ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມຖອດຖອນບົດຮຽນ ລະບົບໂຮງຮຽນພັກທົ່ວປະເທດປະຈໍາປີ 2023 ທີ່ແຂວງອັດຕະປື

ໃນຕອນເຊົ້າ ວັນທີ 04 ກັນຍາ 2023 ທີ່ສະໂມສອນໃຫຍ່ແຂວງອັດຕະປື, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດກອງປະຊຸມຖອດຖອນບົດຮຽນ ລະບົບໂຮງຮຽນພັກທົ່ວປະເທດ ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ: ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີສະຫາຍໃນຄະນະປະຈໍາພັກ, ຄະນະອໍານວຍການ…

ໂຮງຮຽນການ​ເມືອງ ແລະ ການ​ປົກຄອງ​ແຂວງສະຫວັນນະເຂດ ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ III ແລະຂັ້ນຕົ້ນ ຮຸ່ນທີ III

ພິທີເປີດຊຸດຮຽນຂັ້ນກາງ ຮຸ່ນທີ III ແລະຂັ້ນຕົ້ນ ຮຸ່ນທີ III ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຢູ່ຂັ້ນເມືອງ, ພະແນກການຂອງແຂວງສະຫວັນນະເຂດແມ່ນດຳເນີນໄປພາຍໃຕ້ບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວບັນດາເຜົ່າພວມອອກແຮງແຂ່ງຂັນການຈັດຕັ້ງຜັນຂະຫຍາຍມະຕິກອງປະໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ໂດຍສະເພາະຢູ່ແຂວງສະຫວັນນະເຂດພວມອອກແຮງແຂ່ງຂັນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງໃຫ້ເຂົ້າສູ່ລວງເລິກ. ໃນພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 1 ກັນຍາ 2023 ທີ່ສະໂມສອນ ໂຮງຮຽນການ​ເມືອງ ແລະການ​ປົກຄອງ​ແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ປອ…

ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ເປີດກອງປະຊຸມສຳມະນາວິທະຍາສາດ 2 ຫົວຂໍ້ສຳຄັນ

ໃນລະຫວ່າງວັນທີ 30-31 ສິງຫາ 2023 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 2 ຫົວຂໍ້ຄື: “ການສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານວຽກງານພະນັກງານ ຢຸ່ແຂວງບໍລິຄຳໄຊ” ແລະຫົວຂໍ້: “ສົ່ງເສີມການຜະລິດກະສິກຳ ທີ່ເປັນທ່າແຮງທາງດ້ານເສດຖະກິດ ຢູ່ບັນດາແຂວງພາກກາງ” ພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ປອ ດາວສະຫັວນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາວິທະຍາສາດ ແລະທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບຄວາມຮູ້, ຄວາມສາມາດ ດ້ານພາສາຕ່າງປະເທດ ໃຫ້ພະນັກງານ, ຄູ-ອາຈານ

ໃນວັນທີ 29 ສິງຫາ 2023 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດພິທີເຝິກອົບຮົມ ພາສາອັງກິດລະດັບພື້ນຖານ ໃຫ້ພະນັກງານ, ຄູ-ອາຈານ ຈຳນວນ 18 ທ່ານ, ຍິງ 11 ທ່ານ ໄລຍະ 6 ເດືອນ, ການເຝິກອົບຮົມຄັ້ງນີ້ ແມ່ນການຮ່ວມມືລະຫວ່າງ ສມປຊ ກັບ ສະຖາບັນລາວ-ອົດສະຕຣາລີ. ໃນພິທີໃຫ້ກຽດການເປັນປະທານໂດຍ: ທ່ານ ປທ ນ.…

ຂ່າວອື່ນໆ