ທ່ານ ຈຽງ ຈ້າຍ ດົ່ງ, ເອກອັກຄະລັດຖະທູດຈີນ ປາຖະກະຖາໃນຫົວຂໍ້: ປະຫວັດການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ແລະການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ລາວ-ຈີນ

ໃນວັນທີ 8 ເມສາ ຢູ່ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ມີພິທີຮັບຟັງປາຖະກະຖາ ໃນຫົວຂໍ້: ປະຫວັດການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ແລະການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ລາວ-ຈີນ, ຊຶ່ງໃຫ້ກຽດບັນລະຍາຍໂດຍ ທ່ານ​ ຈຽງ ຈ້າຍ ດົ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ, ເປັນກຽດຕ້ອນຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມມືກັບ ສະຖາບັນຂົງຈື ເປີດຊຸດເຝິກອົບຮົມພາສາຈີນ ໃຫ້ພະນັກງານ, ຄູ-ອາຈານ

ໃນວັນທີ 31 ມີນາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຮ່ວມມືກັບ ສະຖາບັນຂົງຈືເປີດຊຸດເຝິກອົບຮົມພາສາຈີນ ໃຫ້ພະນັກງານ, ຄູ-ອາຈານ ຮຽນຮູ້ ແລະເຂົ້າໃຈພາສາຈີນໃຫ້ຫຼາຍ ຍ້ອນມີຄວາມສຳຄັນ ແລະຈຳເປັນ ໃນການຕິດຕໍ່ສື່ສານໃນລະດັບພື້ນຖານ. ນອກຈາກນີ້, ຍັງເປັນການແລກປ່ຽນວັດທະນະທຳ ແລະສົ່ງເສີມຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດລາວຈີນ.           ໃນພິທີໃຫ້ກຽດກ່າວເປີດຂອງ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ, ໃຫ້ກຽດເຂົ້າຮ່ວມທ່ານ ໂຫລ ໝິງ (Luo…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຍົກສູງຄວາມຮູ້ຄວາມສາມາດ ໃນການນຳໃຊ້ ອຸປະກອນແລະ ໂປຼແກຼມກອງປະຊຸມທາງໄກ, ໂປຼແກຼມຄຸ້ມຄອງຊັບສິນ ແລະໂປຼແກຼມຄຸ້ມຄອງເອກະສານຂາເຂົ້າ-ອອກ ໃຫ້ແກ່ພະນັກງານ-ຄູອາຈານ

ການເຝິກອົບຮົມການນໍາໃຊ້ອຸປະກອນ ແລະໂປຼແກຼມກອງປະຊຸມທາງໄກ, ໂປຼແກຼມຄຸ້ມຄອງຊັບສິນ ແລະໂປຼແກຼມຄຸ້ມຄອງເອກະສານຂາເຂົ້າ-ອອກ ແມ່ນເປັນການຮ່ວມມື ລະຫວ່າງ ຫ້ອງການສະ​ຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ ​ແລະກົມດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະການສື່ສານ, ໂດຍຜ່ານການເຫັນດີຈາກຄະນະພັກ-ຄະນະນຳຂອງສະຖາບັນ ໃຫ້ມີ​ການຈັດ​ຕັ້ງ​​ເຝິກອົບຮົມ​​ໃຫ້​ແກ່ພະນັກງານ, ຄູ-ອາຈານພາຍ​ໃນ​ ສມປຊ. ພິທີດັ່ງກ່າວ, ຈັດເຝິກອົບຮົມເປັນເວລາ 4 ວັນ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໃນວັນ​ທີ 29 ມີນາ ຫາ 1 ເມສາ 2021, ມີສຳມະນາກອນເຂົ້າຮ່ວມ 3 ໂປຼແກຼມຄື: ໂປຼແກຼມກອງປະຊຸມທາງໄກ…

ທະນາຄານແຫ່ງສປປລາວ ສາຂາພາກເໜືອ ແຂວງຊຽງຂວາງ ລົງເຜີຍແຜ່ກົດໝາຍ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ

ໃນວັນທີ 24 ມີນາ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດກອງປະຊຸມເຜີແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ກຽດເປັນປະທານຂອງສະຫາຍ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ເພັດສະລາດ ວົງພະຈັນ ຮອງຫົວໜ້າທະນາຄານແຫ່ງ ສປປລາວ ສາຂາພາກເໜືອ ແຂວງຊຽງຂວາງ, ມີພະນັກງານ-ຄູອາຈານ, ແລະນັກສຶກສາຮຸ່ນທີ XVII ເຂົ້າຮວ່ມ. ໃນພິທີດັ່ງກ່າວ ທ່ານ ວຽງວິໄລ ສຸດທິຈັກ ຫົວໜ້າຂະແໜງເສດຖະກິດ…