຕູ້ນ້ຳເຢັນ ຈຳນວນ 1 ເຄື່ອງ ມູນຄ່າ 900.000 ກີບ ແລະ ເງິນສົດຈຳນວນ 5.000.000 ກີບ ເພື່ອຈັດຊື່ເຄື່ອງຕັດຫຍ້າ ແລະ 650.000 ກີບເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ສມປຊ ຄັ້ງທີ V ທີ່ຈະມາເຖິງໃນໝໍ່ໆນີ້.ພິທີມອບ-ຮັບ ໄດ້ເປັນກຽດກ່າວມອບຂອງ ທ່ານ ວິໄລພອນ…
ຄະນະຊາວໜຸ່ມຮາກຖານ ໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ ຮັບທຸງໄຊນຳໜ້າ ຂະບວນການແຂ່ງ 4 ບຸກ.
ວັນທີ 2 ກໍລະກົດ 2020 ຢູ່ທີຫ້ອງປະຊຸມຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງໄດ້ຈັດພິທີມອບ-ຮັບທຸງໄຊນຳໜ້າ 4 ບຸກຂຶ້ນ, ເປັນກຽດເຂົ້າຮ່ວມໂດຍສະຫາຍຄຳແບ່ງ ຈັນມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ສົມໃຈ ພົນທອງສີ ຮອງຫົວໜ້າໂຮງຮຽນການເມືອງການປົກຄອງແຂວງ, ສະຫາຍ ສຸດໃຈ ສຸດແສງເດືອນ ຄະນະປະຈຳຊາວໜຸ່ມແຂວງ, ສະຫາຍ ແກ້ວຄຳ ວົງວິໄລ ຄະນະບໍລິຫານຊາວໜຸ່ມແຂວງ, ສະຫາຍ ອຸ່ນຫຼ້າ ມະນີຈັນທະວົງ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຊາວໜຸ່ມໜ່ວຍຮາກຖານໂຮງຮຽນ…
ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຂົງເຂດວຽກພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ
ເພື່ອເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ເປັນຕົ້ນແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ, ຂ່ຳນັບຮັບຕ້ອນວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 45 ປີ ແລະວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ. ດັ່ງນັ້ນ, ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈຶ່ງໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນ ພາຍໃຕ້ຫົວຂໍ້“ແນວຄິດໄກສອນ ພົມວິຫານກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ”, ໃຫ້ກຽດເປັນປະທານເປີດກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ,…
ນັກສຶກສາອະນຸປະລິນຍາຮຸ່ນທີ XVII ເປີດກອງປະຊຸມຜ່ານຮ່າງບົດລາຍງານການເມືອງ ແລະຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ສມປຊ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ.
ໃນເວລາ 13 ໂມງ 00 ນາທີ ຂອງວັນທີ 2-9 ມີຖຸນາ 2020 ທີ່ຜ່ານມານີ້, ຢູ່ທີ່ຫ້ອງຮຽນ 209 ນັກສຶກສາຫ້ອງອະນຸປະລິນຍາຮຸ່ນທີ XVII ໄດ້ເປີດກອງປະຊຸມ ຜ່ານຮ່າງບົດລາຍງານການເມືອງ ແລະຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ສມປຊ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ. ໂດຍການເປັນປະທານ ຂອງທ່ານ ນ. ແສງທອງ ຊຽນປັນຍາ…